ກະຊວງ ອຸດສາຫະກັມ ແລະການຄ້າ ໄດ້ນຳສເນີ ຮ່າງກົດຫມາຍ ວ່າດ້ວຍການ ປົກປ້ອງ ຜູ້ຊົມໃຊ້ ຊື່ງເປັນ ກົດຫມາຍໃຫມ່ ຂອງລາວ ຕໍ່ກອງປະຊຸມ ສະພາ ສມັຍສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ 6 ທີ່ໄດ້ຈັດຂື້ນ ໃນເດືອນ ມີຖຸນາ ທີ່ຜ່ານມາ ແລະກົດຫມາຍ ດັ່ງກ່າວ ກໍ່ຖືກຮັບຮອງ ຈາກສະພາ ແຫ່ງຊາດ ຮຽບຮ້ອຍແລ້ວ. ປັດຈຸບັນ ມີແຕ່ ລໍຖ້າ ມະຕິ ປະກາດ ການບັງຄັບ ໃຊ້ຈາກ ປະທານປະເທດ ສປປລາວ ທີ່ອາດຈະ ມີຂື້ນໃນ ໂອກາດ ອັນໃກ້ໆນີ້. ຕາມລາຍງານ ຈາກນະຄອນ ຫລວງວຽງຈັນ.
ດຣ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ສປປລາວ ກ່າວກ່ຽວກັບ ເຣື້ອງນີ້ວ່າ ກົດຫມາຍ ສະບັບດັ່ງກ່າວ ທັງຫມົດມີ 9 ພາກປະກອບ ດ້ວຍ 76 ມາດຕາ ຊື່ງມີຄວາມ ສຳຄັນຢູ່ 3 ປະເດັນ ໃຫຍ່ໆຄື.
1-ເປັນກົດຫມາຍ ເພື່ອປົກປ້ອງຊີວີດ ສຸຂພາບ ຊັພສີນ ແລະ ຜົລປໂຍດ ອັນຊອບທັມ ຂອງຜູ້ຊົມໃຊ້ ສີນຄ້າ ຫລືກຸ່ມ ຜູ້ບໍຣິໂພກ ຜູ້ທີ່ໃຊ້ ບໍຣິການ ດ້ວຍການນຳໃຊ້ ວິທີການ ຣະບຽບການ ແລະ ມາຕການຕ່າງໆ ທີ່ກຳນົດໄວ້ ໃນກົດຫມາຍ.
2-ກົດຫມາຍດັ່ງກ່າວ ເປັນການກຳນົດ ເງື່ອນໄຂ ຣະບຽບ ຫລັກການ ແລະ ມາຕການ ກ່ຽວກັບ ການຄຸ້ມຄອງ ກວດກາ ເພື່ອຮັບປະກັນ ຄວາມປອດພັຍ ຕໍ່ຊີວິດ ສຸຂພາບ ແລະ ຊັພສີນ ຂອງຜູ້ຊົມໃຊ້.
3-ສຳລັບ ປະເທດລາວ ແລ້ວ ຍັງມີການ ນຳເຂົ້າສີນຄ້າ ຈາກ ຕ່າງປະເທດ ເປັນຈຳນວນ ຫລວງຫລາຍ ເປັນຕົ້ນ ສິນຄ້າ ປະເພດ ອຸປໂພກ ບໍຣິໂພກ ອາຫານ ຢາ ແລະ ເຄື່ອງໃຊ້ອື່ນໆ. ສີນຄ້າ ບາງຊນິດ ມີຜລິຕພັນ ແບບຫລາກຫລາຍ ອອກຂາຍໃນ ຕລາດ ແລະມີການ ໂຄສະນາ ຢ່າງເສຣີ ຂອງຜູ້ດຳເນີນ ທຸຣະກິດ. ບາງສີນຄ້າ ໂຄສະນາ ເກີນຄວາມເປັນຈິງ ແລະ ກໍ່ເປັນ ສີນຄ້າ ຫລອກແບບ ທີ່ບໍ່ໄດ້ ມາຕຖານ ກົດຫມາຍ ດັ່ງກ່າວ ຈະຄວບຄຸມ ສີ່ງເຫລົ່ານີ້.
