ສິດທິເດັກນ້ອຍລາວ ຍັງມີອຸປສັກ

ຢູ່ໃນສັງຄົມລາວ ປັດຈຸບັນ ຍັງມີອຸປສັກ ໃນການຈັດຕັ້ງ ປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກນ້ອຍ.
ມະນີຈັນ
2010.02.02

ປັດຈຸບັນ ສັງຄົມຢູ່ໃນ ສປປລາວ ຍັງມີອຸປສັກ ໃນການຈັດຕັ້ງ ປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກນ້ອຍ ຍ້ອນວ່າມີບັນຫາ ຢາເສບຕິດໃຫ້ໂທດ ມີການລັກຊົກຈົກຫໍ່ ປຸ້ນຈີ້ ຕິດເຊື້ອໂຣກເອດສ ການຄ້າແຮງງານ ນັກເລງອັນຕະພານ. 

ຍານາງ ຂັນທະລາສີ ສຸດທິຈັກ ຫົວໜ້າກອງເລຂາ ຄນະກັມມາທິການ ເພື່ອແມ່ແລະເດັກແຫ່ງຊາດ ທີ່ນະຄອນ ຫລວງວຽງຈັນ ກ່າວກ່ຽວກັບເຣື້ອງນີ້ວ່າ:

"ສິ່ງທີ່ເປັນອຸປສັກ ເຮັດໃຫ້ກີດຂວາງ ການຈັດຕັ້ງ ປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກ ກໍຄືສິ່ງຍໍ້ທໍ້ ໃນສັງຄົມ ປັຈຈຸບັນ ຍັງສົ່ງຜົນກະທົບ ທາງລົບ ໃຫ້ແກ່ເດັກນ້ອຍ ແລະ ວັຍໜຸ່ມຈໍານວນໜຶ່ງ".

ນອກຈາກອຸປສັກ ດັ່ງທີ່ເວົ້າມາ ນັ້ນແລ້ວ ກໍຍັງມີບັນຫາ ເຣື້ອງເດັກນ້ອຍ ປະມານ70ສ່ວນຮ້ອຍ ບໍ່ໄດ້ເຂົ້າໂຮງຮຽນ ພາຍຫລັງຮຽນຈົບ ຊັ້ນປະຖົມ ແລະ ຍັງບໍ່ມີແຫລ່ງ ທຶນຊ່ວຍເດັກນ້ອຍ ກ່ອນວັຍຮຽນ. ສິ່ງດັ່ງກ່າວ ກໍສົ່ງຜົນກະທົບ ຕໍ່ເດັກນ້ອຍ ແລະ ຊາວໜຸ່ມລາວ. ຍານາງ ຂັນທະລາສີ ກ່າວຕໍ່ໄປວ່າ:

"ຍັງມີເດັກນ້ອຍ ວັຍໜຸ່ມລາວ ຈໍານວນໜຶ່ງ ຍັງຕົກເປັນທາດ ຂອງຢາເສບຕິດ ກາຍເປັນນັກເລງ ອັນຕະພານ ຕິດເຊື້ອໂຣກເອດສ ຖືກຂາຍແຮງງານ ຂີ້ຄ້ານໄປໂຮງຮຽນ ຊຶ່ງຜູ້ກະທໍາຜິດ ສ່ວນໃຫຍ່ ແມ່ນວັຍໜຸ່ມ ທີ່ມີອາຍຸຕໍ່າກວ່າ 18ປີ".

ຍານາງວ່າ ໃນລະຍະຜ່ານມາ ທາງຄນະກັມມາທິການ ເພື່ອແມ່ແລະເດັກ ແຫ່ງຊາດ ກໍໄດ້ປະສານງານ ກັບຂແນງການທີ່ ກ່ຽວຂ້ອງ ຂອງອົງການ ຈັດຕັ້ງສາກົນ ໃນການ ຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິ ຂອງເດັກນ້ອຍ ແຕ່ກໍຍັງບໍ່ສາມາດ ບັນລຸໄດ້ຕາມເປົ້າໝາຍ ຍ້ອນປະເຊີນກັບ ຜົນກະທົບ ອັນບໍ່ດີທີ່ເກີດຂຶ້ນ ໃນສັງຄົມລາວ.

ຫົວໜ້າກອງເລຂາ ຄນະກັມມາທິການ ເພື່ອແມ່ແລະເດັກ ແຫ່ງຊາດ ຂອງລາວ ກ່າວຍໍ້າອີກວ່າ ປາກົດການ ອັນບໍ່ດີຕ່າງໆ ທີ່ເວົ້າມານັ້ນ ລ້ວນແລ້ວແຕ່ເປັນ ອຸປສັກໃນ
ການຈັດຕັ້ງປະຕິບັດ ສົນທິສັນຍາ ດັ່ງກ່າວ ໃຫ້ບັນລຸຜົນສຳເຣັດ ຕາມເປົ້າໝາຍ ຄື ການພັທນາ ແລະ ສ້າງໂລກໃຫ້ສົດໃສ ສຳລັບເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.