ຊາວມົ້ງ ຜູ້ທີ່ຖືກກັກຂັງ ທີ່ດ່ານກວດຄົ້ນເຂົ້າເມືອງ ທີ່ແຂວງໜອງຄາຍ ຮຽກຮ້ອງໃຫ້ ຂ້າຫລວງໃຫຍ່ ອົງການ ສະຫະປະຊາຊາດ ດ້ານອົພຍົບ ເຂົ້າມາແກ້ໄຂ ບັນຫາ ຊ່ອຍພວກ ຂະເຈົ້າໃຫ້ອອກໄປຈາກທີ່ນີ້. ທ້າວ Ner Long Tor, ລາວມົ້ງ ຈາກ ແຂວງລົບບູຣີ ຜູ້ທີ່ເຄີຍໄປຢ້ຽມຢາມ ລາວມົ້ງ ທີ່ ສູນກັກຂັງ ແຂວງໜອງຄາຍ ເວົ້າວ່າ ສພາບຄວາມເປັນຢູ່ ຂອງຊາວມົ້ງ ຈຳນວນ 154 ຄົນ ທີ່ຖືກກັກຂັງ ຢູ່ດ່ານກວດຄົ້ນເຂົາເມືອງ ແຂວງໜອງຄາຍ ນັ້ນ, ເວລານີ້ ຕົກຢູ່ໃນຄວາມລຳບາກ, ຕ້ອງການ ຢາກໃຫ້ອົງການ ສະຫະປະຊາຊາດ ດ້ານອົພຍົບ ເຂົ້າໄປຊ່ອຍ ພວກຂະເຈົ້າ ເພາະພວກຂະເຈົ້າ ຖືກກັກຂັງຢູ່ ສູນແຫ່ງນີ້ ດົນກວ່າ 1 ປີ ແລ້ວ; ດັ່ງທ້າວ Ner Long Tor ກ່າວໃນຕອນນື່ງວ່າ:
“UN ບອກ ຫ້ອງການທີ່ດູແລຊາວອົພຍົບ ວ່າ ພວກເຂົາເຂົ້າໄປຊ່ອຍບໍໄດ້ ແລະກໍ່ບອກວ່າລໍຖ້າຜົລ ຂອງຣັຖບານ, ຖ້າຣັຖບານ ອະນຸຍາດໃຫ້ປ່ອຍ ກໍ່ປ່ອຍໄດ້ ຫາກເຂົາບໍ່ອະນຸຍາດ ກໍ່ປ່ອຍບໍ່ໄດ້.”
ທ້າວ Ner Long Tor ຍັງບອກອີກວ່າ ຊາວມົ້ງກຸ່ມດັ່ງກ່າວໄດ້ສອບຖາມ ກັບອົງການ ທີ່ໃຫ້ການຊ່ອຍເຫລືອທາງດ້ານອາຫານການກີນ ທຸກຄັ້ງວ່າ ອານາຄົດ ຂະເຈົ້າ ຈະເປັນໃດ, ພວກຂະເຈົ້າ ບໍ່ຢາກຖືກສົ່ງກັບ ສປປລາວ ຄືກຸ່ມອື່ນໆ ເພາະຢ້ານບໍ່ປອດພັຍ. ຖ້າຈະສົ່ງກັບ ຈະຂໍຕາຍ ຢູ່ສູນບ່ອນນີ້ ແທນທີ່ ຈະກັບລາວ, ດັ່ງທ້າວ Ner Long Tor ກ່າວເພີ້ມອີກວ່າ:
“ຕອນນີ້ ກໍສບາຍດີ; ແຕ່ຈິດໃຈ ຂອງພວກຂະເຈົາ ກໍ່ບໍ່ຢາກຢູ່ ຕ. ມ. ໜອງຄາຍ ເພາະຢູ່ມານານແລ້ວ, ນະໂຍບາຍ ຂອງຣັຖບານໄທ ບໍ່ເປີດໃຫ້ອອກ, ມັນກໍບໍ່ໄດ້ອອກ. ເຣື້ອງທີ່ກັບລາວ ເຂົາກໍ່ບໍ່ຢາກກັບ, ບໍ່ປ່ອຍອອກ ຖ້າຈະກັບລາວ ໃຫ້ຕາຍໃນ ຕ. ມ. ເຂົາກໍຍອມຕາຍ.”
ປັດຈຸບັນ ມີຊາວມົ້ງ ທີ່ອາສັຍ ຢູ່ສູນກັກຂັງ ໜອງຄາຍ ປະມານ 154 ຄົນ, ໃນນັ້ນ ມີຜູ້ໃຫຍ່ 58 ຄົນ, ເດັກນ້ອຍ 92 ຄົນ ແລະ ມີຄົນຖືພາ 1 ຄົນ. ບາງຄົນກໍ່ໄດ້ລັກໜີໄປ ເພາະທົນຕໍ່ສພາບ ອັງອໍ ບໍ່ໄດ້. ຢູ່ບ່ອນກັກຂັງ ຂາດໝົດ ທຸກຢ່າງ, ແມ່ນແຕ່ ການອອກກຳລັງກາຍ ກໍ່ອະນຸຍາດໃຫ້ຂະເຈົ້າ ອອກຈາກຫ້ອງກັກຂັງ ພຽງແຕ່ ມື້ລະ 2 ຊົ່ວໂມງ ເທົ່ານັ້ນ. ກຸ່ມດັ່ງກ່າວ ຢາກໄປຕັ້ງຖີ່ນຖານ ຢູ່ ປະເທດທີ 3, ບໍ່ຢາກກັບ ສປປລາວ.
