ບໍ່ມີ ອິສຣະພາບ ທາງຂ່າວສານ ໃນ ສປປລາວ

ທ່ານ ແວ໊ງຊັງ ໂບຣດແຊນ, ອົງການຂ່າວ ບໍ່ມີພົມແດນ ຟຣັ່ງ, ກ່າວວ່າ ເຈົ້າໜ້າທີ່ ຂັ້ນສູງສຸດ ສປປລາວ ສືບຕໍ່ ປະຫັດ ປະຫານ ສິດທິ ທາງການຂ່າວ ໃນ ລາວ.

0:00 / 0:00

ວັນທີ 2 ພຶດສະພາ 2008 ນີ້, ອົງການຂ່າວ ບໍ່ມີພົມແດນ, Reporteur Sans Frontiere, ທີ່ມີ ທີ່ຕັ້ງ ຢູ່ ນະຄອນຫລວງ ປາຣີ, ໄດ້ເຜີຍ ຕໍ່ວິທະຍຸ ເອເຊັຍເສຣີ ວ່າ: ອຳນາດ ການປົກຄອງ ສປປລາວ ຍັງສືບຕໍ່ ປະຫັດ ປະຫານ ການຂ່າວ ເສຣີ ໃນ ສປປລາວ. ພ້ອມນັ້ນ, Reporteur Sans Frontiere ກໍຍັງໄດ້ເນັ້ນວ່າ: ຮອດ ປະຈຸບັນນີ້, ບໍ່ມີ ອົງການ ເສຣີ ໃດໆ ສາມາດ ເຂົ້າໄປ ເອົາຂ່າວ ທີ່ ທາງການລາວ ບໍ່ອານຸຍາດ ນັ້ນ, ໂດຍ ສະເພາະ, ກ່ຽວກັບຂ່າວ ທີ່ ທາງການລາວ ປະຫັດ ປະຫານ ຊາວລາວ ເຜົ່າມົ້ງ ທີ່ຕໍ່ຕ້ານ ຣັຖບານ ສປປລາວ ນັ້ນ ແມ່ນ ຖືກປິດບັງ ທຸກປະຕູ. ກ່ຽວກັບ ສິດທີ ຂອງການຂ່າວ ໃນ ສປປລາວ ນັ້ນ, ທ່ານ ແວ໊ງຊັງ ໂບຣດແຊນ ໄດ້ກ່າວ ໃນຕອນນຶ່ງ ວ່າ:

(ສຽງ ຂອງ ທ່ານ ໂບຣດແຊນ)

ທ່ານ ເວົ້າວ່າ ມັນເປັນ ໜ້າເສົ້າໃຈ ທີ່ສຸດ ທີ່ຜູ້ນຳ ສູງສຸດ ຂອງ ສປປລາວ, ທ່ານ ຈູມມະລີ ໄຊຍະສອນ, ໄດ້ຖືກ ຈັດເຂົ້າ ໃນຈຳນວນ ບັນດາ ຜູ້ ປະຫັດ ປະຫານ ສິດທິ ໃນ ການຂ່າວ. ຍ້ອນເຫດນີ້, ຢູ່ໃນເມືອງລາວ ຈຶ່ງບໍ່ມີ ອິສຣະພາບ ໃນການຂ່າວ. ນອກນັ້ນ, ທ່ານ ຍັງໄດ້ເພີ່ມວ່າ ທາງ Reporteur Sans Frontiere ຈະເຜີຍ ຄວາມເປັນຈິງ ທັງໝົດ ຕໍ່ຊາວໂລກ ໃນລາຍງານ ປະຈຳປີ ຂອງ Reporteur Sans Frontiere ໃນມື້ ວັນເສົາ ວັນທີ 3 ພຶດສະພາ ຊຶ່ງເປັນ ວັນສາກົນ ແຫ່ງສິດທິ ທາງການຂ່າວ.