ຍິງສາວລາວໃນໄທ

ມີຍິງສາວ ລາວ ຈໍານວນຫລາຍ ໄປເຮັດວຽກ ຂາຍ ບໍຣິການ ທາງເພດ ໃນ ປະເທດໄທ.

0:00 / 0:00

ກົດຟັງສຽງ

ນັກວິຊາການ ອິສຣະ ໄທ ຜູ້ນຶ່ງ ໄດ້ເປີດເຜີຍ ຕໍ່ແຫລ່ງຂ່າວ ເອເຊັຍເສຣີ ວ່າ ປັດຈຸບັນ ມີຍິງສາວ ລາວ ຈໍານວນຫລາຍ ທີ່ລັກເຂົ້າ ໄປຂາຍ ບໍຣິການ ທາງເພດ ຢູ່ຕາມ ຮ້ານອາຫານ, ສະຖານທີ່ ບັນເທີງ ແລະ ຮ້ານ ຄາຣາໂອເກະ ໃນແຂວງ ຊະເຊີງເຊົາ ປະເທດໄທ ໂດຍທີ່ບໍ່ໄດ້ ຖືກເຈົ້າໜ້າທີ່ ປາບປາມ ຈັບກຸມ ຫລືສົ່ງກັບ ລາວ ເລີຍ. ນັກວິຊາການ ອິສຣະ ໄທ ເວົ້າວ່າ:

"ມັນກໍມີຫລາຍ ມີຢູ່ 40 ຫາ 50 ຮ້ານ ແລະ ແຕ່ລະຮ້ານ ໃຫຍ່ໆແນ່ ກໍຈະມີ ປະມານ 30 ຫາ 40 ຄົນ ຊຶ່ງໃນ ຈໍານວນນີ້ 80 ສ່ວນຮ້ອຍ ເປັນຄົນລາວ".

ແຂວງ ຊະເຊີງເຊົາ ປະເທດໄທ ເປັນແຂວງນຶ່ງ ທີ່ມີ ຍິງສາວລາວ ມາເຮັດວຽກ ຂາຍ ບໍລິການ ທາງເພດ ຈໍານວນຫລາຍ ຮອງຈາກ ແຂວງ ອຸດອນທານີ ຍ້ອນວ່າ ປັດຈຸບັນ ການເດີນທາງ ເຂົ້າອອກ ລະຫວ່າງ ລາວ-ໄທ ສະດວກສະບາຍ ຫລາຍ. ສ່ວນລາຍຮັບ ໃນການເຮັດ ວຽກແບບນີ້ ກໍໄດ້ດີກວ່າ ຢູ່ລາວ.

ນັກວິຊາການ ອິສຣະໄທ ເວົ້າຕໍ່ໄປວ່າ ແມ່ຍິງລາວ ມາເຮັດວຽກ ຂາຍ ບໍຣິການ ທາງເພດ ຈະມີອາຍຸ ລະຫວ່າງ 18 ຫາ 30 ປີ ແລະ ຈະໄດ້ຄ່າຈ້າງ ແຕ່ລະເທື່ອ ປະມານ 600 ບາດ. ພວກແມ່ຍິງ ເຫລົ່ານີ້ ສມັກໃຈ ມາເຮັດວຽກ ເອງ ແລະ ບໍ່ໄດ້ຖືກ ບັງຄັບ ຂູ່ເຂັນເລີຍ, ຍ້ອນຄວາມທຸກຍາກ ຂາດເຂີນ ບັງຄັບ ແລະ ການຂາດ ວຽກງານ ໃນລາວ. ທີ່ຜ່ານມາ ພວກແມ່ຍິງ ເຫລົ່ານີ້ ກໍບໍ່ໄດ້ຖືກ ປາບປາມ ຈັບກຸມ ຫລືຫາກມີ ກໍເປັນ ຈໍານວນໜ້ອຍ ຊຶ່ງທ່ານ ຄິດວ່າຄົງມີ ຜູ້ມີອໍານາດ ທ້ອງຖິ່ນ ໜູນຫລັງ.

ການໄປຫາ ເຮັດວຽກຂາຍ ບໍຣິການ ທາງເພດ ໃນໄທ ຈະມີຄວາມສ່ຽງ ຫລາຍຢ່າງ ເຊັ່ນການ ຕິດເຊື້ອ ພຍາດທາງເພດ ແລະ HIV/AIDS, ການຖືກ ກຸ່ມຄ້າມະນຸດ ຂາຍບັງຄັບ ໃຫ້ບໍຣິການ ທາງເພດ ຫລື ບັງຄັບ ໃຊ້ແຮງງານ. ໃນເວລາ ດຽວກັນ ກໍສ້າງຄວາມ ເສື່ອມເສັຍ ຕໍ່ ປະເທດຊາດ.