ການປາບກຸ່ມຄ້າ ຢາເສບຕິດຢູ່ວຽງຈັນ

ແຂວງ ວຽງຈັນ ຍັງຈັບ ຜູ້ຄ້າ ຢາເສບຕິດ ໄດ້ໜ້ອຍ ເຕັມທີ່ ຢູ່ຕໍ່ໄປ.

0:00 / 0:00

ກົດຟັງສຽງ

ປັຈຈຸບັນ ແຂວງ ວຽງຈັນ ເຂັ້ມງວດ ໃນການ ກວດກາ ຢາເສບຕິດ ຫລາຍເພີ່ມຂຶ້ນ ອັນເປັນການ ປະກອບ ສ່ວນເຮັດ ໃຫ້ລາວ ຕລອດ ເຖິງອາຊຽນ ປອດ ຢາເສພຕິດ ໃນປີ 2015 ຕາມສົນທິ ສັນຍາ ທີ່ ສປປລາວ ໄດ້ຮ່ວມ ລົງນາມ ກັບປະເທດ ກຸ່ມອາຊຽນ ຊຶ່ງທີ່ຜ່ານມາ ຖືວ່າຍັງ ຈັບຜູ້ ຄ້າ ຢາເສບຕິດ ໄດ້ໜ້ອຍ ເກີນໄປ. ເຈົ້າໜ້າທີ່ ຫ້ອງການ ຄຸ້ມຄອງ ແລະ ປາບປາມ ຢາເສບຕິດ ແຂວງວຽງຈັນ ກ່າວວ່າ:

"ກໍຖ້າທຽບໃສ່ ປີຜ່ານມາ ກໍບໍ່ ທໍ່ປີ ກາຍເນາະ ເຫັນວ່າມີ ແຕ່ 30 ກວ່າເລື່ອງ ເນາະ ທີ່ເຈົ້າໜ້າທີ່ ເຂົາເຈົ້າ ໄດ້ຣາຍງານ ໃຫ້ຮູ້ ກໍຖືວ່າ ໜ້ອຍ ຈັບໄດ້ ກໍບໍ່ແມ່ນ ຣາຍໃຫຍ່ ຣາຍໃຫຍ່ ມີແຕ່ພວກ ເຂົາເອົາມາ ເສພ ສະເພາະເຂົາ".

ທ່ານກ່າວ ຕໍ່ໄປວ່າ ແຂວງວຽງຈັນ ໄດ້ເພີ່ມ ມາຕການ ຄວບຄຸມ ຢາເສບຕິດ ພາຍໃນ ແຂວງ ດ້ວຍການ ລົງໂຄສນາ ກ່ຽວກັບ ໂທດ ຂອງ ຢາເສບຕິດ ໃຫ້ ປະຊາຊົນ ຮູ້ ພ້ອມທັງເພີ່ມ ກໍາລັງ ເຈົ້າໜ້າທີ່ ກວດກາ ປ້ອງກັນ ຫລາຍຂຶ້ນ ກວ່າເກົ່າ.

ຣາຍງານ ຂອງຫ້ອງການ ສະຫະປະຊາຊາດ ດ້ານ ຢາເສບຕິດ ແລະ ອາສຍາກັມ ຫລື UNODC ໃນປີ 2011 ຣະບຸວ່າ ປະເທດລາວ ໄທ ແລະ ຟີລິບປິນ ເປັນ ກຸ່ມ ປະເທດ ທີ່ມີ ຜູ້ໃຊ້ ແລະ ຜູ້ຄ້າ ຢາເສບຕິດ ຫລາຍທີ່ສຸດ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ຍ້ອນບັນຫາ ຄວາມທຸກຍາກ, ຜູ້ຄົນ ບໍ່ມີ ວຽກເຮັດ ງານທໍາ ຈຶ່ງຫັນໄປ ເສພ ຢາເສບຕິດ ແລະ ຍຶດ ອາຊີບຂາຍ ຢາເສບຕິດ ຫລາຍຂຶ້ນ.

ປັຈຈຸບັນ ການຈັບ ຜູ້ຕ້ອງຫາ ຢາເສບຕິດ ຂອງລາວ ຖືວ່າໜ້ອຍ ເຕັມທີ່. ຖ້າທຽບໃສ່ ຈໍານວນ ຄະດີ ຢາເສບຕິດ ຂອງ ຄົນລາວ ທີ່ທາງ ຕໍາຣວດໄທ ຈັບໄດ້ ໃນ ເຂດຊາຍ ແດນ ໄທ-ລາວ ພົບວ່າ ພຽງເຄິ່ງ ປີ ຕໍາຣວດໄທ ສາມາດ ຈັບຄົນລາວ ທີ່ລັກຂົນ ຢາເສບຕິດ ໄດ້ເຖິງ 70 ຄົນ ຊຶ່ງສະແດງ ໃຫ້ເຫັນວ່າ ຍັງມີ ຢາເສບຕິດ ຈໍານວນຫລາຍ ຢູ່ສປປລາວ