ລາວ-ໄທຽ ຮ່ວມສຶກສາ ຣະດັບນໍ້າຂອງ
2010.03.01
ເຈົ້າໜ້າທີ່ ລາວແລະໄທຽ ຮ່ວມກັນວັດແທກ ຣະດັບນ້ຳຂອງ ເພື່ອສຳຣວຈເບິ່ງ ຄວາມປ່ຽນແປງ ຂອງ ປະຣິມານນ້ຳ ເພື່ອນຳໄປສຶກສາ ສຳຫລັບໂຄງກາຣ ໃຊ້ນ້ຳ ພ້ອມເປັນຫ່ວງ ທີ່ຣະດັບ ນ້ຳຫລຸດຕໍ່າ ເປັນປະວັຕກາຣ ໃນຣະຍະ 50 ປີຜ່ານມາ. - ອີງຕາມກາຣ ຣາຍງານຂອງ ໜັງສືພິມ ຜູ້ຈັດກາຣ ຣາຍວັນໄທຽ ໃນມື້ວັນເສົາ ຜ່ານມາ.
ທາງໜັງສືພິມ ໄດ້ແຈ້ງວ່າ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກສາຕ ອົງກາຣ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມລາວ ພ້ອມດ້ວຍ ເຈົ້າໜ້າທີ່ ກ່ຽວຂ້ອງຝ່າຍໄທຽ ໄດ້ນຳເອົາ ເຄື່ອງວັດແທກ ປະຣິມານ ນ້ຳ ຫລື ADCT ແລະ ເຄື່ອງວັດແທກ ຄວາມແຮງຂອງ ກະແສນ້ຳ ພ້ອມກັບເກັບ ຕົວຢ່າງຂອງນ້ຳ ສົ່ງໄປກວດ ຢຸ່ສູນອຸທົກວິທຍາ ທີ່ຂອນແກ່ນ. ພ້ອມດຽວກັນນັ້ນ ທາງຄະນະ ດຳເນີນກາຣ ສຳຣວຈ ກໍພົບວ່າ ຮ່ອງນ້ຳເລິກມີ ປະຣິມານນ້ຳ ຢູ່ທີ່ຣະດັບ 4.60 ແມ໊ຕ ແລະຍັງມີກາຣ ປ່ຽນແປງ ຕລອດເວລາ ໃນແຕ່ລະສັປດາ.
ສ່ວນຂໍ້ມູລຕ່າງໆ ທີ່ໄດ້ຈາກ ກາຣສຳຣວຈ ຣະດັບນ້ຳ ຮ່ວມກັນຄັ້ງນີ້ ກໍຖືກສົ່ງໄປຍັງ ກົມຊັພຍາກອນນ້ຳ ແລະ ສິ່ງແວດລ້ອມຂອງລາວ ເພື່ອກາຣວາງແຜນ ໃນຂັ້ນຕໍ່ໄປ, ຊຶ່ງກໍເປັນກາຣ ດຳເນີນຕາມແຜນ ປະຕິບັຕງານ ຮ່ວມກັນທີ່ມີ ໃນຣະຫວ່າງ 45-48 ຄັ້ງ ໃນແຕ່ລະປີ.
ຢ່າງໃດກໍຕາມ ຣະດັບນ້ຳ ຕາມລຳແມ່ນ້ຳຂອງ ປີນີ້ ຢູ່ໃນຣະດັບ ທີ່ຕໍ່າສຸດ ແຕ່ເໜືອຕລອດໃຕ້ ເປັນປະຫວັຕກາຣ ຊຶ່ງເປັນກາຣ ສ້າງຜົລກະທົບ ຕໍ່ວິຖີຊີວີຕ ກາຣເປັນຢູ່ ຂອງປະຊາຊົນ ທີ່ອາສັຍ ຢູ່ຕາມ ແຄມແມ່ນ້ຳຂອງ ຢ່າງຫລວງຫລາຍ ແລະ ອາຈຈະຮ້າຍແຮງ ໄປກວ່າເກົ່າ ໃນຂັ້ນຕໍ່ໄປ.









