ສື່ມວລຊົນລາວເປັນ ພຽງປາກສຽງຂອງພັກ-ຣັດ

ເຖີງປັດຈຸບັນນີ້ ສື່ມວລຊົນ ລາວ ຍັງມີຂໍ້ຫຍຸ້ງຍາກຫລາຍຢ່າງ ກ່ອນອື່ນໝົດ ແມ່ນການ ອອກຂ່າວ ຢູ່ໃນຂອບເຂດ ທີ່ຈໍາກັດ.
ຈໍາປາທອງ
2010.08.11

ການວິເຄາະ ວິຈານ ບັນຫາ ເສຖກິດ-ສັງຄົມ-ວັທນະທັມ ບໍ່ທັນເປີດ ກວ້າງໄດ້ ການຕ້ານບັນຫາ ອັນບໍ່ດີ ທີ່ເກີດຂຶ້ນ ໃນສັງຄົມ ຫລືທີ່ເອີ້ນ ກັນວ່າ ປາກົດການ ຫຍໍ້ທໍ້ ຍັງເຮັດແບບ ຢຸດໆຢ່ອນໆ.

ໃນເວລາ ດຽວກັນ ການອອກຂ່າວ ກ່ຽວກັບ ການຕ້ອນຮັບແຂກ ແລະກ່ຽວກັບ ກອງປະຊຸມ ວິຊາການ ແມ່ນຫລາຍເກີນໄປ ແບບທີ່ວ່າ ສື່ມວລຊົນລາວ ຍັງເປັນ           ກະບອກສຽງ ໂຄສະນາ ກ່ຽວກັບການ ເຄື່ອນໄຫວຂອງ ພັກແລະຣັດ ຫລາຍກວ່າເປັນ ເວທີຂອງ ປະຊາຊົນ. ດັ່ງນັ້ນ ຈຶ່ງບໍ່ເປັນ ທີ່ໜ້າຈັບໃຈ ຂອງຜູ້ອ່ານ ແລະຜູ້ຟັງ.

ທ່ານ ບົວບານ ວໍລະຂຸນ ອະດີດຮອງ ຣັຖມົນຕຣີ ກະຊວງຖແລງຂ່າວ ແລະ ວັທນະທັມ ອະດີດປະທານ ສະມາຄົມ ນັກຂ່າວຂອງ ສປປລາວ ໄດ້ເປີດເຜີຍ ໃຫ້ຮູ້ເຖິງ ຂໍ້ຄ້າງຄາ ຂອງ ບັນຫານີ້ວ່າ ສື່ມວລຊົນ ຂອງລາວ ບໍ່ສາມາດ ເຂົ້າຫາຂໍ້ມູນ ຂ່າວສານໃນ ສັງຄົມໄດ້ ຍ້ອນວ່າ ນັກຂ່າວລໍຖ້າ ແຕ່ບັດເຊີນ ບໍ່ເປັນເຈົ້າການ ສແວງຫາຂ່າວ.

ທາງກະຊວງ ຂແນງການ ແລະ ທ້ອງຖິ່ນ ສົນໃຈໜ້ອຍ ທີ່ຈະສົ່ງ ຂໍ້ມູນໃຫ້ ນັກຂ່າວ ເພື່ອໂຄສະນາ ຜ່ານສື່ມວນຊົນ. ທ່ານວ່າ ອັນສຳຄັນ ສື່ມວລຊົນລາວ ຍັງບໍ່ມີ ຣະບຽບ ກົດໝາຍອັນໃດ ທີ່ຮັບປະກັນ ເສຣີພາບ ຂອງສື່ມວລຊົນ ທີ່ມີພັກ ເປັນຜູ້ນຳພາ. ສະນັ້ນ ສື່ມວລຊົນ ຂອງລາວ ຈຶ່ງບໍ່ກ້າ ເວົ້າຄວາມຈິງ ບໍ່ກ້າ ລົງເລິກບັນຫາ ທີ່ສັງຄົມມີ ຄວາມສົນໃຈ ເພາະຢ້ານຈະຖືກ ບັນດາ ຜູ້ນຳພັກ-ຣັດ ຕ້ອງຕິ.

ມີນັກຂ່າວລາວ ຈຳນວນນຶ່ງ ພາກັນຕັ້ງ ບັນຫາຂຶ້ນວ່າ ເສຣີພາບ ຂອງສື່ມວລຊົນ ກັບການ ນຳພາຂອງພັກ ຄວນປະສົມ ປະສານກັນ ແນວໃດ ຈຶ່ງຈະສອດຄ່ອງ ແລະ ບໍ່ຂັດກັນ. ແຕ່ທາງການ ລາວ ອະພິປາຍວ່າ ການເປີດກວ້າງ ເສຣີພາບ ຂອງ ສື່ມວລຊົນ ຫລາຍເກີນໄປ ຈະກໍ່ໃຫ້ເກີດ ອະນາທິປະໄຕ ໂດຍຄົນບໍ່ດີ ຈະສວຍໂອກາດ ເຮັດໃຫ້ສັງຄົມ ປັ່ນປ່ວນ.

ໃນຣະຍະ 35 ປີ ມານີ້ ການຖແລງຂ່າວ ຂອງ ສປປລາວ ຂຍາຍຕົວ ຈາກການມີ ໜັງສືພິມ ລາຍວັນ 2 ສະບັບ ມາເປັນ 5 ສະບັບ. ບາງຂແນງການ ທີ່ທາງການ ຖືວ່າ ສຳຄັນ ກໍມີ ໜັງສືພິມ ຫລື ວາຣະສານ ເປັນຂອງຕົນ ມີສະຖານີ ໂທຣະທັດ ແລະ ສະຖານີ ວິທຍຸ ຫລາຍແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.