ໄທຈະສົ່ງ ຊາວມົ້ງ 500 ຄົນ ກັບຄືນ ທ້າຍເດືອນນີ້
2008.09.03

ຊາວມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ປະເທດໄທ ຊຸດໃໝ່ ທີ່ທາງການໄທ ຈະສາມາດ ສົ່ງໃຫ້ ທາງການລາວອີກ ຄົງຈະເປັນ ທ້າຍເດືອນ ກັນຍາ ດັ່ງເຈົ້າໜ້າທີ່ ຂັ້ນສູງ ຈາກກະຊວງ ປ້ອງກັນຄວາມສງົບ ຂອງລາວ ໄດ້ໃຫ້ລາຍລະອຽດວ່າ:
“ພົນຕຣີ ສົມຊາຍ ຜູ້ທີ່ເຮັດວຽກ ຢູ່ບ້ານຫ້ວຍນໍ້ຂາວ ເພິ່ນເວົ້າວ່າ ອາດຈະແມ່ນ ທ້າຍເດືອນ ກັນຍາ ອາດເປັນຊຸດໃໝ່ ປະມານ 500 ຄົນ.”
ສໍາລັບ ຊາວມົ້ງລາວ ທີ່ຢູ່ ບ້ານຫ້ວຍນໍ້າຂາວ ສ່ວນໃຫຍ່ ໃນຂະນະນີ້ ມີສະຖານະການ ສງົບດີ. ມີຮອດ 50 ສ່ວນຮ້ອຍ ຢາກກັບຄືນລາວ ເພາະເຫັນວ່າ ຊີວິດການເປັນຢູ່ ຈະດີກວ່າ ແຕ່ກຸ່ມ ທີ່ຮ້ອງວ່າ ມົ້ງເສຖກິດ ຢາກໄປຢູ່ປະເທດ ທີສາມ. ສະເພາະ ພວກທີ່ ບໍ່ຢາກກັບໄປລາວ ກໍອ້າງວ່າ ອາດຈະໄດ້ຮັບ ຄວາມຮຸນແຮງ ຈາກທາງຝ່າຍ ຣັຖບານລາວ ແລະ ພວກຕົນ ຈະບໍ່ມີຄວາມປອດພັຍ.
ເຖິງຢ່າງໃດກໍຕາມ ໃນຂໍ້ຕົກລົງ ການຮ່ວມມື ຣະຫວ່າງ ເຂດຊາຍແດນ ລາວ ແລະ ໄທ ກໍຈະ ສືບຕໍ່ການສົ່ງ ຊາວມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ໃຫ້ໝົດ ໃນທ້າຍປີ 2008 ນີ້. ດັ່ງເຈົ້າໜ້າທີ່ ໄດ້ເວົ້າອີກວ່າ:
“ຊຸດທີ່ຜ່ານມາ 800 ປາຍກໍມາແລ້ວເດ ຕົກລົງກັນ ຝ່າຍໄທ ວ່າ ຈະພະຍາຍາມ ເດືອນລະ 500 ຄົນຕໍ່ຖ້ຽວຕໍ່ເທື່ອ”
ທ່ານ ເວົ້າຕື່ມອີກ ວ່າ ທາງການລາວ ເຄີຍຮັບ ມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ຊຸດໃຫຍ່ ມາແລ້ວ 800 ກວ່າຄົນ ດັ່ງນັ້ນ ການສົ່ງ ເທື່ອລະ 500 ກໍຄົງຈະ ບໍ່ມີບັນຫາຫຍັງ.
ສໍາລັບ ເທື່ອຕໍ່ໆໄປ ທາງການໄທ ຈະພະຍາຍາມ ສົ່ງ ເທື່ອລະ 500 ຄົນ ຈົນວ່າ ມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ຈະໝົດໄປ ຈາກພື້ນທີ່.