ຊາວມົ້ງລາວທີ່ ທາງການໄທສົ່ງກັບ
2010.06.04
ນັກວິຊາການໄທ ດ້ານສິດທິມະນຸດ ສາກົລ ສະແດງ ຄວາມເປັນຫ່ວງ ຢາກຮູ້ວ່າ ທາງການລາວ, ອົງການນາໆຊາດ ແລະປະເທດທີ 3 ທີ່ຈະຮັບເອົາ ຊາວມົ້ງລາວ ສ່ວນນຶ່ງໄປ ຕັ້ງຖີ່ນຖານນັ້ນ ມີຄວາມຄືບໜ້າ ຫລືດໍາເນີນການ ຮອດໃສແລ້ວ ນັກວິຊາການ ຊາວໄທເວົ້າວ່າ:
"ຈໍາເປັນຕ້ອງ ໃຫ້ເຂົາເຈົ້າ ຖືກສັມພາດ ເປັນສ່ວນບຸກຄົນ ຊຶ່ງທ່ານເອງ ກໍຄິດວ່າ ຄວນຈະໃຫ້ ສະຖານທູດ ປະເທດ ທີ່ປະສົງຈະຮັບເອົາ ຊາວມົ້ງລາວ ເຫລົ່ານັ້ນ ໄດ້ເຂົ້າມາລົມນໍາ ເພື່ອຈະຮູ້ວ່າ ພວກເຂົາສົນໃຈ ຢາກຢູ່ລາວ ແລະດີໃຈແທ້ຫລືບໍ່".
ທ່ານກ່າວຕໍ່ໄປວ່າ ນັບຕັ້ງແຕ່ ຊາວມົ້ງລາວ ຖືກສົ່ງກັບທັງ ໝົດ ເມື່ອຊ່ວງທ້າຍປີ 2009 ຕາມຂໍ້ຕົກລົງ ຣະຫວ່າງ 2 ຝ່າຍ ລາວ-ໄທ ແລ້ວນັ້ນ ຝ່າຍລາວ ກໍໄດ້ເປີດ ສູນຮັບຊາວມົ້ງ ທີ່ບ້ານໂພນຄໍາ ແຂວງບໍລິຄໍາໄຊ ແລະທາງການລາວ ກໍໄດ້ນໍາພາ ສື່ມວນຊົນ ເຈົ້າໜ້າທີ່ ທະຫານ ເຈົ້າໜ້າທີ່ດ້ານ ການທູດ ຈາກປະເທດຕ່າງໆ ທີ່ສົນໃຈນັ້ນ ໄປຢ້ຽມຢາມເພື່ອ ເບີ່ງສະພາບການ ເປັນຢູ່ທີ່ແທ້ຈິງ ຂອງພວກເຂົາ. ຫລັງຈາກນັ້ນ ກໍບໍ່ມີຂ່າວໃດໆ ກ່ຽວກັບຄວາມຄືບໜ້າ ໃນການກວດສອບ ເອົາຊາວມົ້ງລາວ ໄປຕັ້ງຖີ່ນຖານໃໝ່ ຊຶ່ງທ່ານກໍຢາກ ເຫັນການກວດສອບ ທີ່ເປັນທັມ ສໍາລັບທຸກຝ່າຍ ທີ່ກ່ຽວຂ້ອງ ເຊັ່ນກັນ.
ຂ່າວທາງການລາວ ຣາຍງານເມື່ອບໍ່ນານ ມານີ້ວ່າຊາວ ລາວເຜົ່າມົ້ງ ທີ່ກັບຈາກ ປະເທດໄທທັງໝົດ 8 ພັນຄົນ ໄດ້ຕັ້ງຖີ່ນຖານ ສ້າງຄອບຄົວ ໂດຍໄດ້ຮັບການ ຊ່ວຍເຫລືອ ຈາກທາງການລາວ. ຊາວລາວເຜົ່າມົ້ງ ເຫລົ່ານີ້ສ່ວນນຶ່ງ ອາສັຍຢູ່ທີ່ ສູນພັທນາ ຜາຫລັກ ແຂວງວຽງຈັນ ສູນພັທນາ ໂພນຄໍາ ແຂວງບໍລິຄໍາໄຊ ແລະ ອີກສ່ວນນຶ່ງ ຍ້າຍກັບໄປຢູ່ ບ້ານເດີມ ໃນຫລາຍເຂດແຂວງ ຂອງລາວ.









