ຂ່າວ ແບບເສຣີ ຍັງບໍ່ມີ ດັ່ງກົດໝາຍ ບົ່ງໄວ້

ບົດບາດ ແລະ ສິດ ເສຣີພາບ ໃນການອອກຂ່າວ ຂຽນຂ່າວ ໃນລາວ ຍັງມີຂອບເຂດ ຈຳກັດຢູ່ ເຖີງແມ່ນຈະ ມີກົດຫມາຍ ກ່ຽວກັບສື່ມວນຊົນ ໃນລາວແລ້ວ ກໍ່ດີ ອີງຕາມຄຳ ໃຫ້ການຂອງ ເຈົ້າຫນ້າທີ ຣະດັບສູງ ຂອງລາວ.

0:00 / 0:00

ທ່ານ ບໍ່ແສງຄຳ ວົງດາຣາ ຣັຖມົນຕຣີ ຊ່ວຍວ່າການ ກະຊວງຖແລງຂ່າວ ແລະ ວັທນະທັມ ປະທານສມາຄົມ ນັກຂ່າວ ແຫ່ງຊາດລາວ ກ່າວວ່າ ອີງຕາມສະພາບ ຄວາມເປັນຈີງແລ້ວ ສື່ມວນຊົນລາວ ຍັງຖືວ່າ ບໍ່ທັນມີຄວາມ ເຂັ້ມແຂງ ເທົ່າທີ່ຄວນ ແລະ ມີຂໍ້ຈຳກັດ ຫລາຍຢ່າງ ເປັນຕົ້ນ ບຸກຄຣາກອນ ທີ່ເຮັດວຽກ ກ່ຽວກັບສື່ມວນ ຊົນ ຍັງມີຂອບເຂດ ຈຳກັດໃນການ ປະຕິບັດ ຫນ້າທີ່ຂອງ ພວກຂະເຈົ້າຢູ່, ທ່ານວ່າ ສປປລາວ ໄດ້ມີນິຕິກັມ ແນະນຳໃຫ້ທຸກ ອົງການຂອງຣັຖ ຮ່ວມມືໃນການ ສນອງຂໍ້ມູນ ຂ່າວສານໃຫ້ແກ່ ສື່ມວນຊົນ ນອກຈາກນັ້ນ ຍັງມີຄຳສັ່ງ ຈາກຄະນະ ເລຂາທິການ ຂອງຣັຖບານ ວ່າທຸກອົງການ ຈັດຕັ້ງຕ້ອງໃຫ້ ການພົວພັນແລະ ຮ່ວມ ມືກັບນັກຂ່າວ ແຕ່ໃນຄວາມ ເປັນຈີງ ຫລາຍອົງການໄດ້ ໃຫ້ຂໍ້ມູນດ້ວຍ ການລ້າຊ້າ ຫລືບໍ່ຍອມ ໃຫ້ເລີຍ ເມື່ອເຫັນວ່າຈະ ເປັນການເປີດເຜີຍ ຈຸດອອ່ນຂອງຕົນ.

ຍ້ອນເຫດດັ່ງກ່າວ ສື່ມວນຊົນ ຈື່ງບໍ່ສາມາດ ເສີມຂຍາຍ ຜົລປໂຍດຂອງຕົນ ໄດ້ຢ່າງເຕັມປ່ຽມ ທັ້ງໆທີ່ມີ ບ່ອນອີງທາງ ດ້ານກົດຫມາຍ ເພື່ອການເຂື່ອນໃຫວ ຢ່າງຖືກ ຕ້ອງນີ້ ເປັນຊ່ອງຫວ່າງໃຫ້ ສັງຄົມມີການ ຕຳນິວິຈານ ວ່າ ທາງການລາວ ຍັງຄວບຄຸມ ສື່ມວນຊົນ ຢ່າງເຄັ່ງຄັດ ເຫມືອນເດີມ.

ເຮັດໃຫ້ ສື່ມວນຊົນ ບໍ່ມີພາຣະ ບົດບາດທີ່ຈະ ປະຕິບັດ ຫນ້າທີ່ໃຫ້ດີ ກວ່າເກົ່າ ບໍ່ສາມາດເປັນ ບ່ອນອີງໃນການ ປະຕິບັດ ສິດທິອັນ ຊອບທັມຂອງ ປະຊາຊົນ ທີ່ໄດ້ ຣະບຸ ໃວ້ໃນມາຕຣາ 44 ຂອງ ຣັຖທັມມະນູນ ທີ່ໄດ້ກຳນົດ ໃວ້ວ່າ ພົລເມືອງລາວ ມີສິດ ເສຣິພາບ ໃນການປາກເວົ້າ ຂີດຂຽນ ໂຮມຊຸມນຸມ ຈັດຕັ້ງ ສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດຕໍ່ ຣະບຽບກົດຫມາຍ. ທາງການລາວໄດ້ ກຳນົດວັນ ສື່ມວນຊົນລາວ ໃສ່ວັນທີ 13 ສີງຫາ ໃນແຕ່ລະປີ. ຄາດວ່າ ທຸກສີ່ງທຸກຢ່າງ ອາຈມີການ ປ່ຽນແປງ ໃນສື່ມວນຊົນ ລາວ .