ນັກລົງທືນຈີນ ຮັບຜິດຊອບຫຍັງແດ່?

ປະຊາຊົນ ເຂຕລຸ່ມແມ່ນໍ້າຂອງ ທວງຖາມມາຕຖານ ໃນກາຣລົງທຶນຂອງຈີນ ໃນພູມີພາຄລຸ່ມ ແມ່ນໍ້າຂອງ.
ຫວາດ ສີມູນ
2010.04.07

ກາຣລົງທຶນຂອງຈີນ ໃນເຂຕ ລຸ່ມແມ່ນ້ຳຂອງ ໃນປັຈຈຸບັນນີ້ ມີຫລາຍເພີ່ມຂຶ້ນ ເລື້ອຍໆ ເຮັດໃຫ້ທາງພາຄສ່ວນ ອົງກອນ ຂອງປະຊາຊົນ ຊາວໄທຽ ເພີ້ມຄວາມສົນໃຈ ແລະທວງຖາມ ກາຣຈັດຕັ້ງປະຕິບັຕ ໂຄງກາຣ ຂອງເອກຊົນຈີນ ກ່ຽວກັບ ຜົລກະທົບຈາກ ໂຄງກາຣພັທນາຕ່າງໆ ດັ່ງທີ່ທ່ານວິທູນ ເພີ່ມພົງສາເຈຣີນ ເລຂາທິກາຣ ມູລນິທິ ຟື້ນຟູຊີວີຕ ແລະ ທັມຊາຕຂອງໄທຽ ວ່າ:

“ພວກເຮົາຮູ້ດີ ວ່າຈີນ ເຣີ່ມມີກາຣຂຍາຍ ກາຣລົງທຶນ ເຂົ້າມາໃນ ລຸ່ມແມ່ນ້ຳຂອງ ເຮັດໃຫ້ສັງຄົມ ໃນພູມມີພາຄນີ້ ຕ້ອງໄດ້ຕັ້ງຄຳຖາມ ກັບຈີນວ່າ ໃນເມື່ອມີກາຣ ຂຍາຍອອກມາ ດັ່ງກ່າວນີ້ແລ້ວ ທາງກາຣຈີນມີ ມາຕຖານແນວໃດ ໃນດ້ານຮັກສາ ສິ່ງແວດລ້ອມ ພ້ອມກັບມາຕຖານ ທາງສັງຄົມ”.

ທ່ານວິທູນ ໄດ້ກ່າວເພີ່ມອີກວ່າ ຕາມມາຕຖານສາກົລ ແລ້ວຜູ້ລົງທຶນ ຈະຕ້ອງມີຄວາມ ຮັບຜິດຊອບຕໍ່ ສັງຄົມ ແລະສິ່ງແວດລ້ອມ ທີ່ມີ ກາຣປະຕິບັຕ ກັນໃນທົ່ວໂລກ ໂດຽບໍຣິສັທ ຜູ້ລົງທຶນຈະຕ້ອງ ເອົາໃຈໃສ່ ທາງດ້ານສັງຄົມ ແລະສິ່ງແວດລ້ອມ ຄຽງຄູ່ກັນໄປ ກັບກາຣດຳເນີນ ທາງທຸຣະກິຈ. ແຕ່ກາຣລົງທຶນ ຂອງຈີນ ເຊັ່ນຢູ່ໃນ ລາວ ກັມພູຊາ ແລະ ພະມ້າ ທີ່ມີເພີ່ມຂຶ້ນ ຕລອດມາ ທັ້ງກາຣຂຸດຄົ້ນ ບໍ່ແຮ່ທາຕຕ່າງໆ ດ້ານກະສິກັມ ແລະພລັງງານ ຍັງເປັນກາຣສ້າງ ຜົລກະທົບຕໍ່ ສະພາບແວດລ້ອມ ຕລອດມາ ສະນັ້ນທາງພາຄ ປະຊາຊົນ ຊາວໄທຽ ໃນຖານະຕົວແທນ ຂອງປະຊາຊົນ ໃນພູມີພາຄ ລຸ່ມແມ່ນ້ຳຂອງ ກໍຕ້ອງກາຣຢາກ ຈະຮູ້ນຳ.

ຢ່າງໃດກໍຕາມ ໃນຣະຍະຜ່ານມາ ເຖິງແມ່ນວ່າ ປະເທສຈີນແສດງ ຕົວເປັນມິຕກັບ ບັນດາປະເທສ ໃນເຂຕ ລຸ່ມແມ່ນ້ຳຂອງ ແຕ່ແລ້ວກາຣພັທນາ ຂອງຈີນເຊັ່ນ: ກາຣສ້າງເຂື່ອນ ໃສ່ຕອນເທິງ ແມ່ນ້ຳຂອງຫລາຍແຫ່ງ ຈົນກາຍມີກາຣ ວິພາກວິຈານ ກັນວ່າເປັນຕົ້ນເຫຕ ຂອງກາຣສ້າງຜົລ ກະທົບ ຕໍ່ສິ່ງແວດລ້ອມ ພ້ອມທັງໄດ້ເຮັດ ໃຫ້ມີກາຣປ່ຽນແປງ ຂອງຣະດັບນ້ຳ ໃນແມ່ນໍ້າຂອງ ຫລຸດລົງ ເປັນປະວັຕກາຣ ແຕ່ທາງກາຣຈີນ ກໍບໍ່ມີກາຣ ດຳເນີນມາຕກາຣໃດໆ ເພື່ອແກ້ໄຂບັນຫາ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.