ເມື່ອບໍ່ນານມານີ້ ມີເຈົ້າໜ້າທີ່ ທະຫານໄທ, ອ້າງຕົນວ່າ ເປັນກອງກໍາລັງ ຈາກ ໜ່ວຍງານ ທະຫານ ແຂວງລົບບູຣີ, ເຂົ້າໄປກວດສອບ ກຸ່ມຊາວມົ້ງລາວ ທີ່ອາໄສຢູ່ ໃນເຂດ ບ້ານດົງຈໍາປາ ພ້ອມທັງ ຈົດຣາຍຊື່, ຖ່າຍຮູບ,ຈັດດທໍາ ບັນທຶກໄວ້ ເປັນຫລັກຖານ ວ່າ ມີຊາວມົ້ງລາວ ເຂົ້າອາໄສຢູ່ທີ່ນັ້ນ ຫລາຍປານໃດ. ຊາວມົ້ງລາວ ທີ່ ບ້ານດົງຈໍາປາ ຖືວ່າ ເປັນກຸ່ມ ທີ່ບໍ່ມີ ບັດປະຊາຊົນໄທ ກໍເລີຍ ພາກັນວິຕົກ ກັງວົນ ໃນຊຕາກັມ ຂອງພວກຕົນ ເພາະຢ້ານ ຈະຖືກສົ່ງກັບ ປະເທດລາວ ແບບຊາວມົ້ງ ລາວ ເຂດ ບ້ານຫ້ວຍນໍ້າຂາວ.
ຊາວມົ້ງລາວ ທີ່ອາໄສຢູ່ ໝູ່ບ້ານ ດົງຈໍາປາ ໃຫ້ຣາຍລະອຽດດັ່ງນີ້:
“ສະພາບ ຂອງພວກເຮົາ ຢູ່ທີ່ ລົບບູຣີ ດຽວນີ້ ທະຫານ ເຂົາມາຕ້ອງການ ເອົາບັນຊີຣາຍຊື່ ແລະ ທະຫານ ກໍມາ ຖ່າຍຮູບ ເອົາໄປໝົດແລ້ວ; ແຕ່ພວກເຮົາ ກໍຢ້ານກົວ ທາງທະຫານໄທ ຈະສົ່ງກັບລາວ.”
ແລະໃນວັນທີ 10 ມິນາ ປີ 2008 ນີ້, ທະຫານໄທ ກຸ່ມດັ່ງກ່າວ ມີ 4-5 ຄົນ ກໍເຂົ້າໄປ ກວດສອບ ຣາຍຊື່ ຊາວມົ້ງລາວ ຈຸນີ້ ໂດຍບໍ່ມີ ການຣາຍງານ ໃດໆ ອອກມາ ຈາກຊື່ມວນຊົນ, ຈົນກະທັ້ງ ມາຣອດ ວັນທີ 28 ມິນາ ທະຫານ ກຸ່ມເດີມ ກໍໄດ້ເຂົ້າໄປ ຖ່າຍຮູບ ຊາວມົ້ງລາວ ໃນເຂດ ບ້ານດົງຈໍາປາ ຈໍານວນ 365 ຄົນ ຕື່ມອີກ. ຊາວມົ້ງລາວ ບ້ານດົງຈໍາປາ ຢູ່ໃນຄວາມດູແລ ຂອງສໍານັກງານ ຂ້າຫລວງ ໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົບພະຍົບ UNHCR.
ຊາວມົ້ງລາວ ຊີ້ແຈງຕໍ່ໄປວ່າ:
“ສະຫະປະຊາຊາດ ທີ່ກຸງເທບ ພວກເຣົາກໍຕິດຕໍ່ໄປແລ້ວ ເມື່ອວັນທີ 28 ເດືອນທີແລ້ວ ທາງສະຫະປະຊາຊາດ ກໍໄດ້ໃຫ້ຄົນ ທີ່ BRC ມາຖາມ ຫົວໜ້າທະຫານ ທີ່ລົບບູຣີ ແຕ່ກໍບໍ່ໄດ້ມີ ຄໍາຕອບໃດອອກມາ, ບໍ່ຮູ້ວ່າ ເຂົາຈະທໍາ ການເດືອດຮ້ອນ ໃຫ້ພວກເຮົາ ຫລື ບໍ່ທໍາ ການເດືອດຮ້ອນ ໃຫ້ພວກເຮົາ ກໍບໍ່ຮູ້.”
ຊາວມົ້ງລາວ ໃນເຂດ ບ້ານດົງຈໍາປາ, ຊຶ່ງມີທັງໝົດ 365 ຄົນ ນັ້ນ, ເປັນຊາວມົ້ງລາວ ອີກຈຸນຶ່ງ ທີ່ລົບໜີ ຈາກປ່າ ເຂດ ແຂວງຊຽງຂວາງ ຂ້າມໄປໄທ ແລ້ວຂໍ ຄວາມຊ່ວຍເຫລືອ ຈາກ UNHCR. ໃນນັ້ນ ມີບາງຄົນ ໄດຮັບ ບັດຮັບຮອງ ຖານະ ເປັນຜູ້ລີ້ໄພ.
