ເຮືອສິນຄ້າ ຂນາດໃຫຍ່ ມີບັນຫາ ການແລ່ນເຮືອ ໃນແມ່ນໍ້າຂອງ

ເຮືອບັນທຸກສິນຄ້າ ຂນາດໃຫຍ່ ບໍ່ສາມາດ ບັນທຸກສິນຄ້າ ຂຶ້ນ-ລົງ ໃນຣະຫວ່າງ ທາງພາກໃຕ້ ຂອງຈີນ ແລະ ຫລວງພຣະບາງ ໃນຂະນະທີ່ ຣະດັບນໍ້າຂອງ ແຫ້ງຜິດປົກກະຕິ.
ໂພໄຊສວັດ
2010.03.08

ລາຍ​ງານ​ຂ່າວ​ ທ້ອງ​ຖິ່ນ ​ເປີດ​ເຜີຍ​​ໃຫ້​ຊາບວ່າ ພາຍ​ໃນ​ອາທິດ​ນີ້ ​ເຈົ້າ​ໜ້າ​ທີ່ ແມ່​ນ້ຳຂອງ ​ທັງ​ຝ່າຍ​ລາວ ​​ໄທ ​ແລະ ຕ່າງປະ​ເທດ ພ້ອມ​ກັບ​ ຜູ້​ສື່​ຂ່າວ ກວ່າ 30ຄົນ ​ໄດ້​ພາກັນ​ ໄປ​ສຳຣວດ​ ແລະ ​ສຶກສາ​ຄວາມ​ເປັນ​ຈິງ ກ່ຽວ​ກັບ​ບັນຫາ​ຄວາມ​ແຫ້ງ​ແລ້ງ ​ກ່ອນ​ລະດູ​ການ​ຜິດ​ປົກກະຕິ ຂອງ​ລະດັບ​ນ້ຳ​ ໃນ​ແມ່​ນ້ຳຂອງ ທີ່ບໍ່​ຄື​ກັບ ​ທຸກໆ​ປີ ​ທີ່​ຜ່ານ​ມາ.

ທາງ​ຄະນະ ​ໄດ້​ເລີ້ມ​ການ​ສຶກສາ​ສຳຣວດ ​ແຕ່​ເຂດ​ສາມຫລ່ຽມ​ຄຳ ​ເມືອງ​ຊຽງ​ແສນ​ແຂວງ​ຊຽງ​ຮາ​ຍ ລົງ​ໄປ​ເຖິງ​ເຂດ​ຜາ​ໄດ ຊາຍ​ແດນ​ລາວ-​ໄທ.

​ໄດ້ພົບ​ວ່າ​ ທາງ​ຂະ​ບວນ​ເຈົ້າ​ໜ້າ​ທີ່ ​ບໍ່​ສາມາດ ​ແລ່ນ​ເຮືອ​ ຈາກ​ຈີນ ​ໄປ​ຫາ ລາວ-​ໄທ​ ໄດ້ ຍ້ອນ​ວ່າ​ ນ້ຳຂອງ​ບົກ​ແຫ້ງ ມີ​ຫາດ​ຊາຍ ​ແລະ ​ແກ້ງ​ຫີນ​ໂພ່​ຂື້ນ​ມາ ຢ່າງ​ກວ້າງຂວາງ ​ແລະ ​ຫລວງຫລາຍ.

ທາງ​ຄະນະ ​ເຈົ້າ​ໜ້າ​ທີ່​ ຮັບຜິດຊອບ ​​ເຄີຍ​ໄດ້ເຮັດ​ໜັງສື​ ຫາ​ເຈົ້າ​ໜ້າ​ທີ່​ ທາງ​ການ​ຈີນ ​ແຂວງ​ສິບ​ສອງ​ພັນນາ ຂໍ​ໃຫ້​ທາງ​ການ​ຈີນ ຊ່ອຍ​ປ່ອຍ​ນ້ຳ​ ຈາກ​ເຂື່ອນ​ກັ້ນ​ນ້ຳ​ຈີນ ລົງ​ສູ່ ​ແມ່​ນ້ຳຂອງ ​ເພື່ອ​ຊ່ອຍ​ໃຫ້ມີ​ຄວາມສດວກ​ ແກ່​ເຮືອຂົນ​ສິນຄ້າ ​ຊຶ່ງ​ໃນ​ປັດຈຸບັນ​ ຍັງ​ບໍ່​ສາມາດ ​ຂົນ​ສົ່ງ​ໄດ້ ​ຢ່າງ​ສດວກ ຍ້ອນບັນຫາ​ລະດັບ​ນ້ຳ ​ໃນ​ແມ່​ນ້ຳຂອງ​ແຫ້ງ​ແລ້ງ​ກ່ອນ​ລະດູ​ການ​ຜິດ​ປົກກະຕິ. ​ແຕ່​ຖືກ​ທາງ​ການ​ຈີນ ​ປະຕິ​ເສດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.