ຣະດັບນໍ້າຂອງ ລົດລົງ
2010.02.08
ຣະດັບນ້ຳຂອງ ໃນລາວປີນີ້ ໄດ້ຫລຸດລົງ ຢ່າງຕໍ່ເນື່ອງ ເຮັດໃຫ້ມີ ຄວາມຫຍຸ້ງຍາກ ໃນການສູບນ້ຳ ເພື່ອໃຊ້ໃນການ ຊົລປະທານ ໃນການປູກຝັງ ຍາມແລ້ງ ເພາະຂາດແຫລ່ງນ້ຳ ບາງແຫ່ງ ກໍ່ເຕັມໄປ ດ້ວຍດອນຊາຍ ທີ່ແຂວງ ບໍຣິຄຳໄຊ ທາງການແຂວງ ໄດ້ເອົາຈັກ ມາດູດເອົາ ຊາຍອອກ ຈາກແຫລ່ງດູດນ້ຳ ເພື່ອຈະສາມາດ ດູດເອົານ້ຳ ຂື້ນມາໃຊ້ ໃນການ ປູກຝັງໄດ້ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:
"ອັນນີ້ພວກເຮົາ ກໍ່ກະຕຽມ ໂດຍທີ່ວ່າ ພວກເຮົາໄດ້ ຜລິດຈັກດູດຊາຍ ໄປປະຈຳ ເພື່ອຫມູນວຽນກັນ ດູດຊາຍ ອອກຈາກບ່ອນ ຈັກດູດນ້ຳ ຫັ້ນເນາະ ເພື່ອບໍ່ໃຫ້ ມັນຄ້າງໂຄກ ເພື່ອສນອງນ້ຳ ໃຫ້ໄດ້ບໍ່ໃຫ້ ເຂົາຂາດນ້ຳ".
ທ່ານກ່າວ ຕໍ່ໄປວ່າ ທາງການແຂວງ ບໍຣິຄຳໄຊ ໄດ້ຕັ້ງເປົ້າຫມາຍ ໃນການເກັບກ່ຽວ ຈາກການປູກເຂົ້າ ໃນ12ຫມູ່ບ້ານ ຮວມພື້ນທີ່ 2,450 ເຮັກຕາ ໃນຣະດູແລ້ງ ປີນີ້ ໃຫ້ໄດ້ 50 ພັນໂຕນ ແຕ່ຈະຂາດ ເປົ້າຫມາຍ ຍ້ອນບັນຫາ ດັ່ງກ່າວ.
ເຖີງຢ່າງໃດກໍ່ຕາມ ທ່ານວ່າ ສະພາບຄວາມ ແຫ້ງແລ້ງ ໃນປີນີ້ ຮ້າຍແຮງກວ່າ ຫລາຍປີທີ່ ຜ່ານມາ ເພາະຈັກສູບນ້ຳ ໃນຈຳນວນ 22 ສະຖານີ ຕາມລຳແມ່ ນ້ຳຂອງ ບໍ່ສາມາດສູບນ້ຳ ຂື້ນມາໄດ້ ເພາະບໍ່ມີນ້ຳ ໃຫ້ສູບຍ້ອນ ຄວາມແຫ້ງແລ້ງ.
ທ່ານວ່າ ໃນແຕ່ລະປີ ລະດັບນ້ຳຂອງ ບໍ່ຫລຸດລົງຫລາຍ ເຫມືອນດັ່ງປີນີ້ ບາງແຫ່ງຍັງ ສາມາດສູບນ້ຳ ຂື້ນມາໃຊ້ ສຳລັບການ ກະເສດຂອງ ປະຊາຊົນໄດ້ຢູ່ ແຕ່ປີນີ້ ມີແຕ່ດີນຊາຍ ນອກຈາກສ້າງ ຄວາມຫຍຸ້ງຍາກ ຕໍ່ການ ກະເສດແລ້ວ ຍັງສົ່ງ ຜົລກະທົບ ຕໍ່ການເດີນເຮືອ ຕາມລຳແມ່ນ້ຳຂອງ ນຳອີກ. ການເປັນຢູ່ ຂອງປະຊາຊົນ ຜູ້ທີ່ອາສັຍ ແມ່ນ້ຳຂອງ ໃນການ ທຳມາຫາກິນ ກໍ່ປະສົບກັບ ຄວາມຫຍຸ້ງຍາກ ໄປຫມົດ.









