ສິດທິມະນຸດໄທ ຈັດປະຊຸມ ແກ້ໄຂບັນຫາ ຄົນໄຮ້ສັນຊາຕ ໃນໄທ

ຄນະກັມມະການ ສິດທິມະນຸດໄທ ຈະປະຊຸມຫາຣື ບັນຫາກ່ຽວກັບ ຊາວລາວອົພຍົບ ທີ່ບໍ່ມີສັນຊາດ ໃນໄທ.
ມະນີຈັນ
2009.10.06

ຄນະກັມມະການ ສິດທິມະນຸດ ຕຣຽມຈັດກອງປະຊຸມ ກ່ຽວກັບບັນຫາ ຄົນບໍ່ມີສັນຊາຕ ໃນໄທ ໂດຍໄດ້ຍົກເອົາ ບັນຫາ ຊາວລາວອົພຍົບ ແລະຊາວມົ້ງລາວ ໃນໄທ ມາເປັນຕົວຢ່າງ ເພື່ອໃຫ້ໜ່ວຍງານ ທີ່ກ່ຽວຂ້ອງຂອງໄທ ຮ່ວມມື ຫາທາງແກ້ໄຂ. ນອກຈາກນັ້ນ ກໍອາຈມີການ ນໍາຂຶ້ນຫາຣື ກັບອົງການ ສິດທິມະນຸດ ໃນປະເທດໄທ ໃຫ້ພິຈາຣະນາ ໃຊ້ກົດບັດອາຊຽນ ນໍາດ້ວຍ.

ຄນະກັມມະການ ສິດທິມະນຸດໄທ ຈະເຊື້ອເຊີນເອົາ ສະພາຄວາມໝັ້ນຄົງ ແຫ່ງຊາດໄທ, ຝ່າຍທະຫານ ແລະຕົວແທນຈາກ ສຖານທູດລາວ ເຂົ້າຮ່ວມຫາຣື ປຶກສາ ຫາທາງອອກ ແລະ ຄວາມເປັນໄປໄດ້ ໃນການທີ່ຈະນໍາ ສເນີຕໍ່ຣັຖບານໄທ, ຊຶ່ງອາຈຜ່ານກົດບັດ ອາຊຽນໃນຂອບ ການປະຊຸມອາຊຽນ ໃນເດືອນຕຸລາ 2009ນີ້.  ຍານາງ ເຕືອນໃຈ ດີເທດ ຕົວແທນເຈົ້າໜ້າທີ່ ທີ່ເຮັດວຽກດ້ານ ສິດທິມະນຸດ ແລະສິ່ງແວດລ້ອມ ໃນໄທ ກ່າວໃນຕອນນຶ່ງວ່າ:

"(Thai) .. ນາງວ່າ ເຮົາທຸກຄົນ ຫວັງວ່າອົງການ ສິດທິມະນຸດຂອງ ASEANຈະເຂັ້ມແຂງ ແລະເປັນຄວາມຫວັງ ໃນເຣື້ອງຄູ້ມຄອງ ສິດທິມະນຸດ ຂອງຄົນທີ່ໄຮ້ ຖານະ ໃນປະເທດໄທ ເຊັ່ນເປັນຄົນຈາກ ປະເທດອຶ່ນ ທີ່ມາຢູ່ໃນ ປະເທດໄທ ທີ່ເຮົາເອີ້ນວ່າ ຄົນບໍ່ມີສັນຊາດ stateless people."

ບັນຫາຊາວລາວ ທີ່ບໍ່ມີສັນຊາດ ຫລືບໍ່ມີປະເທດ ທີ່ຢູ່ລຽບເຂດ ຊາຍແດນ ລາວ-ໄທ ເປັນບັນຫາທີ່ ເກີດຂຶ້ນມາໄດ້ 30ກວ່າປີແລ້ວ ຕັ້ງແຕ່ປະເທດລາວ ໄດ້ມີການ ປ່ຽນແປງຣະບອບ ການປົກຄອງໃໝ່ມາ. ຄົນລາວອົພຍົບ ຫລົບໄພ ຈໍານວນບໍ່ໜ້ອຍ ເຂົ້າມາຕັ້ງຖີ່ນຖານ ໃນປະເທດໄທ ໂດຍບໍ່ໄດ້ຮັບການ ຮັບຮອງສັນຊາດ ຈາກທາງການໄທ, ໃນຖານະ ທີ່ເປັນຄົນຊຶ່ງ ຈໍາເປັນຕ້ອງໄດ້ ຮັບສິດ-ເສຣີພາບ ຕາມຫລັກມະນຸສທັມ. ແຕ່ຍ້ອນ ບໍ່ມີໜ່ວຍງານໃດ ເຂົ້າມາຮັບຜິດຊອບ ຢ່າງຈີງຈັງ ຈຶ່ງເຮັດໃຫ້ ບັນຫາຄົນ ບໍ່ມີຣັຖ ຫລື ບໍ່ມີປະເທດ ບໍ່ໄດ້ຮັບການ ແກ້ໄຂຈົນມາຮອດ ປັດຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.