ນັກຄ້າມະນຸສຄົນລາວ ຖືກຈັບ

ຕຳຣວດ ໄທ ຈັບ ແລະ ຄວບຄຸມຕົວ ຜູ້ຍິງລາວ ທີ່ເປັນ ນັກ ຄ້າມະນຸສ ຂາຍ ເດັກນ້ອຍ ຜູ້ຍິງລາວ ໄປເມືອງໄທ ແລະ ບັງຄັບ ໃຫ້ ເປັນ ໂສເພນີ.

0:00 / 0:00

ກົດຟັງສຽງ

ເຈົ້າໜ້າທີ່ໄທ ໄດ້ເຂົ້າ ກວດຄົ້ນ ຫ້ອງພັກ ຂອງ ຜູ້ຍິງລາວ ທີ່ຖືກ ຕິດຕາມ ໂຕມາດົນແລ້ວ ແລະ ໄດ້ພົບ ເອກກະສານ ທີ່ນາງ ເຊັນສັນຍາ ໃຫ້ເງິນ ກູ້ຢືມ ແກ່ ພໍ່ແມ່ ຂອງ ເດັກນ້ອຍ ຜູ້ຍິງລາວ ໂດຍໃຊ້ ເດັກນ້ອຍ ເປັນໂຕ ປະກັນ ໝາຍຄວາມວ່າ ພວກເຂົາ ຕ້ອງຫາເງິນ ມາໃຊ້ໜີ້ ແທນ ພໍ່ແມ່.

ໃນວັນຈັນ ເຈົ້າໜ້າທີ່ ຕຳຣວດ ກວດຄົນ ເຂົ້າເມືອງ ແຂວງ ໜອງຄາຍ ໄດ້ແຈ້ງຕໍ່ ນັກຂ່າວ ວ່າ ເຈົ້າໜ້າທີ່ ໄດ້ຈັບ ນາງ ຄຳພອນ ຄຳເຫລືອງ ອາຍຸ 51 ປີ ສັນຊາດລາວ ທີ່ມີ ໝາຍຈັບ ຂື້ນສານ ຢູ່ແຂວງ ສຸພັນບູຣີ ໃນຂໍ້ຫາ ຄ້າມະນຸດ ຄື ຂາຍເດັກນ້ອຍ ຜູ້ຍິງລາວ ໄປເຮັດວຽກ ຢູ່ພາກຕ່າງໆ ຂອງໄທ ແລະ ບັງຄັບ ຫລາຍຄົນ ໃຫ້ເປັນ ໂສເພນີ ໃນຮ້ານ ຄາຣາໂອເຄະ.

ນາງ ຄໍາພອນ ເຊົ່າເຮືອນ ຢູ່ເມືອງ ໜອງຄາຍ ຖືກຈັບ ກໍຍ້ອນວ່າ ແຕ່ປີກາຍ ເຈົ້າໜ້າທີ່ ກະຊວງ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ຂອງໄທ ໄດ້ໄປ ຊ່ວຍເອົາ ເດັກນ້ອຍ ຜູ້ຍິງລາວ 10 ຄົນ ທີ່ມີ ອາຍຸ ໃນຣະຫວ່າງ 14 ປີ ແລະ 16 ປີ ອອກຈາກ ຮ້ານ ຄາຣາໂອເຄະ ແຫ່ງນຶ່ງ ໃນແຂວງ ສຸພັນບູຣີ. ພວກເດັກນ້ອຍ ຜູ້ຍິງລາວ ທັງ 10 ຄົນເວົ້າວ່າ ພວກເຂົາ ຖືກກັກຂັງ ແລະ ບັງຄັບ ໃຫ້ເຮັດວຽກ ຢ່າງໜັກ ແລະ ຫລາຍຄົນ ຖືກບັງຄັບ ໃຫ້ເປັນ ໂສເພນີ. ເດັກນ້ອຍ ຜູ້ຍິງລາວ ເວົ້າອີກວ່າ ພວກເຂົາ ຖືກນາງ ຄໍາພອນ ນຳໄປສົ່ງ ໃຫ້ຮ້ານຄ້າ ຮ້ານອາຫານ ແລະ ຮ້ານ ຄາຣາໂອເຄະ ໃນແຂວງ ສຸພັນບຸຣີ ແລະ ໃນແຂວງ ອື່ນໆ; ຫລັງຈາກການ ຊົດຊ່ວຍ ສານແຂວງ ສຸພັນບູຣີ ກໍອອກໝາຍ ຈັບ ນາງ ຄຳພອນ ແລະ ສືບຮູ້ວ່າ ນາງ ຄຳພອນ ໄດ້ຍ້າຍ ເຂົ້າມາ ເຊົ່າເຮືອນ ຢູ່ເມືອງ ໜອງຄາຍ ແລະ ໃນວັນຈັນ ເຈົ້າໜ້າທີ່ ຕຳຣວດ ຈຶ່ງ ເຂົ້າຈັບ ນາງ ຄຳພອນ ແລະ ເຈົ້າໜ້າທີ່ ໄດ້ກວດເຫັນ ເອກກະສານ ຫລາຍສະບັບ ທີ່ເປັນ ສັນຍາ ທີ່ນາງ ຄຳພອນ ໄດ້ເຊັນ ໃຫ້ເງິນ ກູ້ຢືມ ແກ່ ຜູ້ເປັນ ພໍ່ແມ່ ຂອງ ເດັກນ້ອຍລາວ ຫລາຍຄົນ ໃນແຕ່ລະ ສັນຍາ ພໍ່ແມ່ ຂອງ ເດັກນ້ອຍ ຈະຢືມເງິນ ໃນຣະຫວ່າງ 3 ໝື່ນ ແລະ 8 ໝື່ນບາດ ພ້ອມທັງ ກວດເຫັນ ປື້ມ ບັນຊີ ເງິນຝາກ ທະນາຄານ ສາມແຫ່ງ ທີ່ມີເງິນລວມ ທັງໝົດ ປະມານ 8 ແສນບາດ.

ນາງຄຳພອນ ໄດ້ ປະຕິເສດ ທຸກຂໍ້ຫາ ວ່ານາງ ບໍ່ມີສ່ວນ ກ່ຽວຂ້ອງ ກັບການ ຫລອກລວງ ເອົາ ເດັກນ້ອຍ ຜູ້ຍິງລາວ ໄປເຮັດ ວຽກໜັກ ຫລື ເປັນ ໂສເພນີ ຢູ່ ໄທ ແຕ່ຢ່າງໃດ.