ບໍຣິສັດທ່ອງທ່ຽວ ທາງນໍ້າ ຂາດທຶນຢ່າງໜັກ
ບໍລິສັດທ່ອງທ່ຽວ ທາງນໍ້າ ແຂວງຫລວງພຣະບາງ ໄດ້ຮັບຜົນ ກະທົບກະເທືອນ ຢ່າງໜັກຈາກ ບັນຫານໍ້າ ໃນແມ່ນໍ້າຂອງແຫ້ງ ຜິດປົກກະຕິ.
-
ໂພໄຊສວັດ
2010-04-08 -
-
-
Your browser doesn’t support HTML5 audio
ເຈົ້າຂອງບໍລິສັດ ທ່ອງທ່ຽວ ແລະ ຂົນສົ່ງທາງນ້ຳ ແຂວງຫລວງພຣະບາງ ໄດ້ຮັບຜົນ ກະທົບກະເທືອນ ຢ່າງໜັກຈາກ ບັນຫານ້ຳ ໃນແມ່ນ້ຳຂອງ ທີ່ແຫ້ງຜິດ ປົກກະຕິ ຈົນເປັນເຫດໃຫ້ ເຮືອໂດຍສານຂົນສົ່ງ ແລະ ບັນທຸກ ນັກທ່ອງທ່ຽວ ບໍ່ສາມາດແລ່ນໄດ້, ໂດຍສະເພາະ ເຮືອທີ່ລ່ອງຂຶ້ນລົງ ລະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ນະຄອນ ຫລວງພຣະບາງ. ທ່ານຄຳຕັນ ສົມພັນວິໄລ ຮອງຫົວ ໜ້າຜແນກທ່ອງທ່ຽວ ແຂວງຫລວງພຣະບາງ ເວົ້າວ່າ:
"ພວກເຮົາສັງເກດ ເຫັນວ່າເຮືອທີ່ ທຳການຂົນສົ່ງ ນັກທ່ອງທ່ຽວ ຈາກແຂວງບໍ່ແກ້ວ ລົງມາສູ່ເມືອ ຫລວງພຣະບາງ ຖືວ່າປະສົບບັນຫາ ຈັ່ງຊັ້ນບໍ່ສາມາດ ເດີນໄດ້ ເຮືອນີ້ກໍຈອດໄວ້ ຕອນນີ້ຖືວ່າ ພວກເຮົາຖືກ ຜົນກະທົບອັນ ໃຫຍ່ຫລວງ ພໍສົມຄວນ".
ທ່ານຄຳຕັນ ເວົ້າຕໍ່ໄປວ່າ ຍ້ອນລະດັບນ້ຳ ທີ່ແຫ້ງຫລາຍ ເຮັດໃຫ້ເຮືອໃຫຍ່ ທີ່ຂົນສົ່ງນັກ ທ່ອງທ່ຽວ ທີ່ສ້າງຮາຍຮັບ ໃຫ້ແຂວງ ຫລວງພຣະບາງ ຫລາຍທີ່ສຸດ ປັດຈຸບັນນີ້ ຕ້ອງໄດ້ຈອດຖິ້ມໄວ້ ເຮັດໃຫ້ບໍລິສັດ ທ່ອງທ່ຽວ ແລະຂົນສົ່ງທາງນ້ຳ ຂາດລາຍໄດ້. ມີແຕ່ເຮືອນ້ອຍໆ ທີ່ຂົນສົ່ງນັກ ທ່ອງທ່ຽວຂ້າມຟາກ ໄດ້ເປັນບາງບ່ອນ ເທົ່ານັ້ນ. ທ່ານຄຳຕັນ ເວົ້າກ່ຽວກັບຄວາມ ເສັຍຫາຍ ໃນຕອນນີ້ວ່າ:
"ທ່ອງທ່ຽວທາງ ນ້ຳສ່ວນໃຫຍ່ ພວກເຮົາປະສົບພັຍ ປັດຈຸບັນນີ້ ບໍ່ສາມາດ ເຄື່ອນໄຫວໄດ້ ດັ່ງນັ້ນລູກຄ້າ ຂະເຈົ້າຈຶ່ງ ທຳການຍົກເລີກ ແລະກໍໄປໃຊ້ ບໍລິການອື່ນ ເຖິງວ່າສ້າງຄວາມ ສູນເສັຍທາງດ້ານ ເສຖກິດໃຫ້ກັບ ຂ້າພະເຈົ້າ ພໍສົມຄວນ".
ທ່ານຄຳຕັນ ເວົ້າມ້ວຍທ້າຍວ່າ ຕໍ່ສະພາບການນີ້ ຫ້ອງການທ່ອງທ່ຽວ ແຂວງຫລວງພຣະບາງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື ກັບທຸກພາກສ່ວນ ກ່ຽວຂ້ອງ ເພື່ອ ຫາທາງແກ້ໄຂ ເຫດການນີ້ຢ່າງ ຮີບດ່ວນ.