ວຽດນາມຈັດປະຊຸມຮ່ວມ ນາໆຊາຕເຂດແມ່ນໍ້າຂອງ

ຕາມຣາຍງານຂ່າວ ຊີນຮົວ. ເວທີເພື່ອການຮ່ວມມື ແມ່ນໍ້າຂອງປີ 2009 ໄຂຂຶ້ນຢູ່ກຸງຮ່າໂນ່ຍ ໃນວັນທີ 30 ພຶສຈິກາ 2009 ໂດຍມີເປົ້າໝາຍ ເສີມຂຍາຍການຮ່ວມມື ໃນເຂດອ່າງແມ່ນໍ້າຂອງ ເພື່ອຜ່ານຜ່າ ຜົລກະທົບຈາກວິກິດການ ເສຖກິດໂລກ ແລະ ສົ່ງເສີມການຄ້າ ແລະການລົງທຶນ.

ກອງປະຊຸມດັ່ງກ່າວ ເປັນສ່ວນນຶ່ງຂອງ Forum ເວທີການຮ່ວມມືພັທນາ ແລະ ການວາງສະແດງນາໆຊາດ ກ່ຽວກັບການຄ້າແລະການລົງທຶນ ໃສ່ເຂດແມ່ນໍ້າຂອງ ປະຈໍາປີ2009. ເວທີການປະຊຸມ ເທື່ອນີ້ ຈັດຂຶ້ນໂດຍສະມາຄົມ ພັທນາດ້ານເສຖກິດ ວຽດນາມ-ລາວ-ກັມພູຊາ ໂດຍປະສານງານກັບ ກະຊວງແລະອົງການ ທີ່ກ່ຽວຂ້ອງຈາກ 5ປະເທດ ເຂດອ່າງແມ່ນໍ້າຂອງ ຊຶ່ງປະກອບດ້ວຍ ວຽດນາມ ໄທ ລາວ ກັມພູຊາ ແລະພະມ່າ.

ໃນກອງປະຊຸມ ມີການຫາລືກັນ ໂດຍເລັ່ງໃສ່ການ ຮ່ວມມື ໃນເຂດແມ່ນໍ້າຂອງ GMS ບົດບາດຂອງຍີ່ປຸ່ນ ຜົລກະທົບຈາກວິກິດ ການເສຖກິດໂລກ ແລະ ການແກ້ໄຂບັນຫາ ຂອງປະເທດ GMS ການສົ່ງເສີມການຄ້າ ແລະການລົງທຶນໃນ ວຽດນາມ ລາວແລະກັມພູຊາ. ພ້ອມກັນນັ້ນ ກໍແລກປ່ຽນປະສົພການ ແລະບັນຫາທ້າທາຍ ຣະຫວ່າງນັກທຸຣະກິດ ໃນປະເທດ GMS.

ກອງປະຊຸມຮຽກຮ້ອງ ໃຫ້ຕ່າງປະເທດ ລົງທຶນຫລາຍຂຶ້ນເພື່ອ ປະຕິບັດໂຄງການ ທີ່ຖືກຍົກເລີກໄປຍ້ອນ ຜົລກະທົບຈາກ ສະພາບເສຖກິດໂລກ ຕົກຕໍ່ານັ້ນ. 
ທ່ານ Sakaba Mitsuo ທູດຍີ່ປຸ່ນປະຈໍາວຽດນາມ ກ່າວວ່າ ຍີ່ປຸ່ນ ໃຫ້ຄວາມສໍາຄັນ ຢ່າງໃຫ່ຍຫລວງ ໃນການຮ່ວມມືກັບ ເຂດອ່າງແມ່ນໍ້າຂອງ  ແລະວ່າ ຍີ່ປຸ່ນ ຈະໃຫ້ການຊ່ວຍເຫລືອ ຢ່າງເປັນທາງການ ປະມານ 5ພັນ5ຮ້ອຍລ້ານໂດລາ ສະຫະຣັຖ ເພື່ອພັທນາປະເທດ ເຂດອ່າງແມ່ນໍ້າຂອງ ໃນລະຍະ3ປີຂ້າງໜ້າ.

ທະນາຄານພັທນາເອເຊັຽ ມາຮອດເວລານີ້ ໄດ້ຊ່ວຍທາງດ້ານການເງິນ ສໍາລັບ41ໂຄງການ GMS ເປັນມູນຄ່າ 11ພັນລ້ານໂດລາ ສະຫະຣັຖ ແລະຊ່ວຍທາງດ້ານ ເທັກນິກອຶ່ນໆອີກ 179ໂຄງການ ເປັນມູນຄ່າ 208ພັນລ້ານໂດລາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org