ກົດຟັງສຽງ
ກອງປະຊຸມ ຣະດັບ ຣັຖມົນຕຣີ ຂອງ 4 ປະເທສ ລາວ ກັມພູຊາ ໄທຽ ແລະ ວຽຕນາມ ທີ່ເປັນ ປະເທສ ສະມາຊິກ ໃນ ຄນະ ກັມມາທິກາຣ ແມ່ນ້ຳຂອງ ຊຶ່ງ ຈັດຂຶ້ນ ຢູ່ ນະຄອນ ສຽບຣຽບ ໃນ ມື້ວັນ ພຣະຫັດ ນີ້, ຊື່ງ ທາງກາຣລາວ ກໍຫວັງວ່າ ຈະໄດ້ ຮັບກາຣ ສນັບສນູນ ໃນ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ທີ່ໄດ້ ຖືກ ຄັດຄ້ານ ຈາກ ຫລາຍພາຄສ່ວນ ຕລອດມາ ນັ້ນ ແລະ ພາຍຫລັງທີ່ ມີກາຣ ປຶກສາ ຫາຣືກັນ ທາງ ກອງປະຊຸມ ຈຶ່ງ ຕົກລົງກັນ ໃຫ້ມີ ກາຣໂຈະ ຫລືເລື່ອນ ກາຣຕັດສິນ ອອກໄປ ຕື່ມອີກ ເສັຽກ່ອນ. ດັ່ງ ທ່ານ ວິເທດ ສີເນຕ ຜູ້ ປະສານງານ ໂຄງກາຣ ສິ່ງ ແວດລ້ອມ ສຳນັກງານ ເລຂາ ແມ່ນ້ຳຂອງ ປະຈຳ ນະຄອນຫຼວງ ວຽງຈັນ ໄດ້ແຈ້ງຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ວ່າ:
"ຄນະມົນຕຣີ ແມ່ນ້ຳຂອງ ມາ ປະຊຸມກັນ ບໍ່ໄດ້ ເຈາະຈົງ ກັບ ໂຄງກາຣ ເຂື່ອນ ໄຊຍະບູຣີ ແຕ່ກໍໄດ້ ຮ່ວມກັນ ຕົກລົງວ່າ ຈະມີກາຣ ສຶກສາ ເພີ່ມເຕີມ ສຳລັບ ເຣື່ອງ ຜົລກະທົບ ຂອງ ກາຣສ້າງ ເຂື່ອນ ໃສ່ ນ້ຳຂອງ ຕາມກາຣ ສັມປະທານ ທັງໝົດເລີຽ ບໍ່ໄດ້ເວົ້າກັນ ສະເພາະ ເຈາະຈົງ ກ່ຽວກັບ ໂຄງກາຣ ເຂື່ອນ ໄຊຍະບູຣີ ເທົ່ານັ້ນ ແຕ່ກະເຫັນພ້ອມ ກົງກັນ ກໍຈະມີກາຣ ສຶກສາ ເພີ່ມເຕີມ ສຳລັບ ຜົລກະທົບ ທັງໝົດເລີຽ ຂອງ ແມ່ນ້ຳຂອງ".
ໃນຂນະ ດຽວກັນ ທ່ານກໍວ່າ ທາງກາຣ ກ່ຽວຂ້ອງ ທຸກພາຄສ່ວນ ຍັງຈະໄດ້ ມີກາຣ ພົບປະ ຫາຣື ກັບທາງ ກາຣຍີ່ປຸ່ນ ແລະ ອົງກາຣ ສາກົລ ຕ່າງໆນຳອີກ ເພື່ອໃຫ້ ຄວາມຮ່ວມມື ດຳເນີນ ກາຣສຳຣວຈ ວິຈັຍ ທາງດ້ານ ຜົລກະທົບ ຕໍ່ ສີ່ງແວດລ້ອມ ຈາກ ໂຄງກາຣ ສ້າງເຂື່ອນ ດັ່ງກ່າວ ນີ້ ໃນຂັ້ນຕໍ່ໄປ ແຕ່ກໍຍັງ ບໍ່ທັນຮູ້ ເປັນທີ່ ແນ່ນອນ ກ່ຽວກັບ ກຳໜົດ ເວລາ ນັ້ນເທື່ອ ດັ່ງທີ່ ທ່ານ ວິເທດ ໄດ້ແຈ້ງ ເພີ່ມວ່າ:
"ບໍ່ໄດ້ ກຳໜົດ ຂອບຂອງ ຣະຍະ ເວລາ ແນ່ນອນ ວ່າຈະໃຊ້ ເວລານານ ເທົ່າໃດ ແຕ່ວ່າ ກາຣສຶກສາ ນີ້ ຫລື ຂອບ of studies ຫລື term of references ເນາະກ່ອນ ກ່ອນ ແລ້ວກໍຄ່ອຍ ກຳໜົດ ເວລາ ລະອຽດ ຕໍ່ໄປ".
ຢ່າງໃດ ກໍຕາມ ເຂື່ອນ ໄຊຍະບູຣີ ດັ່ງກ່າວ ເປັນ ເຂື່ອນ ຂນາດໃຫຍ່ ທີ່ຕ້ອງໃຊ້ ງົບປະມານ ໃນກາຣ ກໍ່ສ້າງ ທັງໝົດ ບໍ່ຕໍ່າກວ່າ 3,500 ລ້ານ ດອລລາຣ໌ ສະຫະຣັຖ ແລະ ຄາດວ່າ ຈະ ສາມາຖ ຜລິຕກະແສ ໄຟຟ້າ ໄດ້ເຖີງ 1,260 ເມກະວັຕ ເພື່ອສົ່ງຂາຍ ໃຫ້ໄທຽ ເປັນ ສ່ວນໃຫຍ່ ເຖີງ 95%.
