ເລື່ອນເວລາ ເປີດໂຮງຮຽນ ຫລັງນໍ້າຖ້ວມ

ໂຮງຮຽນ ຫລາຍແຫ່ງ ໃນເຂດນະຄອນຫລວງ ວຽງຈັນ ໄດ້ຮັບ ການກະທົບກ ຈາກພັຍນໍ້າຖ້ວມ ແລະ ຕ້ອງໄດ້ ເລື່ອນມື້ເປີດ ສົກການຮຽນໄປ.

ເຖິງ​ແມ່ນ​ວ່າ ​ສະຖານະ​ການ ນໍ້າມຖ້ວມ ​ໃນ​ເຂດນະຄອນ ຫລວງ​ວຽງ​ຈັນ ຈະ​ຫລຸດ​ລົງ​ແລ້ວ ​ກໍ​ຕາມ ​ແຕ່ ໂຮງຮຽນ​ ຫລາຍ​ແຫ່ງ ກໍ​ບໍ່​ສາມາດ​ເປີດ ການ​ຮຽນ​ ຕາມ​ປົກກະຕິ ​ໃນ​ວັນ​ທີ 1 ກັນຍາ​ນີ້​ ໄດ້ ຍ້ອນ​ຕ້ອງການ​ ເວລາ​ລະຍະ​ນຶ່ງ ​ເພື່ອ​ອະນາ​ໄມ ​ແລະ ກຽມພ້ອມ ດັ່ງ​ເຈົ້າ​ໜ້າ​ທີ່ ຜ​ແນ​ກ ການ​ສຶກສາ ຢູ່ ນະຄອນ ຫລວງ​ວຽງ​ຈັນ ຜູ້​ນຶ່ງ​ໄດ້​​ເວົ້າ​ວ່າ:

"​ໂຮງຮຽນທີ່ຖືກນໍ້ານີ້ ຂະເຈົ້າຈະຕ້ອງໄດ້ສ້າງເງື່ອນໄຂ ອາດຢຸດລະຍະໃດລະຍະນຶ່ງເພື່ອໃຫ້ນໍ້າລົງ ຈາກນັ້ນກໍເຮັດອະນາມັຍໂຮງຮຽນ ຂະເຈົ້າມການກະກຽມໄວ້ໝົດແລ້ວແຕ່ວ່າເຣື້ອງການກະທົບນີ້ໂຮງຮຽນ ຢູ່ບ່ອນຕໍ່າກວ່າ ກໍ່ກະທົບແນ່ນອນ"

ທໍາ​ອິດ​ນີ້ ໂຮງຮຽນ ຂັ້ນປະຖົມ ​ແລະ ມັດທະຍົມ ປະມານ 11 ​ໂຮງຮຽນ ​ໂດຍ​ສະ​ເພາະ ​ໃນ​ເຂດເມືອງ​ຫາດ​ຊາຍ​ຟອງ ຈະ​ເລື່ອນ ​ການ​ເປີດ​ຮຽນ​ໄປ ຕົ້ນ​ເດືອນ​ກັນຍາ ​ເພາະ​ຖືກ​ຜົນ​ກະທົບ ຈາກ​ນໍ້າ​ຖ້ວມ ຢ່າງໜັກ.

ປັດຈຸບັນ​ນີ້ ທາງ​ຄຣູ ອາຈານ ພ້ອມ​ນັກຮຽນ ​ແລະ ພໍ່​ແມ່​ ຜູ້​ປົກ​ຄອງ ກໍ​ພາກັນ ບົວລະບັດ ​ປັດ​ກວດ ​ແລະ ອະນາ​ໄມ ສິ່ງ​ແວດ​ລ້ອມ ​ພາຍ​ໃນ​ໂຮງຮຽນ ​ຄືນ​ໃໝ່ ​ເພາະ​ສະພາບ​ ໂຮງຮຽນ ເປີ້​ະເປື້ອນ ດ້ວຍ​ນໍ້າ​ສົກກະປົກ ຄາດ​ວ່າ ​ຈະ​ເລີ້ມ​ຮຽນ​ໄດ້ ພາຍ​ໃນ​ ອາທິດ​ນຶ່ງ. ນັກຮຽນ​ ຕ້ອງ​ໄດ້​ຮຽນ​ຕື່ມ ​ໃນ​ວັນ​ເສົາ ​ແລະ ອາທິດ ​ແທນ​ທີ່​ຊົ່ວ​ໂມງ ທີ່​ໄດ້​ເສັຍ​ໄປ.

ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຊ່ອຍ​ເຫລືອ ​ເບື້ອງ​ຕົ້ນ ​ຂອງ​ທາງ​ການ ​ໃນ​ເຂດນະຄອນຫລວງ ​ວຽງ​ຈັນ ນັບ​ວ່າ​ທົ່ວເຖິງ ບັນຫາ​ໃຫຍ່ ​ກໍ​ແມ່ນ​ ການຊອກ​ຫາ ​ງົບປະມານ​ ເພື່ອສ້ອມ​ແປງ ​ຣະບົບ ​ຄົມມະນາຄົມ ທີ່​ເປ່​ເພ ​ແລະ ການ​ຊຸກຍູ້ ການ​ຜລິດ ກະສິກັມ ​ໃນ​ຣະດູ​ແລ້ງ ​ເພື່ອ​ທົດ​ແທນ ຜົນລະປູກ ​ທີ່​ເສັຍ​ໄປ ຈາກ​ພັຍ​ນໍ້າ​ຖ້ວມ​ ຄັ້ງ​ນີ້.