ຣັຖບານໄທ ຄວນພິຈາຣະນາ ການສ້າງເຂື່ອນໃນລາວ

ຣັຖບານໄທ ປະເຊີນ ກັບບັນຫາ ຕໍ່ຕ້ານ ການສ້າງເຂື່ອນ ໄຟຟ້າ ຕາມລໍາ ແມ່ນໍ້າຂອງ ຢູ່ລາວ.
ສິດນີ
2010.08.04

ຊຸມຊົນ ຊາວໄທ ຜູ້ທີ່ອາສັຍ ການດຳຣົງ ຊິວີດ ຢູ່ຕາມລຳ ແມ່ນ້ຳຂອງ ໃນເຂດພາກ ເຫນືອ ໄດ້ພາກັນ ຮ່ວມກຸ່ມ ຕ້ານໂຄງການ ສ້າງເຂື່ອນ 11 ແຫ່ງ ໃນສ່ວນລຸ່ມ ແມ່ນ້ຳຂອງ. 

ກຸ່ມຊຸມຊົນ ດັ່ງກ່າວ ສ່ວນໃຫຍ່ ຈະມາຈາກ ພາກເຫນືອ ທີ່ ແຂວງຊຽງຮາຍ ຂອງໄທ ໄດ້ພາກັນ ຮ່າງບົດ ປະທ້ວງ ເພື່ອຈະຍື່ນ ໃຫ້ນາຍົກ ຣັຖມົນຕຣີ ໄທ ທ່ານ ອະພິສິດ ເວຊຊີວະ ໃນສັປດາ ຫນ້ານີ້. ກຸ່ມດ່ັງກ່າວ ບອກວ່າ ການກະທຳ ຂອງ ພວກຂະເຈົ້າ ເປັນບາດກ້າວ ທີ່ສຳຄັນ ໃນການປົກປ້ອງ ວັທນະທັມ ແລະ ການເປັນຢູ່ ຂອງຊຸມຊົນ ລຸ່ມແມ່ນ້ຳ ມາເປັນຫລາຍ ສັຕວັດ.

ໂຄງການ ທີ່ກຸ່ມ ດ່ັງກ່າວ ເກີດຄວາມ ບໍ່ພໍໃຈ ໂຄງການທຳອິດ ກໍ່ແມ່ນໂຄງ ການສ້າງເຂື່ອນ ໄຊຍະບຸຣີ ທີ່ຈະສ້າງ ກັ້ນແມ່ນ້ຳຂອງ ໃນຝັ່ງລາວ. ໃນການຕ້ານ ແຜນການ ດັ່ງກ່າວ ຊຸມຊົນກຸ່ມນີ້ ໄດ້ຕ້ານກຸ່ມ ຜູ້ມີອຳນາດ ຂອງໄທ ຜູ້ທີ່ໄດ້ຮັບ ຜົລປໂຍດ ຢູ່ເບື້ອງຫລັງ ຂອງໂຄງການ ສ້າງເຂື່ອນ ດັ່ງກ່າວ.

ນອກຈາກເຂື່ອນ ກັ້ນນ້ຳຂອງ ໄຊຍະບຸຣີ ທີ່ຈະສາມາດ ຜລິດກະແສ ໄຟຟ້າໄດ້ 1,260 ເມກາວັດ ໃນຈຳນວນ 11 ເຂື່ອນ ທີ່ຈະສ້າງ ກັ້ນນ້ຳຂອງ ໃນລາວ ທີ່ຮ່ວມດ້ວຍ ເຂື່ອນ ດອນສະໂຮງ ຂນາດ 360 ເມກາວັດແລະ 9 ເຂື່ອນ ຈະສ້າງໃນເຂດ ແມ່ນ້ຳຂອງ ຕອນລຸ່ມແລ້ວ ຍັງອີກ 2 ເຂື່ອນ ທີ່ຈະສ້າງ ທີ່ປະເທດ ກຳພູຊາ.
ກຸ່ມດ່ັງກ່າວ ຈະຍຶ່ນຫນັງສື ປະທ້ວງຕໍ່ ຣັຖບານໄທ ທ່ານ ອາພິສິດ ເວຊຊິວະ ໃຫ້ ພິຈາຣະນາ ກ່ຽວກັບການ ສ້າງເຂື່ອນ ກັ້ນນ້ຳຂອງ ເຫລົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.