ກຸ່ມສິດທິມະນຸສ ຮຽກຮ້ອງໃຫ້ມີ ການພົບຊາວມົ້ງຢູ່ລາວ

ອົງການສິດທິມະນຸດ ຫລາຍໆອົງການ ຮຽກຮ້ອງ ໃຫ້ຣັຖບານລາວ ອະນຸຍາດ ໃຫ້ຕ່າງປະເທດ ເຂົ້າໄປເຖິງ ຊາວມົ້ງໃນລາວ.
ສົມເນ
2010.02.02
F-Lao-president ທີ່ນິວເດລີປະເທດອິນເດັຽ ທ່ານຈູມມະລີໄຊຍະສອນ ກໍາລັງຮັບເອົາປ້າຍ ບົດຄໍາສອນເຈັດຂໍ້ ຂອງທ່ານມະຫາຕະມະຄັນທີ ຣະຫວ່າງການຢ້ຽມຢາມ ປະເທດອິນເດັຽ ໃນປີ2008.
AFP PHOTO/Prakash SINGH

ອົງການ ນິຣະໂທສກັມສາກົນ ທີ່ມີສູນກາງຢູ່ ກຸງລອນດອນ ອົງການ Human Rights watch, ແລະ ອີກ16ກຸ່ມສິດທິມະນຸສ.

ໃນວັນຈັນນີ້ ໄດ້ຮຽກຮ້ອງໃຫ້ ຣັຖບານລາວ ອະນຸຍາດຕ່າງປະເທດ ເຂົ້າໄປເຖິງຊາວມົ້ງ ໃນລາວ ຈໍາພວກທີ່ ຫາກໍຖືກສົ່ງກັບ ຈາກປະເທດໄທ ໂດຍໄດ້ພາກັນສົ່ງ ຈົດໝາຍ ເຖິງ ທ່ານ ຈູມມາລີ ໃຊຍະສອນ ປະທານປະເທດ ສປປລາວ. ຕາມລາຍງານຂອງ ອົງການຂ່າວ ເອແອບພີ. ຢູ່ໃນຈົດໝາຍນັ້ນ ບັນດາອົງການ ສິດທິມະນຸສ ໄດ້ສະແດງຄວາມ ເປັນຫ່ວງນໍາຄວາມປອດໄພ ຂອງຊາວມົ້ງ ທີ່ຫາກໍຖືກສົ່ງກັບ ຈາກປະເທດໄທ.

ກຸ່ມສິດທິມະນຸສ ດັ່ງກ່າວໄດ້ຮຽກຮ້ອງ ໃຫ້ເອົາຊາວມົ້ງ ທີ່ມີປະຫັວດ ຄວາມເປັນມາ ທີ່ຢ້ານກົວ ວ່າຈະຖືກ ປະຫັດປະຫານ ຮ່ວມທັງຊາວມົ້ງ ຈໍານວນ158 ຄົນທີ່ຖືກ ສົ່ງກັບພ້ອມກັນນັ້ນ ໄປຕັ້ງຖິ່ນຖານ ໃນປະເທດທີສາມ. ຈົດໝາຍຍັງລະບຸ ຕໍ່ໄປວ່າ ຈາກຄວາມຫຍຸ້ງຍາກ ຂອງຊາວມົ້ງ ຈໍານວນນື່ງ ທີ່ຖືກສົ່ງກັບ ໃນເມື່ອກ່ອນນັ້ນ, ພວກເຮົາຂໍຮຽກຮ້ອງ ຕໍ່ທ່ານ ໃຫ້ອະນຸຍາດ ອົງການຂ້າຫລວງໃຫ່ຽ ສະຫະປະຊາຊາດ ດ້ານອົພຍົບ ແລະອົງການເພື່ອ ມະນຸດສະທັມອື່ນໆ ເຂົ້າໄປເຖິງຊາວມົ້ງ ທີ່ຫາກໍຖືກສົ່ງກັບ ເພື່ອຮັບປະກັນວ່າ ການປະຕິບັດ ຕໍ່ຂະເຈົ້າເປັນໄປ ຕາມມາຕຖານສາກົນ. ຈົດໝາຍດັ່ງກ່າວ ລົງລາຍເຊັນ ຮ່ວມທັງທ່ານ Sam Zarifi ຈາກອົງການ ນິຣະໂທດກັມສາກົນ ທີ່ມີສໍານັກງານ ຢູ່ກຸງລອນດອນ ປະເທດອັງກິດ.

ທ່ານ Brad Adam ຈາກອົງການ Human Rights watch ທີ່ມີສໍານັກງານຢູ່ ສະຫະຣັຖ ອະເມຣິກາ. ລາຍງານວ່າ ກ່ຽວກັບເຣື້ອງນີ້ ທ່ານ ເຄນທອງ ນວນທະສິງ ໂຄສົກປະຈໍາ ກະຊວງການ ຕ່າງປະເທດ ສປປລາວ ບໍ່ໄດ້ມີໜ້າ ມາໃຫ້ຄໍາເຫັນເທື່ອ ໃນເວລາທັນດ່ວນນີ້. ທີ່ຜ່ານມາ ທ່ານ ເຄນທອງເວົ້າວ່າ: ປະຊາຄົມນານາຊາດ
ບໍ່ມີຫຍັງຈະຕ້ອງ ເປັນຫ່ວງນໍາເຣື້ອງນີ້ ແລະວ່າ ຊາວມົ້ງທຸກຄົນ ໄດ້ກັບຄືນເມືອ ບ້ານເດີມຂອງເຂົາເຈົ້າ ຫລືໄປຕັ້ງຖິ່ນຖານ ຢູ່ໃນເຂດບ້ານໃໝ່ ທີ່ຣັຖບານຈັດໄວ້.
ແຫລ່ງຂ່າວທາງການທູຕ ແຈ້ງໃນອາທິດ ຜ່ານມາວ່າ ບໍ່ມີລາຍງານວ່າ ຊາວມົ້ງ ຖືກປະຕິບັດບໍ່ດີ ເຖິງແມ່ນວ່າ ຊາວມົ້ງຈໍານວນນື່ງ ຈົ່ມວ່າເຖິງສະພາບ ການເປັນຢູ່ ໃນບ້ານໃໝ່ກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.