ການຍົກຣະດັບ ສິດທິແມ່ຍິງ ໃນເຂດຊົນນະບົດ ຍັງບໍ່ທົ່ວເຖິງ

ຍານາງ ສີໃສ ລືເດດມູນສອນ, ປະທານ ສູນກາງ ສະຫະພັນ ແມ່ຍິງລາວ ຮັບຮູ້ວ່າ ການພັດທະນາ ເພື່ອຍົກລະດັບ ສິດທິ ໃນດ້ານຕ່າງໆ ຂອງຜູ້ຍິງລາວ ໃນເຂດຊົນະບົດ ຍັງປະຕິບັດ ໄດ້ຕໍ່າກ່ວາ ເປົ້າໝາຍ ທີ່ໄດ້ວາງໄວ້ ຢ່າງຫລວງຫລາຍ.

ການ​ປະຕິບັດ​ ແຜນການ​ໄດ້​ດໍາ​ເນີນ​ໄປ ​ຢ່າງ​ຊັກ​ຊ້າ​ ແລະ ​ບໍ່​ທົ່ວ​ເຖິງ​ເຮັດ​ໃຫ້​ສິດທິ ​ຂອງ​ສັຕຣີບໍ່​ສາມາດ ​ທຽບ​ເທົ່າ ກັບ​ເພດ​ຊາຍ ​ເລີຽ. ສິດທິ ​ຂອງ​ຜູ້ຍິງ​ ໃນ​ເຂດ​ຊົນະ​ບົດ​ໃນ​ທຸກໆ ດ້ານຕໍ່າ​ກ່ວາ ​ຜູ້ຍິງ​ ໃນ​ເຂດ​ຕົວ​ເມືອງ ​ຫລາຍ. ຜູ້ຍິງ​ລາວ ຢູ່​ໃນ​ເຂດ​ຊົນະ​ບົດ​ ມີ​ໂອກາດ​ນ້ອຍ ທີ່ໄດ້​ຮຽນ​ໜັງສື​ແລະ​ ​ໄດ້​ຮັບ​ການຝືກແອບ​ ວິຊາ​ຊີບ. ມີ​ຈໍານວນ ບໍ່​ນ້ອຍ​ຕ້ອງ​ເດີນທາງ ​ເຂົ້າ​ມາ ​ໃນ​ຕົວ​ເມືອງ​​ເພື່ອປະກອບ ​ອາຊີບ​ໃນ​ສະຖານ​ທີ່ ​ບັນ​ເທິງ ປະ​ເພດ​ຕ່າງໆອັນ​ເຮັດ​ໃຫ້ ​ເກີດ​ບັນຫາປະກົດ​ການ ​ຍໍ່​ທໍ້​ທາງ ດ້ານ​ສັງຄົມ ​ເພີ້​ມຂື້ນ, ດັ່ງ​​ໃນ​ຄໍາ​ຖະ​ແຫລ​ງ ຕອນ​ນື່ງ:

"ການ ພັດທະນາ ຜູ້ຍິງ ຊົນະ ບົດ ໃນ ເຂດສອກຫລີກ ຍັງ ບໍ່ ສາມາດ ໄປ ໄດ້ ຢ່າງ ທົ່ວ ເຖິງ . ​ ແມ່ຍິງ ຈໍ ານວນ ນ້ອຍໆ ຍັງ ຂາດ ໂອກາດ ແລະ ບໍ່ ມີ ເງື່ອນ ໄຂ ໃນ ການ ພັດທະນາ ຕົນ ເອງ ທັງ ດ້ານ ການ ສື ກສາ ການ ຮັກສາ ສຸຂະພາບ ການ ຝືກອົບຮົມ ອາຊີບ ການ ພັດທະນາ ຝີ ມື ແຮງ ງານ ກໍ ຄື ການ ຊອກ ແຫ ລ່ງ ລາຍ ຮັບ ໃຫ້ ແກ່ ຄອບຄົວ ."

ກ່ຽວ​ກັບ ​ເຣື້ອງນີ້​ເຈົ້າ​ໜ້າ​ທີ່ ​ອົງການ​ແຮງ​ງານ​ ສາກົນ​ ໃຫ້​ທັດສະນະ​ ວ່າການ​ບໍ່​ສາມາດ ປະຕິບັດ​ ໄດ້​ຕາມ​ແຜນການ​ແລະ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ເຮັດ​ໃຫ້​ຜູ້ຍິງ​ລາວ​ໃນ​ເຂດ​ຊົນະ​ບົດອົພະຍົບ​ເຂົ້າ​ໄປ​ໃນ​ຕົວ​ເມືອງ​ໃຫ່ຽຫລາຍ​ຂື້ນ​ ທຸກໆ​ວັນ​ໂດຍ​ສະ​ເພາະ​ ລັກລອບ​ເຂົ້າ​ໄປ​ຫາ​ວຽກ​ເຮັດ​ງານ​ທໍ​າຢູ່​ໃນ​ປະ​ເທດ​ໄທ. ອົງການ​ແຮງ​ງານ​ສາກົນ​ ປະ​ເມີນ​ວ່າ​ໃນ​ຈໍ​ານວນຄົນ​ງານ​ລາວ 3 ​ແສນ​ ກ່ວາ​ຄົນ​ທີ່​​ເຂົ້າ​ໄປ​ ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ໄທ​ ນັ້ນ 55% ​ເປັນ​ຜູ້ຍິງ. ຜູ້ຍິງ​ຈໍາ​ນວນ​ນີ້​ ຕົກ​ຢູ່​ໃນ​ຄວາມ​ສ່ຽງ​​ໃນ​ການ​ເປັນ​ເຍື່ອຂອງ​ຂະ​ບວນການ​ຄ້າ​ມະນຸດ.