ໄທ ບໍ່ອະນຸຍາດ ນັກເຄື່ອນໄຫວ ວຽດນາມເຂົ້າປະເທດ

ທາງການໄທ ບໍ່ອະນຸຍາດ ໃຫ້ນັກເຄື່ອນໄຫວ ດ້ານສິດທິ ມະນຸດ ວຽດນາມ 2 ຄົນ ທີ່ຈະມາຮ່ວມ ກອງປະຊຸມ ນັກຂ່າວ ທີ່ຈັດຂຶ້ນ ໃນມື້ວັນຈັນ ທີ 13 ກັນຍາ 2010 ນີ້ ຢູ່ບາງກອກ.

ທາງການວຽດນາມ ໄດ້ກ່າວຫາວ່າ ພວກຂະເຈົ້າ ລະເມີດ ກົດໝາຍ ຂອງວຽດນາມ, ອີງຕາມ ລາຍງານຂອງ ອົງການ ຜູ້ສື່ຂ່າວໄທ.
ອົງການ ຜູ້ສື່ຂ່າວໄທ ລາຍງານ ຕໍ່ໄປວ່າ ຍ້ອນມາຕການດັ່ງກ່າວ ຄນະກັມມະການ ສິດທິມະນຸດ ວຽດນາມ ຊຶ່ງເປັນອົງການ ທີ່ຕິຕຽນ ຣັຖບານມາ ເປັນເວລາ ດົນນານ ຕ້ອງໄດ້ຍົກເລີກ ກອງປະຊຸມ ດັ່ງກ່າວ ທີ່ໄດ້ກຳນົດ ຈັດຂຶ້ນຢູ່ ສະມາຄົມ ຜູ້ສື່ຂ່າວ ຕ່າງປະເທດ ແຫ່ງປະເທດໄທ.

ສະມາຄົມ ຜູ້ສື່ຂ່າວ ຕ່າງປະເທດ ແຫ່ງປະເທດໄທ ໄດ້ເປີດເຜີຍໃນ ມື້ວັນອາທິດ ທີ 12 ກັນຍາ 2010 ວ່າ ກະຊວງການ ຕ່າງປະເທດໄທ ໄດ້ສັ່ງບໍ່ໃຫ້ ທາງສະມາຄົມ ໃຊ້ສະຖານທີ່ ຂອງຕົນ ຈັດກອງປະຊຸມ ດັ່ງກ່າວເພາະ ຢ້ານວ່າຂໍ້ມູນ ໃນກອງ ປະຊຸມອາດຈະ ສ້າງຄວາມເສັຍຫາຍ ໃຫ້ກັບປະເທດ ເພື່ອນບ້ານ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ທາງການ ໄທແລະວຽດນາມ ກໍບໍ່ໄດ້ ໃຫ້ຂໍ້ມູນ ຫຍັງເພີ້ມຕື່ມ ເທື່ອກ່ຽວກັບ ເຣື້ອງດັ່ງກ່າວ ໃນເວລານີ້. ໃນກອງປະຊຸມ ດັ່ງກ່າວ ກຸ່ມສິດທິ ມະນຸດ ທີ່ອາສັຍ ຢູ່ຕ່າງປະເທດ ຈະສເນີ ລາຍງານກ່ຽວກັບ ການລະເມີດ ສິດທິມະນຸດ ທີ່ຍັງເກີດຂຶ້ນ ຢູ່ເລື້ອຍໆ ໃນເວລາທີ່ ວຽດນາມ ເປັນປະທານ ອາຊຽນ, ຊຶງ ທັງກຸ່ມ ປົກປ້ອງ ສິດທິພົລເຮືອນ ແລະການເມືອງ ຮວມທັງກຸ່ມ ປົກປ້ອງ ສິດທິທາງເສຖກິດ ແລະສັງຄົມ ເຫັນວ່າວຽດນາມ ລະເມີດ ສິດທິມະນຸດ ຢ່າງໂຈ່ງແຈ້ງ ບໍ່ມີການ ປິດບັງ ໃດໆເລີຍ. ອີງຕາມລາຍງານ ນັກໂທດ ຈິດສຳນຶກ ຢ່າງໜ້ອຍ 258 ຄົນຖືກຈັບ ແລະຍັງຕິດຄຸກ ຢູ່ວຽດນາມ ໃນເວລານີ້. ພາຍໃຕ້ການ ປົດປ່ອຍ ເສຖກິດ ທີ່ມີພັກດຽວ ປົກຄອງ ໂດຍບໍ່ມີ ລະບົບສານ ອິສຣະເປັນຜູ້ກວດກາ ເຮັດໃຫ້ການ ສໍ້ຣາຊບັງຫລວງ ແພ່ລະບາດ ຢ່າງແກ້ໄຂ ບໍ່ໄດ້ ໃນວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org