UNHCR ເປັນຫ່ວງ ຊາວເຜົ່າມົ້ງ ຖືກສົ່ງກັບ

ສໍານັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານອົພຍົບ ເປັນຫ່ວງ ແລະ ກັງວົນ ກ່ຽວກັບ ຄວາມຈະແຈ້ງ ໂປ່ງໃສ ໃນການສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນ ສປປລາວ.

ເຈົ້າໜ້າທີ່ສຳນັກງານ​ຂ້າ​ຫຼວງ​ໃຫຍ່ສະຫະ ​ປະຊາ​ຊາດ​ຝ່າຍຄົນ​ອົ​ພຍົບປະຈຳ​ ປະ​ເທດໄທ, ຍານາງ Kitty Mackensy ​ໃຫ້​ສຳພາດ​ ຕໍ່​ນັກ​ຂ່າວ ​ເອ​ເຊັຍ​ເສຣີວ່າUNHCR​ເປັນ​ຫ່ວງ ​ແລະກັງວົນທີ່​ທາງ​ການ​ໄທ ​ໄດ້ສົ່ງຊາວລາວເຜົ່າມົ້ງຈາກ​ບ້ານ​ຫ້ວຍ​ນ້ຳ​ຂາວກວ່າ 800 ຄົນກັບສປປລາວ ​ເມື່ອ​ບໍ່​ດົນ​ມາ​ນີ້ດັ່ງ​ເພິ່ນ​ ໄດ້​ກ່າວ​ວ່າ:

" ພວກ ເຮົາ ເປັນ ຫ່ວງ ແລະ ກັງວົນ ໃນ ວິທີ ການ ທັງ ໝົດ ທີ່ ບໍ່ ​​ ເຄີຍ ມີ ຄວາມຈະແຈ້ງ ກ່ຽວ ກັບ ບັນຫາ ຊາວລາວ ເຜົ່າມົ້ງ ໂດຍ ສະ ເພາະ ວິທີ ການ ​ກ ວດ ສອບ ແລະ ການ ຕັດ ສີນ ວ່າ ພວກ ໃດ ຕ້ອງການ ການ ຄຸ້ມ ຄອງ ຂອງ ນາໆ ຊາດ ແລະ ພວກ ເຮົາ ກໍ ບໍ່ ຮູ້ຈັກ ຫຍັງ ໝົດ ກ່ຽວ ກັບ ການ ສົ່ງ ກັບ ພວກ ເຮົາ ບໍ່ ຮູ້ ວ່າ ພວກ ຂະ ເຈົ້າ ໄປ ຍ້ອນ ຄວາມ ສມັກ ໃຈ ຫຼື ຍ້ອນວ່າ ມາດຕະຖານ ຫຼື ກົດ ເກນ ນາໆ ຊາດ ."

ຍານາງ Kitty ກ່າວຕໍ່ໄປວ່າ ​ເຖິງ​ພວກ​ຂະ​ເຈົ້າ​ຈະສະມັກ​ໃຈກັບຄືນ ກໍ​ມີ​ສິດ​ທີ່​ຈະ​ປ່ຽນ​ໃຈ​ ໄດ້ຍານາງອະທິບາຍຂັ້ນ​ຕອນ​ການ​ສົ່ງ​ກັບ ​ແບບ​ສມັກ​ໃຈ​ຕາມ​ວິທີ​ ສາກົນ​ວ່າ:

" ການ ສົ່ງ ກັບ ຕ້ອງ ມີ ຄຳ ຮ້ອງ ຕ້ອງ ມີ ເອກ ກະສາ ກ່ຽວກັບ ການ ຂໍ ກັບ ພ້ອມ ຮູບ ປະກອບ ແລະ ລາຍ ເຊັນ ຂອງ ເຈົ້າ ໜ້າ ທີ່ ຜູ້ ອະນຸຍາດ ສົ່ງ ກັບ ແລະ ພວກ ທີ່ ສະມັກ ໃຈ ທີ່ ຈະ ກັບ ປະ ເທດ ກໍ ມີ ສິດ ທີ່ ຈະ ປ່ຽນ ໃຈ ເວລາ ໃດ ກໍ ໄດ້ "

​ເຖິງ​ຢ່າງ​ໃດ​ກໍ​ຕາມຍານາງກ່າວ​ໃນ​ຕອນ​ທ້າຍ​ວ່າ UNHCR ບໍ່​ໄດ້​ຄັດຄ້ານຫຼື​ ປະ​ທ້ວງ​ແຕ່​ຢ່າງ​ໃດພຽງ​ແຕ່​ຢາກ​ສະ​ແດງ​ ຄວາມຫ່ວງ​ໃຍ​ຕໍ່ຣັຖບານ​ໄທ ​ໃຫ້​ຮັບ​ຮູ້ກ່ຽວ​ກັບ​ເຣື້ອງດັ່ງກ່າວ.

ຣັຖບານລາວ ​ແລະຣັຖບານ​ໄທມີ​ຂໍ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ເປັນ​ ເອກ​ກະພາບເຣື້ອງກ່ຽວ​ກັບ​ຊາວລາວເຜົ່າມົ້ງຈາກບ້ານ​ຫ້ວຍ​ນ້ຳ​ຂາວວ່າ​ຫຼົບໜີ​ເຂົ້າ​ເມືອງຢ່າງ​ຜິດ​ກົດໝາຍ ​ແລະຈະ​ຕ້ອງ​ ໄດ້​ສົ່ງ​ກັບ​ທັງ​ໝົດ ​ໃນ​ປີ 2008 ນີ້, ​ແຕ່ UNHCR ມີ​ນະ​ໂຍບາຍ​ທີ່ຕ່າງ​ກັນ​ວ່າ ​ໃນ​ຈຳນວນຊາວລາວເຜົ່າມົ້ງ ​ເລົ່າ​ນີ້ຫາກ​ມີ​ ຄວາມ​ສມັກ​ໃຈ​ຢາກ​ກັບ​ຄືນ​ລາວຢ່າງ​ຈິງ​ໃຈກໍ​ບໍ່​​ມີ​ບັນຫາ ​ແຕ່​ສຳລັບ​ ພວກ​ທີ່​ມີ​ບັນຫາແທ້ກໍ​ຄວນ​ໄດ້​ຮັບການ​ພິ​ຈາຣະນາ​ຢ່າງ​ເປັນ​ທັມ ​ແລະ ​ເໝາະ​ສົມ.