ລາວບໍ່ໄດ້ຮ່ວມປະຊຸມ ສະພາບແມ່ນໍ້າຂອງ
2010.04.02
ຄະນະຈັດກອງ ປະຊຸມກ່ຽວກັບ ການປ່ຽນແປງຂອງ ສະພາບແມ່ນ້ຳຂອງ ໃນມື້ວັນທີ 1 ເມສາ 2010 ຢູ່ບາງກອກ ປະເທດໄທ ໄດ້ເຊື້ອເຊີນ ໄປຍັງທາງລາວ ເພື່ອໃຫ້ ເຂົ້າຮ່ວມຮຽນຮູ້ ແລກປ່ຽນ ຄວາມຄິດຄວາມເຫັນ ແຕ່ກໍບໍ່ມີຄົນລາວ ເຂົ້າຮ່ວມ. ທ່ານ ວິທູນ ເພີ້ມພົງຈເຣີນ ຈາກເຄືອຂ່າຍ ພລັງງານແລະນິເວດ ວິທຍາແມ່ນ້ຳຂອງ ເຈົ້າພາບຮ່ວມຈັດ ກອງປະຊຸມເວົ້າວ່າ:
"ເຮົາກໍພຍາຍາມ ຊອກຄົ້ນຫາ ຄົນລາວມາ ແຕ່ເຂົາກໍຢ້ານວ່າ ຈະບໍ່ປອດພັຍ ເຂົາບໍ່ຮູ້ວ່າ ຈະເກີດຫຍັງຂື້ນ ບໍ່ມີໃຜກ້າທີ່ ຈະໃຫ້ພາກຣັຖ ທາງເຈົ້າໜ້າທີ່ຣັຖ ຮູ້ສຶກວ່າ ມາວິຈານພາກຣັຖ ຫລືຈັ່ງໃດ".
ສ່ວນຜູ້ຕາງໜ້າ ຈາກໄທ, ກຳພູຊາ, ວຽດນາມແລະ ພະມ່າ ໄດ້ພາກັນມາເວົ້າ ເຖິງຜົນ ກະທົບກະເທືອນ ຈາກສະພາບນ້ຳ ໃນແມ່ນ້ຳຂອງ ທີ່ແຫ້ງ ໃນປັດຈຸບັນນີ້. ທ່ານ Ly Ngoc Dang ຈາກວຽດນາມເວົ້າວ່າ ປະຣິມານນ້ຳຂອງ ທີ່ໜ້ອຍລົງເຮັດ ໃຫ້ນ້ຳເຄັມໄຫລ ເຂົ້າມາໃນພື້ນ ໄຮ່ນາ ສ້າງຄວາມເສັຍຫາຍ ໃຫ້ພື້ນທີ່ປູກເຂົ້າ ຫລາຍກວ່າ 27 ພັນເຮັກຕາຣ. ສ່ວນ ທ່ານລອງໂຊຈິດ ປະທານຊາວປະໂມງ ກຳພູຊາ ເວົ້າວ່າ ການປ່ຽນແປງຂອງ ປະຣິມານນ້ຳ ຂອງເຮັດໃຫ້ ການປະໂມງຂອງຊາວ ກຳພູຊາ ໄດ້ຮັບຜົນ ກະທົບກະເທືອນ ຈັບປາໄດ້ໜ້ອຍກວ່າ ແຕ່ກ່ອນ.
ເຖິງແມ່ນວ່າຈະບໍ່ ທັນສລຸບໄດ້ວ່າ ວິກິດການນ້ຳ ຂອງແຫ້ງ ທີ່ແທ້ຈິງນັ້ນແມ່ນ ເກີດມາຈາກ ການສ້າງເຂື່ອນກັ້ນນ້ຳ ຂອງຈີນ ຫລືຍ້ອນພາວະ ໂລກຮ້ອນ ແຕ່ທາງກອງ ປະຊຸມ ກໍຢາກຮຽກຮ້ອງໃຫ້ ຣັຖບານ ຂອງຕົນຍຸດຕິ ໂຄງການທີ່ຈະ ກະທົບກະເທືອນ ຕໍ່ການປ່ຽນແປງ ຂອງແມ່ນ້ຳຂອງ ໄວ້ກ່ອນ. ທ່ານ ສຸຣິຍາ ໂຄຕະມີ ຈາກເຄືອ ຂ່າຍ ຜູ້ນຳໃຊ້ນ້ຳ ລຸ່ມແມ່ນ້ຳຂອງໄທ ເວົ້າວ່າ:
"ເຮົມາຮຽກຮ້ອງ ແລະກໍພຍາຍາມ ສເນີ ເຣື້ອງຄວາມແຫ້ງແລ້ງ ຂອງແມ່ນ້ຳຂອງ ໄປຫາຣັຖບານ ຫລາຍຣັຖບານ ແລະຢາກບອກວ່າ ປ່ອຍໃຫ້ແມ່ນ້ຳຂອງ ໄຫລຢ່າງ ມີອິສຣະຕໍ່ໄປ ແລະເຣື້ອງເຂື່ອນ ບໍ່ແມ່ນການແກ້ບັນຫາ ຄວາມທຸກຍາກ ກອງປະຊຸມດັ່ງກ່າວ ນີ້ເລີ້ມແຕ່ວັນທີ 1 ຫາ 3 ເມສາ ຊຶ່ງໄດ້ຈັດຂື້ນກ່ອນ ກອງປະຊຸມຂອງ ຄະນະກັມມາທິການ ແມ່ນ້ຳຂອງຫລື MRC ທີ່ຈະຈັດຂື້ນ ລະຫວ່າງວັນທີ 2 ຫາ 5 ເມສາ 2010 ນີ້.









