ໂທດປະຫານ ຫາກວັງປາວ ໄປສປປລາວ

ໂທດປະຫານຊີວິດ ໂດຍທາງການລາວ ເຮັດໃຫ້ ນາຍພົນ ວັງ ປາວ ຍົກເລີກ ແຜນການ ເດີນທາງ ໄປຍັງ ສປປລາວ.

ນາຍພົນ ວັງປາວ ຍົກເລີກ ແຜນການ ເດີນທາງເພື່ອກັບຄືນໄປ ປະເທດລາວ ຢ່າງສັນຕິ ໃນສັປດານີ້ ພາຍຫລັງທີ່ ທາງການລາວ ປະກາດວ່າ ທ່ານ ນາຍພົນ ຈະຖືກປະຫານຊີວິດ ໃນຂໍ້ຫາ ກໍ່ອາສກັມ ສົງຄາມວຽດນາມ ຖ້າຫາກວ່າ ທ່ານກັບຄືນ ປະເທດລາວ, ອີງຕາມຣາຍງານ ຂອງແຫລ່ງ
ຂ່າວ Sacramento Bee ໃນມື້ວັນທີ 5 ມະກະຣານີ້.

ທ່ານ ຈາວັງ ລູກຊາຍ ຂອງນາຍພົນ ວັງປາວ ແລະ ທ່ານ ຈາວຣສ໌ ວໍເຕີ, ຜູ້ທີ່ ນາຍພົນ ວັງປາວ ໄວ້ວາງໃຈ ເວົ້າວ່າ ພວກທ່ານ ໄດ້ເດີນທາງໄປ ປະເທດລາວ ຫລາຍໆເທື່ອ ເພື່ອເຈຣະຈາ ກັບເຈົ້າໜ້າທີ່ລາວ ກ່ຽວກັບ ການເດີນທາງກັບຄືນ ປະເທດລາວ ຂອງນາຍພົນ ວັງປາວ. ທ່ານ ຈະເຂົ້າຮ່ວມ ໃນການສ້າງຄວາມປອງດອງຊາດ ທີ່ຂົວມິຕພາບ ລາວ-ໄທ ທີ່ວຽງຈັນ ແລະ ໜອງຄາຍ, ພາຍຫລັງ ທີ່ໄດ້ລີ້ພັຍການເມືອງ ຢູ່ຕ່າງປະເທດ ເປັນເວລາ 35 ປີ.

ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ສະຖານທູກລາວ ທີ່ນະຄອນຫລວງ ວໍຊິງຕັນ, ເວົ້າວ່າ ທ່ານ ບໍ່ຮູ້ ກ່ຽວກັບ ເຣື້ອງນີ້ ແລະ ບໍ່ເຂົ້າໃຈ, ແລະ ວ່າ ກ່ອນທີ່ ທ່ານ ນາຍພົນ ປະກາດ ກ່ຽວກັບ ເຣື້ອງໃດ ເຣື້ອງນຶ່ງ, ທ່ານ ຄວນ ຕິດຕໍ່ ກັບສະຖານທູດ ເສັຍກ່ອນ. ແລະ ນາຍພົນ ວັງ ປາວ ຖືກສານຕັດສິນ ປະຫານຊີວິດ.

ສ່ວນ ລູກຊາຍ ຂອງນາຍພົນ ວັງປາວ ອີກຜູ້ນຶ່ງ ໃນຈໍານວນ 18 ຄົນ, ເວົ້າວ່າ ຜູ້ແທນ ຂອງນາຍພົນ ເຈຣະຈາ ຜິດຄົນ ແລະ ເປັນການຕິດຕໍ່ ທີ່ບໍ່ເໝາະສົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org