ກຸ່ມຮັກຊຽງຂອງ ຮຽກຮ້ອງຈີນ
ກຸ່ມຮັກຊຽງຂອງ ຮຽກຮ້ອງ ໃຫ້ຈີນ ແກ້ໄຂບັນຫາ ນໍ້າຂອງໄຫລ ບໍ່ເປັນໄປ ຕາມ ທັມມະຊາດ.
-
ສິດນີ
2010-08-13 -
-
-
Your browser doesn’t support HTML5 audio
ກຸ່ມອະນຸຮັກ ສີ່ງແວດລ້ອມ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທ ຮຽກຮ້ອງ ໃຫ້ຈີນ ເພີ້ມຣະດັບນ້ຳ ໃນແມ່ນ້ຳຂອງ ໃຫ້ເປັນ ປົກກະຕິ ແລະ ສມ່ຳສເມີ ບໍ່ໃຫ້ສົ່ງ ຜົລກະທົບ ຕໍ່ການໄຫລ ຂອງແມ່ນ້ຳ ໃນແມ່ນ້ຳຂອງ ແລະ ບໍ່ໃຫ້ປ່ອຍນ້ຳ ຫລາຍເກີນໄປ ທີ່ຈະພາໃຫ້ ເກີດນ້ຳຖ້ວມ ຫລືກັກນ້ຳໄວ້ ໃນຍາມແລ້ງ ທີ່ຈະພາໃຫ້ ເກີດພັຍ ແຫ້ງແລ້ງ ຕາມລຳແມ່ນ້ຳຂອງ. ດ່ັງທ່ານ ອະພິຊາດ ສີຣິພັກດີ ແກ່ນນຳ ເຄືອຂ່າຍ ກຸ່ມຮັກຊຽງຂອງ ເວົ້າວ່າ:
"ເຣື້ອງທີ່ສຳຄັນ ກໍຄືເຮົາ ຂໍໃຫ້ຢຸດເຂື່ອນ ໃນແມ່ນ້ຳຂອງ ທັງຫມົດ ແລະ 4 ເຂື່ອນທີ່ສ້າງ ໄປແລ້ວ ຂໍໃຫ້ ພິຈາຣະນາ ທະຢ່າງໃດ ກໍ່ໄດ້ ໃຫ້ມີການການ ໄຫລຂອງນ້ຳໃຫ້ ໃກ້ຄຽງກັບ ທັມມະຊາດ ຫລາຍທີ່ສຸດ ເພາະວ່າຢ່າງໃດ ມັນກໍ່ສ້າງໄປແລ້ວ ເຮັດແນວໃດ ໃຫ້ມີກະຕິກາ ຮ່ວມກັນ ໃນການຈັດການ ເຂື່ອນໃຫ້ນ້ຳໄຫລ ໄດ້ຢ່າງໃກ້ຄຽງ ຄືທັມມະຊາດ ຫລາຍທີ່ສຸດ".
ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ຕອນນີ້ ນ້ຳຂອງ ຈະສູງຂື້ນເພາະ ເປັນຊ່ວງ ຣະດູຝົນ ກໍ່ຕາມ ແຕ່ຢາກໃຫ້ ທຸກສ່ວນກ່ຽວຂ້ອງ ໂດຍສະເພາະຈີນ ເພາະເປັນ ປະເທດ ຕົ້ນນ້ຳ ທີ່ມີເຂື່ອນ ຂນາດໃຫຍ່ ກັ້ນນ້ຳຂອງທັງ 4 ເຂື່ອນ ໃຫ້ຣະມັດ ຣະວັງເຣື້ອງ ການຄວບຄຸມ ປະຣິມານນ້ຳຂອງ ເພາະທີ່ຜ່ານມາ ຈີນ ເປັນປະເທດດຽວ ທີ່ສາມາດ ຄວບຄຸມການໄຫລ ຂອງນ້ຳຂອງໄດ້ ຈື່ງເຮັດໃຫ້ ມີນ້ຳຖ້ວມ ຢ່າງໃຫຍ່ ໃນປີ 2009 ແລະ ໃນປີຕໍ່ມາ ກໍ່ມີສະພາບ ຄວາມແຫ້ງແລ້ງ ໃນຍາມແລ້ງ ເພາະຈີນບໍ່ປ່ອຍ ນ້ຳລົງມາ. ທ່ານວ່າ ໃນປີ 2010 ຢາກໃຫ້ ປະຊາຊົນ ລຸ່ມນ້ຳຂອງ ໃນຫລາຍປະເທດ ພາກັນຊັກຊວນ ໃຫ້ຈີນແກ້ໄຂ ບັນຫາດັ່ງກ່າວ ເພາະມັນ ກະທົບກະເທືອນ ຕໍ່ການດຳຣົງ ຊີວີດຂອງ ປະຊາຊົນ ແລະ ສັດສາວາສີ່ງ ປະເພດຕ່າງໆ ຮ່ວມດ້ວຍການ ສັນຈອນ ຕາມລຳແມ່ນ້ຳຂອງ ກໍ່ໄດ້ຮັບ ຄວາມລຳບາກ.