ກຸ່ມຄ້າມະນຸດ ຊອກຫາເຫຍື່ອ

ກຸ່ມ ຄ້າມະນຸດ ຊອກຕົວະຍົວະ ເອົາ ຊາຍຫນຸ່ມຍິງສາວ ຢູ່ແຂວງ ບໍ່ແກ້ວ ເພື່ອໄປ ເຮັດວຽກ ຢູ່ ປະເທດໄທ.
ສົມເນ
2011.12.28
F-stop-human-trafficking ຂໍຮຽກຮ້ອງ ໃຫ້ທາງການ ປາບປາມກໍາຈັດ ພວກຄ້າມະນຸສ ຢ່າງຈິງຈັງ
blogspot

ກົດຟັງສຽງ

ອົງການ ຕ້ານ ການ ຄ້າມະນຸດ ໃນແຂວງ ບໍ່ແກ້ວ ເປີດເຜີຽວ່າ ປັດຈຸບັນ ມີ ປະກົດການ ນາຍໜ້າຄ້າ ແຮງງານ ຈາກ ປະເທດ ເພື່ອນບ້ານ ເຂົ້າມາ ໃນແຂວງ ບໍ່ແກ້ວ ຫລາຍຂື້ນ ເພື່ອຊອກເອົາ ຊາຍໜຸ່ມ ຍິງສາວ ຕາມເຂດ ຊົນນະບົດ ເພື່ອ ໄປເຮັດວຽກ ຢູ່ຕ່າງປະເທດ ແລະເຫັນວ່າ ມີຄວາມສ່ຽງສູງ ທີ່ພວກຄ້າ ແຮງງານ ຈະຫຼອກເອົາ ເດັກນ້ອຍ ດັ່ງກ່າວນີ້ ໄປຂາຍ ຊື່ງສ່ວນຫຼາຍ ຈະຂາຍແມ່ຍິງ ໃຫ້ພວກຄ້າ ທາງເພດ:

"ເຂດເຊື່ອມຕໍ່ ເປັນເຂດ ຊາຍແດນ ລາວ ພະມ້າ ຫລື ວ່າອາດຈະໄປ ທາງຈີນ ຈັ້ງຊີ້ເນາະ ເຣື້ອງການໄປ ການມາ ມັນສະດວກ ໂອກາດ ອີ່ຫຍັງທີ່ ຈະຕົກເປັນເປົ້າ ຂອງການ ຄ້າມະນຸດ ມັນມີສູງ ມີນາຍໜ້າ ໃນການ ຕົວະຍົວະ ໄປຂາຍ ແຮງງານບໍ່ ໄປເຮັດລ້າ ເຮັດການ ຄິດວ່າມັນ ຈະໄດ້ເງິນ ຫລາຍ ໄດ້ລາຍຮັບ ເຂົ້າໄປໄທແລ້ວ ກໍອາດສີ່ ຖືກສົ່ງຕໍ່ ໄປປະເທດ ທີ່ 3 ປະມານນີ້".

ທ່ານວ່າ ປັດຈຸບັນ ຫລາຍປະເທດ ຕ້ອງການ ແຮງງານ ໄປເຮັດວຽກ ພວກ ຄ້າມະນຸດ ຈາກໄທ ກໍເລີຽສວຍ ໂອກາດ ໄປຍົວະເອົາ ຊາຍຫນຸ່ມ ຍິງສາວ ຢູ່ໃນເຂດ ຊົນນະບົດ ແຂວງ ບໍ່ແກ້ວ ຂອງລາວ ຊື່ງຖືວ່າ ເປັນ ປາກົດການ ນື່ງ ທີ່ເກີດຂື້ນ ດົນນານແລ້ວ ຢູ່ໃນ ແຂວງນີ້ ຊາວບ້ານ ຢູ່ໃນເຂດ ຊົນນະບົດ ຫ່າງໄກ ຫລາຍບ້ານ ບໍ່ທັນຮູ້ຈັກ ເລ້ຫລ່ຽມ ຂອງພວກ ຄ້າມະນຸດ ຈື່ງ ຕົກເປັນເຫຍື່ອ ຂອງເຂົາ ຢ່າງງ່າຍດາຍ.

ນອກນັ້ນພວກ ຄ້າມະນຸດ ຈາກ ປະເທດຈີນ ກໍໄດ້ເຂົ້າມາ ໃນ ແຂວງບໍ່ແກ້ວ ແລະ ແຂວງພາກເໜືອ ຂອງລາວ ໂດຍສະເພາະ ຫຼັງຈາກ ລະດູ ເກັບກ່ຽວ ຊື່ງເປັນຊ່ວງທີ່ ຊາວບ້ານ ບໍ່ມີວຽກເຮັດ ງານທໍາ ແຕ່ຢາກມີ ລາຍໄດ້.

ພວກທີ່ຖືກ ຍົວະໄປນັ້ນ ຈະຖືກສົ່ງໄປ ປະເທດຈີນ ເພື່ອໄປເປັນ ຄົນຮັບໃຊ້ ໃນບ້ານ ຫຼື ຖືກບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ ທ່ານວ່າ ຈໍານວນ ທີ່ຖືກສົ່ງ ໄປຂາຍ ໃນໄທ ນັ້ນ ມີໂອກາດ ຖືກສົ່ງ ຕໍ່ໄປ ປະເທດ ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.