ຈີນ ປະຕິເສດ ຄໍາກ່າວຫາ ທີ່ວ່າ ຕົນ ເປັນຕົ້ນເຫດ ພັຍແຫ້ງແລ້ງ
ທີ່ປຶກສາ ທາງການເມືອງ ສະຖານທູດຈີນໃນບາງກອກ ຊີ້ແຈງວ່າ ການກ່າວຫາ ວ່າ ການສ້າງເຂື່ອນໃນຈີນ ເປັນສາເຫດ ຂອງຄວາມແຫ້ງແລ້ງ ໃນແມ່ນໍ້າຂອງນັ້ນ ເປັນການກ່າວຫາ ທີ່ບໍ່ຖືກຕ້ອງ ແລະບໍ່ມີຫລັກຖານ
-
ມະນີຈັນ
2010-03-11 -
-
-
ທີ່ສະຖານເອກອັກຄະຣາຊທູດ ສາທາຣະນະຣັຖ ປະຊາຊົນຈີນ ໃນບາງກອກ ວັນທີ 11 ມິນານີ້ ມີການຖແລງຂ່າວ ກ່ຽວກັບສຖານະການ ພັຍແຫ້ງແລ້ງ ໃນແມ່ນໍ້າຂອງ ໂດຍທ່ານ ເຈີ້ນເຕິະໄຫ່ ທີ່ປຶກສາ ທາງການເມືອງ ແລະ ໂຄສົກ ປະຈໍາສະຖານທູດຈີນ ໄດ້ກ່າວວ່າ ຈີນ ຍຶດຖືຫລັກການ ພັທນາ ຢ່າງຍັ້ງຍືນ ແລະ ຄໍານຶງເຖິງ ຜົລປະໂຫຍດ ຂອງປະເທດ ທີ່ຢູ່ໃຕ້ ລົງມາເປັນຫລັກ. ພ້ອມດຽວກັນ ທ່ານກໍໄດ້ກ່າວເຖິງກະແສຂ່າວ ທີ່ໂຈມຕີ ວ່າ ຈີນ ເປັນຕົ້ນເຫດ ຂອງພັຍແຫ້ງແລ້ງ ວ່າ:
”ຊ່ວງນີ້ ພັຍແຫ້ງແລ້ງ ໃນພາກອິສານ ແລະ ພາກເໜືອຂອງໄທ ແລະ ການກໍ່ສ້າງເຂື່ອນ ໃນປະເທດຈີນ ກໍາລັງເປັນປະເດັນ ທີ່ໄດ້ຮັບຄວາມສົນໃຈ ຈາກຫລາຍໆຝ່າຍ ຕົວທ່ານເອງ ກໍໄດ້ຮັບຊາບຂ່າວ ຈາກສື່ບາງຂແນງວ່າ ພັຍແຫ້ງແລ້ງ ທີ່ເກີດຂຶ້ນນັ້ນ ມີສ່ວນກ່ຽວຂ້ອງ ກັບການສ້າງເຂື່ອນໃນຈີນ ແລະ ເປັນສາເຫດຫລັກ ທີ່ເຮັດໃຫ້ ເກີດສພາບ ພັຍແຫ້ງແລ້ງ ຢ່າງຮ້າຍແຮງ ໃນພາກເໜືອ ພາກອິສານ ແລະ ພື້ນທີ່ບາງແຫ່ງ ຊຶ່ງທ່ານຂໍຢໍ້າວ່າ ການກ່າວຫາ ເຊັ່ນນັ້ນ ຂາດຫລັກຖານ ແລະ ເປັນການກ່າວຫາ ທີ່ບໍ່ຖືກຕ້ອງ.”
ເພາະ ບໍ່ພຽງແຕ່ ປະເທດ ທ້າຍນໍ້າ ເທົ່ານັ້ນ ທີ່ໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງ ໃນພາກຕາເວັນຕົກສ່ຽງໃຕ້ ຂອງຈີນ ເຊັ່ນ ຍຸນນ່ານ ເສວົນ ແລະ ກຸ້ຍໂຈວ ກໍໄດ້ຮັບຜົລກະທົບ ເຊັ່ນກັນ. ທ່ານ ເຈີ້ນກ່າວຣະບຸ ຕື່ມວ່າ ສອງຝັ່ງແມ່ນໍ້າຂອງ ສ່ວນໃຫຍ່ ເປັນເທືອບເຂົາ ແລະ ເຫວ ດັ່ງນັ້ນ ການໃຊ້ນໍ້າ ສ່ວນໃຫຍ່ ກໍເພື່ອການຜລິດໄຟຟ້າ ເປັນຫລັກ ແຕ່ສໍາລັບ ການກະເສດນັ້ນ ມີໜ້ອຍເຕັມທີ່ ເຮັດໃຫ້ການໃຊ້ນໍ້າ ບໍ່ຫລາຍ ແລະ ກໍຢືນຢັນວ່າ ພັຍແຫ້ງແລ້ງ ໃນແມ່ນໍ້າຂອງນັ້ນ ບໍ່ໄດ້ເກີດຈາກ ກິຈຈະກັມ ຂອງຈີນ ເປັນສໍາຄັນ. ສ່ວນການເຂົ້າຮ່ວມ ກອງປະຊຸມສຸດຍອດ ຄະນະກັມມາທິການ ແມ່ນໍ້າຂອງ MRC ໃນຕົ້ນເດືອນໜ້າ ທີ່ປະເທດໄທນັ້ນ ທ່ານເຈີ້ນ ບອກວ່າ ຣັຖບານຈີນ ໄດ້ແຕ່ງຕັ້ງ ຄະນະທີມງານ ທີ່ຈະເຂົ້າຮ່ວມ ປະຊຸມແລ້ວ ແລະ ໄດ້ຮັບຄໍາເຊີນ ຈາກຄະນະ MRC ແລ້ວ ແຕ່ຍັງບໍ່ໄດ້ຮັບ ເອກກະສານ ເຊີນ ຢ່າງເປັນທາງການ ຈາກນາຍົກຣັຖມົນຕຣີໄທ ອະພິສິດ ເວດຊາຊີວະ ເທື່ອ.