ອົງການ ເສຣີພາບ Freedom House ອອກຣາຍງານ ປະຈໍາປີ ໂດຍຈັດ ສປປລາວ ຢູ່ອັນດັບທີ 184 ໃນຈໍານວນ ທັງໝົດ 195 ປະເທດທີ່ບໍ່ ມີເສຣີພາບ ໃນການເຜີຍແຜ່ ຂ່າວສານ ເມື່ອມໍ່ໆມານີ້.
ຕໍ່ຣາຍງານນັ້ນ ໂຄສົກການ ຕ່າງປະເທດ ໃຫ້ຄໍາເຫັນ ຜ່ານທາງ ໂທຣະສັບ ຈາກນະຄອນ ຫລວງວຽງຈັນ ໂດຍອ້າງເຖິງສິດ ເສຣີພາບ ໃນການຂີດຂຽນ ປາກເວົ້າ ໂຮມຊຸມນຸມ ທີ່ໄດ້ກໍານົດ ໄວ້ຢູ່ໃນ ກົດໝາຍ ຣັຖທັມນູນ ທີ່ວ່າເຮັດໃຫ້ ລາວ ມີ ສເຖັຽຣະພາບ ທາງການເມືອງ ຕລອດມາ ໂດຍບໍ່ມີ ອົງການໃດ ຂອງລາວຂັດຂ້ອງ ຫລືປະທ້ວງ:
ນອກຈາກວ່າ ພວກທີ່ບໍ່ ຫວັງດີ ຢູ່ຕ່າງປະເທດ ສ້າງເລື້ອງຂຶ້ນມາ ຜູ້ທີ່ບໍ່ມັກ ລາວ ບໍ່ເປັນເພື່ອນ ລາວ ສ້າງຂ່າວໂຕ ນັ້ນຂຶ້ນມາ ໂຈມຕີລາວ ນັ້ນກໍເປັນເລື້ອງ ປົກກະຕິດອກ ຜູ້ໃດມັກ ກໍວ່າດີ ຜູ້ບໍ່ມັກ ກໍວ່າບໍ່ດີ ເບື້ອງຣັຖບານ ກໍແມ່ນ ສີ່ງໃດດີ ເປັນຜົນດີ ແກ່ປະຊາຊົນ ຣັຖບານ ກໍແມ່ນຍຶດໝັ້ນ ແລະປະຕິບັດ ຕາມກົດໝາຍ ຂອງລາວ ທີ່ມີ.
ການສໍາຣວດ ເລື້ອງ ເສຣີພາບ ການຂ່າວໃນ 195 ປະເທດໃນໂລກ ອົງການ Freedom House ພົບວ່າ 70 ປະເທດ ມີເສຣີພາບ ໃນການເຜີຍແຜ່ ຂໍ້ມູນຂ່າວສານ 61 ປະເທດ ມີເສຣີພາບ ບາງສ່ວນ ແລະ 64 ປະເທດ ບໍ່ມີ ເສຣີພາບ ເລີຍ. ສໍາລັບກຸ່ມ ອາຊຽນ ທີ່ບໍ່ມີ ເສຣີພາບ ໃນການ ສເນີຂ່າວເລີຍ ກໍແມ່ນ ພະມ່າ ຢູ່ອັນດັບທີ 193 ກໍາພູຊາ ດີກວ່າລາວ ຢູ່ອັນດັບທີ 132 ວຽດນາມ 178 ໃນຂະນະທີ່ ລາວ ຢູ່ອັນດັບທີ 184. ຈີນ 181 ແລະເກົາຫລີເໜືອ ເປັນທີສຸດທ້າຍ ຄືທີ 195.
ສື່ມວນຊົນ ຂອງລາວ ອັນມີທັງ ໂທຣະພາບ ແຫ່ງຊາດ ໂທຣະພາບ Lao Star Channel ວິທຍຸ ກະຈາຍສຽງ ແຫ່ງຊາດ ໜັງສືພິມ ປະຊາຊົນ ວຽງຈັນໃໝ່ ຂ່າວສານ ປະເທດລາວ ຮວມຢູ່ດ້ວຍນັ້ນ ກ່ອນໜ້ານີ້ ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ບັນດາ ນັກວິຊາການ ພາກສ່ວນ ສື່ມວນຊົນ ຮວມທັງຂແນງ ການອຶ່ນໆ ເຫັນວ່າວົງການ ສື່ມວນຊົນ ຂອງລາວ ຂຍາຍຕົວຊ້າ ການສເນີຂ່າວ ເພື່ອປົກປ້ອງ ສິດ-ຜົນປໂຍດ ຂອງປະຊາຊົນ ຍັງເຮັດບໍ່ໄດ້ ເທົ່າທີ່ຄວນ ບໍ່ດີພໍ ແລະວ່າທີ່ ຜ່ານມາອົງການ ສື່ມວນຊົນ ຂອງລາວ ກໍພະຍາຍາມ ພັທນາຕົນເອງ ຕລອດມາ ແຕ່ວ່າການ ສເນີຂ່າວກໍຍັງ ມີລັກສະນະ ຢຸດໆຢ່ອນໆ ຊຶ່ງອາຈເປັນຍ້ອນ ຍັງຖືກຈໍາກັດ ການເຄື່ອນໃຫວ ແລະການອອກຂ່າວ ຂອງນັກຂ່າວ ຢູ່ຕລອດມາ ໂດຍທາງພັກ-ຣັດ.