ນັກໂທດ ຕ່າງດ້າວ ໃນລາວ
ຊາຕາກັມ ຂອງນັກໂທດ ຊາວຕ່າງຊາດ ທີ່ຖືກ ທາງການລາວ ຈັບກຸມໃນ ສປປລາວ ຍັງມືດມົນຢູ່ ເພາະວ່າທາງການລາວ ປະຕິເສດ ບໍ່ໃຫ້ ຄວາມກະຈ່າງແຈ້ງ
-
ໂພໄຊສວັດ
2009-04-17 -
-
-
Your browser doesn’t support HTML5 audio
ໃນວັນພຣະຫັດ ທີ 16 ເມສາ 2009 ອົງການ ຊ່ວຍເຫລືອ ນັກໂທດຊາວ ຕ່າງຊາດໃນລາວ ຫລືຊື່ຍໍ້ ເປັນພາສາ ອັງກິດວ່າ (FPSS). ໄດ້ຈັດກອງປະຊຸມ ຜູ້ສື່ຂ່າວຂື້ນ ຢູ່ນະຄອນຫລວງ ວໍຊິງຕັນ ສະຫະຣັຖ ອະເມຣິກາ ໂດຍມີຈຸດ ປະສົງຢາກ ໃຫ້ທາງການ ກ່ຽວຂ້ອງ ຊຶ່ງຮວມທັງ ອົງການ ສິດທິມະນຸດ, ອົງການ ນິຣະໂທດກັມ ສາກົນ ແລະອົງການ ນາໆຊາດອື່ນໆ ເຂົ້າໄປສອບຖາມ ກວດຄົ້ນຫາ ນັກໂທດ ບໍ່ວ່າ ລາວຫລື ຕ່າງຊາດ ທີ່ທາງການລາວ ປະຕິເສດ ການຈັບກຸມ ຫລືພວກທີ່ ຫາຍສາບສູນ ໄປໂດຍທີ່ ບໍ່ຮູ້ຂ່າວຄາວ ໃນລາວ.
ກອງປະຊຸມນີ້ ໄດ້ຈັດຂື້ນດ້ວຍ ການຮ່ວມມື ຂອງອົງການ ຊາວມົ້ງລາວ ອະເມຣິກັນ, ອົງການແນວຮ່ວມ ປະຊາທິປະໄຕ ໃນລາວແລະ ສະມາຄົມ ລາວອື່ນໆອີກ.
ໃນກອງປະຊຸມ ນາງ Kay Danes ນັກຂຽນຊາວ ອອສເຕຣເລັຍ ນັກຕໍ່ສູ້ເພື່ອ ສັງຄົມ ແລະຍັງເປັນ ນັກໂທດທີ່ ຖືກຈັບ ຢູ່ລາວອີກ ເມື່ອປີ 2000 ໄດ້ກ່າວກ່ຽວກັບ ນັກໂທດຊາວ ຕ່າງຊາດໃນລາວ ໃນຕອນນຶ່ງວ່າ:
The view that her husband was detained for political reasons that they didn’t believe that they were there not for investment purposes that they have been there for another purpose and this stems back to the problem with the plight of the Hmong is that there is so much distrust with the Lao-Vietnamese leadership that they distrust the Lao Hmong.
ນາງກ່າວວ່າ ແນວຄິດທີ່ວ່າ ສາມີຂອງລາວ ຖືກຈັບຍ້ອນ ເຫດຜົນ ທາງການເມືອງ ບໍ່ເຊື່ອວ່າ ພວກຂະເຈົ້າ ເຂົ້າມາເພື່ອ ການລົງທຶນ ແຕ່ພວກຂະເຈົ້າ ເຂົ້າມາຍ້ອນເຫດ ຜົນອື່ນອັນນີ້ ພາໃຫ້ຫວນກັບ ໄປຄິດຫາ ຊາຕາກັມ ຂອງຊາວມົ້ງລາວ ທີ່ມີການບໍ່ ໄວ້ວາງໃຈກັນ ລະຫວ່າງທາງ ການລາວ/ວຽດນາມ ກັບຊາວມົ້ງລາວ.
ນອກຈາກນີ້ແລ້ວ ກໍຍັງມີ ນາງ Sheng Xiong ຊາວມົ້ງລາວ ອະເມຣິກັນ ຊຶ່ງສາມີ ພ້ອມກັບ ໝູ່ສອງຄົນ ໄດ້ຖືກ ທາງການລາວ ຈັບໄປແຕ່ ປີ 2007 ໂດຍບໍ່ມີຂ່າວ ຄາວ ໄດ້ຂື້ນກ່າວ ເຖິງສະພາບ ຄອບຄົວທີ່ລໍ ຖ້າການກັບມາ ຂອງສາມີທີ່ ທາງການລາວ ໄດ້ປະຕິເສດ ວ່າບໍ່ໄດ້ຈັບ ມາຕລອດແລະ ຕໍ່ມາກໍວ່າ ພວກຂະເຈົ້າໄດ້ ໜີ ອອກໄປຈາກ ລາວແລ້ວໂດຍ ບໍ່ມີຫລັກຖານ ການອອກຈາກ ປະເທດເລີຍ.
ຫລາຍຄົນໃນ ກອງປະຊຸມ ໄດ້ອອກຄວາມຄິດ ຄວາມເຫັນ ຢາກໃຫ້ ປະຊາຄົມໂລກ ຈັດຕັ້ງອົງການ ຊອກຄົ້ນຫາ ຄວາມຈິງ ດັ່ງທີ່ມີຢູ່ ອາຝຣິກກາໃຕ້ ທີ່ມີຊື່ເປັນ ພາສາ ອັງກິດວ່າ The Truth Commission of South Africa.