ຄວາມປອດໄພ ຂອງມົ້ງລາວ ທີ່ຖືກສົ່ງກັບ ຄວນມີການ ຄ້ຳປະກັນ
ຄນະກັມມະການ ສິດທິມະນຸດຊົນໄທ ຮຽກຮ້ອງໃຫ້ ທາງການລາວແລະໄທ ຮັບປະກັນ ຄວາມປອດໄພ ຂອງຊາວມົ້ງລາວ ທີ່ຖືກສົ່ງກັບຄືນ ປະເທດ.
-
ສົມເນ
2009-09-25 -
-
-
Your browser doesn’t support HTML5 audio
ຕົວແທນຂອງ ຄນະກັມມະການ ສິດທິມະນຸດຊົນໄທ ຮຽກຮ້ອງໃຫ້ ທາງການລາວແລະໄທ ຮັບປະກັນ ຄວາມປອດໄພ ຂອງຊາວມົ້ງລາວ ທີ່ທັງສອງຝ່າຍ ໄດ້ຕົກລົງກັນ ສົ່ງກັບຄືນ ປະເທເດລາວ. ໃນເມື່ອວ່າ ມົ້ງລາວສ່ວນໃຫ່ຽ, ພ້ອມທີ່ຈະກັບຄືນ ປະເທດດ້ວຍຄວາມ ສມັກໃຈກໍຄວນ ຮັບປະກັນ ຄວາມປອດໄພ ຂອງເຂົາເຈົ້າ ດັ່ງທີ່ທ່ານໄດ້ກ່າວວ່າ:
"ມົ້ງກໍຄືວ່າ, ຖ້າເປັນຕາມຫລັກການ ກໍຂໍຢ່າໃຫ້ ລະເມີດສິດທິ ຂອງເຂົາເຈົ້າ ບໍ່ໃຊ້ຄວາມຮຸນແຮງ ຕໍ່ເຂົາເຈົ້າ, ບໍ່ມີການ ທຳຮ້າຍຮ່າງກາຍ."
ທ່ານກ່າວວ່າ, ຕາມຂໍ້ກໍາໜົດ ຂອງຫລັກການ ສິດທິມະນຸດນັ້ນ ທຸກພາກສ່ວນກ່ຽວຂ້ອງ ຕ້ອງຮັບປະກັນ ຄວາມປອດໄພໃຫ້ ຊາວມົ້ງລາວ ທີ່ກັບຄືນປະເທດເດີມ. ການດຳເນີນວຽກ ຂອງກັມມະການ ສິດທິມະນຸດໄທ ບໍ່ໄດ້ຂັດຂວາງ ການສົ່ງຊາວມົ້ງລາວ ກັບຄືນປະເທດ ຂອງທາງການໄທ ແຕ່ຢ່າງໃດ, ພຽງແຕ່ຕ້ອງການ ໃຫ້ມີຄວາມໂປ່ງໃສ.
ທ່ານໄດ້ແຈ້ງເພີ້ມວ່າ ຄນະກັມມະການ ສິດທິມະນຸດຊົນໄທ ເຫັນວ່າ92%ຂອງ ຊາວມົ້ງລາວ ທີ່ຢູ່ໃນສູນ ກັກຂັງຊົ່ວຄາວ ບ້ານຫ້ວຍນໍ້າຂາວ ເປັນຊາວມົ້ງທີ່ ຫລົບໜີ ຄວາມຫຍຸ້ງຍາກ ທາງດ້ານເສຖກິດ ໃນປະເທດ. ເຂົາເຈົ້າ ຄວນກັບຄືນບ້ານເດີມ ດັ່ງທ່ານໄດ້ກ່າວຕື່ມວ່າ:
"ເຂົາບອກວ່າ ທຸກຢ່າງ ຢູ່ບົນພື້ນຖານ ຂອງຄວາມສມັກໃຈກັບ ຕາມຂໍ້ມູນນັ້ນ ເຊື່ອໄດ້ວ່າຄົນ ພວກນີ້ເຂົ້າມາ ຍ້ອນໄພເສຖກິດ, ມາທາງໃດ ກໍຄືກັບໄປ ທາງນັ້ນ"
ຜົນຂອງການສໍາຣວດ ຂອງທະຫານໄທ ໃນສູນກັກຂັງຊົ່ວຄາວ ບ້ານຫ້ວຍນໍ້າຂາວ ແຂວງເພັດຊະບູນ ສະຫລຸບວ່າ ມົ້ງລາວ92% ເປັນພວກໜີໄພ ເສຖກິດ ສ່ວນອີກ8% ເປັນພວກທີ່ໜີໄພ ການເມືອງ.