ເຈົ້າໜ້າທີ່ໄທ ຈະສົ່ງຊາວມົ້ງລາວ ກັບຄືນ ສປປລ ໃນວັນທີ 15 ກັນຍາ ນີ້

ເຈົ້າໜ້າທີ່ ທະຫານໄທ ທີ່ສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ຍັງລໍຖ້າຄຳສັ່ງຈາກ ຣັຖບານ ເພື່ອດຳເນີນການ ສົ່ງຊາວມົ້ງກັບລາວ ທີ່ມີກຳນົດການ ໃນວັນທີ 15 ກັນຍາ 2009.

ເຈົ້າໜ້າທີ່ທະຫານໄທ ທີ່ຄວບຄຸມ ຊາວມົ້ງລາວ, ຊື່ງຖືວ່າເປັນຜູ້ ລັກລອບເຂົ້າເມືອງ ທີ່ສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບູນ ຂອງໄທ, ໄດ້ເປີດເຜີຍຕໍ່ ນັກຂ່າວ ເອເຊັຍເສຣີວ່າ, ການທີ່ຈະສົ່ງ ຊາວມົ້ງກັບລາວ ໃນກຳນົດການ ວັນທີ15 ກັນຍາ ມີຢູ່ໃນແຜນການແທ້, ແຕ່ຍັງລໍຖ້າ ຄຳສັ່ງ ຈາກຣັຖບານ  ດັ່ງ ພັນເອກ ປຣະສີດທິພົງ ມູລດີ ເສນາທິການ ຫນ່ວຍງານ ຝ່າຍທະຫານ ໃນສູນກັກຂັງ ຊາວມົ້ງລາວທີ່ ບ້ານຫ້ວຍນ້ຳຂາວ, ໄດ້ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ຕອນນີ້ ກໍ່ສເນີແນວທາງ ໄປໃຫ້ຣັຖບານເຂົາ ສເນີແນວທາງ ໄປໃຫ້ຢ່າງນັ້ນ, ຖ້າເກີດວ່າ ເຂົາອະນຸຍາດລົງມາ, ກໍ່ຈະເຮັດຕາມນັ້ນ ເຖີງຈຸດໃດຈຸດນື່ງ, ພວກເຮົາ ກໍ່ຕ້ອງໄດ້ບັງຄັບ ແລະ ໃຊ້ກົດຫມາຍກັບເຂົາ."

ທ່ານກ່າວເພີ້ມອີກວ່າ, ຖ້າຄຳສັ່ງອອກມາ ເປັນກົດເກນ ໃຫ້ບັງໃຊ້ ໃນການສົ່ງຊາວມົ້ງ ກັບລາວ, ການປະຕິບັດ ງານດັ່ງກ່າວ ກໍ່ຈະກາຍເປັນຫນ້າທີ່ ຂອງທາງຕຳຣວດ ຈະເຂົ້າມາດຳ ເນີນການ, ທີ່ຜ່ານມາ ຫນ່ວຍທະຫານ ກໍ່ໄດ້ແຈ້ງຂ່າວໃຫ້ ແກ່ຊາວມົ້ງລາວ ຮູ້ແລ້ວວ່າ, ຈະມີການ ສົ່ງຊາວມົ້ງກັບລາວ, ໃນວັນທີ15ກັນຍາ. ແຕ່ໃນການປະກາດ ດັ່ງກ່າວ ເຮັດໃຫ້ຊາວມົ້ງລາວ ມີຄວາມຢ້ານກົວ, ທີ່ຈະຖືກສົ່ງກັບ ດັ່ງຊາວມົ້ງລາວ ທ່ານນື່ງເວົ້າວ່າ:

"ດຽວນີ້ ສກປຕທ ເຂົາກໍໄດ້ກ່າວຢູ່ ທຸກມື້ນີ້ວ່າ, ໃຫ້ພວກຂະເຈົ້າ ກັບຄືນໄປ ບໍ່ກັບຄືນໄປ ຮອດວັນທີ15ນີ້ ເຂົາຈະບັງຄັບ ສົ່ງໃຫ້ຣັຖບານລາວ ໃຫ້ຫມົດ,          ພວກທີ່ກັບຄືນ ປະເທດລາວນັ້ນ, 5ປີຫາ10ປີ ຕອ້ງຕາຍແນ່ນອນ."

ກອ່ນຫນ້ານີ້ ນາຍພົລ ບົວສ້ຽງ ຈຳປາພັນ ກໍ່ໄດ້ເຄີຍຮັບປາກ ແລ້ວວ່າຈະບໍມີ ການທຳຮ້າຍ ຊາວມົ້ງລາວ ຜູ້ທີ່ກັບຄືນ ປະເທດ.

ທາງການໄທໄດ້ ກ່າວກ່ຽວກັບການ ພັກດັນຊາວມົ້ງລາວ ໃຫ້ຫມົດ ໃນວັນທີ15 ກັນຍາ ວ່າ, ຄົງຈະເປັນໄປ ໄດ້ຍາກ, ເນື່ອງຈາກສຖານທີ່ ຮັບຮອງໃນ ສປປລາວ ຍັງບໍ່ພ້ອມ, ຈື່ງຈະມີການ ພັກດັນໃຫ້ກັບ ເທື່ອລະນ້ອຍ, ຈົນຮອດທ້າຍປີນີ້ ອາດຈະຫມົດ ຕາມທີ່ຕົກລົງກັນ ກັບຣັຖບານລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org