ເຈົ້າໜ້າທີ່ລາວວ່າ ເຂື່ອນບໍ່ແມ່ນສາເຫຕ
ເຈົ້າໜ້າທີ່ ສປປລາວ ວ່າ ກາຣສ້າງເຂື່ອນ ຫລາຍແຫ່ງ ໃນປະເທສ ບໍ່ແມ່ນສາເຫຕ ເຮັດໃຫ້ນໍ້າຂອງຫລຸດລົງ.
-
ຫວາດ ສີມູນ
2010-07-12 -
-
-
Your browser doesn’t support HTML5 audio
ທ່ານສຸຣິວົງ ດາຣາວົງ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ວ່າ ກາຣສ້າງເຂື່ອນໄຟຟ້າ ນ້ຳຕົກທີ່ສຳເຣັຈ ໄປແລ້ວ ແລະພາກສ່ວນທີ່ ກຳລັງສຶກສາ ຕາມເຂຕ ສາຂາແມ່ນ້ຳຂອງ ໃນທົ່ວປະເທສລາວ ພ້ອມກັບ ໃນແມ່ນ້ຳຂອງ ຫລາຍແຫ່ງ ບໍ່ໜ້າຈະເປັນ ສາເຫຕເຮັດໃຫ້ ເກີດມີບັນຫາ ທີ່ແມ່ນໍ້າຂອງ ບົກແຫ້ງຢ່າງຮຸນແຮງ ໃນຣະຍະປີ 2009-2010 ນີ້ແຕ່ຢ່າງໃດ:
“ຂ້າພະເຈົ້າ ບໍ່ແນ່ໃຈວ່າ ກາຣສ້າງເຂື່ອນໃນລາວ ຈະພາໃຫ້ນ້ຳຂອງ ຫລຸດລົງ ເພາະວ່າທຸກເຂື່ອນ ຢູ່ໃນລາວ ໂດຽສະເພາະ ຢູ່ເທິງນໍ້າຂອງ ດຽວນີ້ຍັງບໍ່ທັນ ມີສັນຍາສັມປະທານ ພຽງແຕ່ສັນຍາເພື່ອ ກາຣສຶກສາເທົ່ານັ້ນ ສະນັ້ນກາຣສຶກສາ ບໍ່ຮ່ວມນຳກາຣ ຫລຸດລົງຂອງ (ນ້ຳຂອງ) ເທື່ອແລ້ວແນ່ນອນ”.
ພ້ອມດຽວກັນນີ້ ທ່ານກໍວ່າ ເຖິງແມ່ນຫລາຍພາຄ ສ່ວນເຂົ້າໃຈວ່າ ສະພາບນ້ຳຂອງບົກແຫ້ງ ກໍຍ້ອນກາຣພັທນາ ກໍ່ສ້າງເຂື່ອນ ຫລາຍໆແຫ່ງ ແຕ່ສຳຫລັບ ທາງກາຣລາວ ທີ່ມີໂຄງກາຣສຶກສາ ແລະພັທນາເຂື່ອນ ຕາມແມ່ນ້ຳຂອງ ແລະຕາມສາຂາກວ່າ 70 ແຫ່ງດ້ວຍກັນນັ້ນ ຍັງບໍ່ທັນມີ ຫລັກຖານຈາກທາງ ວິຊາກາຣ ທີ່ສາມາດໃຫ້ ກາຣຢືນຢັນໄດ້ ເທື່ອວ່າ ມັນເຮັດໃຫ້ ຣະດັບນ້ຳຫລຸດລົງ ຢ່າງຮຸນແຮງດັ່ງກ່າວ ນີ້ແຕ່ປະກາຣໃດ.
ຢ່າງໃດກໍຕາມ ທາງອົງກາຣ ທີ່ບໍ່ຂຶ້ນກັບຣັຖບາລ ໃນພູມີພາຄ ກໍມີຄວາມກັງວົນ ແລະຮຽກ ຮ້ອງໃຫ້ປະເທສທີ່ ກ່ຽວຂ້ອງ ໄດ້ທົບທວນເບິ່ງ ຕາມແຜນກາຣພັທນາ ຕ່າງໆຄືນໃໝ່ ໂດຽສະເພາະ ໂຄງກາຣສ້າງເຂື່ອນ ຕາມແມ່ນ້ຳຂອງ ດັ່ງທີ່ທ່ານ ວິທູນ ເພີ່ມພົງສາ ຈະເຣີນ ຈາກເຄືອຂ່າຍພລັງງານ ເພື່ອນິເວສວິທຍາ ແມ່ນ້ຳຂອງເວົ້າວ່າ:
“ສິ່ງທີ່ທາງກາຣ ລາວເວົ້າໄປນັ້ນ ມັນຂັດກັບສິ່ງ ທີ່ທາງ MRC ໄດ້ສຶກສາອອກມາແລ້ວ ທີ່ວ່າ ຖ້າມີກາຣກໍ່ສ້າງ ເຂື່ອນໃສ່ເທິງແມ່ນ້ຳ ຂອງສາຍຫລັກ ມັນຈະເຮັດໃຫ້ເກິດ ກາຣປ່ຽນແປງຕໍ່ ຣະບົບນິເວສວິທຍາ ແລະ ມີຜົລກະທົບ ຕໍ່ປະຊາຊົນ ຢ່າງແທ້ຈຶງ”.
ທ່ານໄດ້ກ່າວຢ້ຳ ເພີ່ມວ່າ ກາຣປ່ຽນແປງທາງ ນິເວສວິທຍາ ຈະເຮັດໃຫ້ຄວາມ ອຸດົມສົມບູນ ຂອງຊັພຍາກອນ ທັມຊາຕຫລຸດນ້ອຍລົງ ພ້ອມຍັງຈະມີ ຜົລສະທ້ອນເຖິງ ກາຣດຳຣົງຊີວີຕ ຂອງປະຊາຊົນ ຢ່າງຫລວງຫລາຍ ທີ່ຕ້ອງໄດ້ເພິ່ງພາ ອາສັຍແມ່ນ້ຳຂອງ ຕໍ່ໆໄປ ຈຶ່ງຢາກຮຽກຮ້ອງ ໃຫ້ມີກາຣໂຈະ ໂຄງກາຣພັທນາເຂື່ອນ ເທິງແມ່ນ້ຳຂອງ ທັ້ງໝົດດັ່ງກ່າວນີ້.