ກຸ່ມປົກປ້ອງນໍ້າຂອງວ່າ ເຂື່ອນຈີນປ່ຽນແປງນໍ້າຂອງ

ການປ່ຽນແປງຂອງ ຣະບົບນິເວດ ຕາມແມ່ນນໍ້າຂອງ ເກີດຂື້ນຫລັງຈາກ ການສ້າງເຂື່ອນໄຟຟ້າ ໃນຈີນ ນັກອະນຸຮັກ ແມ່ນໍ້າຂອງຊາວໄທ ຖແລງ.
ສິດນີ
2010.04.02

ນາຍ ນິວັດ ຣ້ອຍແກ້ວ ຕົວແທນ ຈາກກຸ່ມຮັກຊຽງຂອງ ເປີດເຜີຍດ້ວຍຄວາມ ຫມັ້ນໃຈວ່າ ສຖານການ ການປ່ຽນແປງຂອງ ແມ່ນ້ຳຂອງ ເກີດຂື້ນຕັ້ງແຕ່ ມີການສ້າງ ເຂື່ອນໄຟຟ້າກັ້ນ ແມ່ນ້ຳຂອງ ອັນທຳອີດ ຕອນເທີງ ຄືເຂື່ອນມ່ານວານ ຂອງຈີນ ເມື່ອສີບປີກວ່າ ຜ່ານມາ ການແກ້ໄຂບັນຫາ ກ່ຽວກັບເຣື້ອງນີ້ ໃນຕອນນີ້ ກໍ່ແມ່ນເນັ້ນ ໃສ່ໃຫ້ຄວາມຮູ້ ແກ່ປະຊາຊົນ ດັ່ງທ່ານກ່າວໃນ ຕອນນື່ງວ່າ:

"ສຖານະການ ແມ່ນ້ຳຂອງນັ້ນ ມັນເລີ້ມແປປ່ຽນ ແລະເລີ້ມມີບັນຫາ ເມືjອປະມານ 12-13 ປີ ເມືjອມີເຂື່ອນອັນ ທຳອີດຂອງຈີນ ຄືເຂື່ອນມ່ານວານ ນ້ຳໃນແມ່ນ້ຳຂອງ ກໍ່ເລີ້ມ ຜິດປົກກະຕິ ແມ່ນ້ຳຂອງຂື້ນ ນື່ງວັນ ລົງສາມວັນ ຂື້ນໆລົງໆ ໂດຍປົກກະຕິ ແມ່ນ້ຳຂອງບໍ່ໄດ້ ຂື້ນໆລົງໆແບບນີ້".

ທ່ານກ່າວເພີ້ມ ອີກວ່າ ປະຊາຊົນໃນ ລຸ່ມແມ່ນ້ຳຂອງ ເລີ້ມສັງເກດເຫັນໄດ້ ຢ່າງຊັດເຈນ ເມື່ອມີການສ້າງເຂື່ອນ ສອງແຫ່ງ ເກີດຂື້ນໃນຈີນ ຄືເຂື່ອນຕາເຊົາຊານ ໃນປີ 2003 ນອກຈາກເຂື່ອນ ມ່ານວານ ທີ່ພາໃຫ້ເກີດຄວາມ ແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ແລະເກີດນ້ຳຖ້ວມ ຢ່າງໃຫຍ່ໃນເຂດ ເມືອງຊຽງແສນ ໃນປີ 2008 ຊື່ງການ ຖ້ວມຂອງນ້ຳໃນ ເວລານັ້ນ ແມ່ນມາຈາກການ ປ່ອຍນ້ຳຈາກເຂື່ອນ ຂອງຈີນ ເພາະເປັນການຖ້ວມ ທີ່ວອ່ງໄວແລະນ້ຳໃນ ສາຂາແມ່ນ້ຳຂອງ ໃນເວລານັ້ນ ກໍ່ບໍ່ມີຫລາຍ. ທ່ານກ່າວກ່ຽວກັບ ພາກສ່ວນ ຂອງປະຊາຊົນລາວ ວ່າG

"ຂະນະນີ້ເຮົາ ຍັງໂຍງເຖີງ ພີ່ນ້ອງລາວ ຊື່ງເຮົາມີວັທນະທັມ ທີ່ຄ້າຍຄືກັນ ວັທນະທັມລຸ່ມນ້ຳ ເຫມືອນກັນ ຫົວຈີດຫົວໃຈ ອັນດຽວກັນ ຮູ້ທຸກຮູ້ຢາກ ເຫມືອນກັນ ເພາະ ສະນັ້ນ ເຮົາຕ້ອງ ເຊື່ອມສຳພັນກັນ ແລ້ວຈະຊີ້ໃຫ້ ເຫັນວ່າ ການຈັດການແມ່ນ້ຳຂອງ ໂດຍພາກປະຊາຊົນ ໂດຍຊຸມຊົນ ນັ້ນແຫລະ ເປັນສີ່ງທີ່ຖືກ ຕ້ອງທີ່ສຸດ".

ທ່ານຍັງໄດ້ຍົກ ຕົວຢ່າງອີກວ່າ ແມ່ນ້ຳສາຣະວີນ ທີ່ພະມ້າ ໃນຂtນະນີ້ ຍັງມີຄວາມ ອຸດົມສົມບູນ ຢູ່ເພາະຍັງບໍ່ມີ ການສ້າງເຂື່ອນ ທ່ານເຫັນວ່າເຂື່ອນ ບໍ່ແມ່ນຄຳຕອບ ໃນການພັທນາ ແມ່ນ້ຳຂອງ, ໂຄງການພັທນາ ແມ່ນ້ຳຂອງທີ່ ຢືນຢົງ ເພືjອໃຫ້ນ້ຳຂອງ ໃຫລຢ່າງ ມີອີສຣະພາບ ເປັນແຜນການ ທີ່ດີກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.