ກົດຟັງສຽງ
ແຜນການສ້າງເຂື່ອນ ໃສ່ແມ່ນໍ້າຕອນລຸ່ມ ຊຶ່ງຢູ່ໃນລະຫວ່າງ ພະມ່າ, ລາວ, ໄທ, ກຳພູຊາ ແລະວຽດນາມ ປະເຊີນກັບບັນຫາ ເຣື້ອງສະພາບແວດລ້ອມ ຢ່າງໃຫຍ່ຫລວງ ໃນພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້. ຕາມລາຍງານຂອງ ແຫລ່ງຂ່າວ AP ມື້ວັນທີ 8 ເມສາ 2011.
ເຂື່ອນໄຟຟ້າໄຊຍະບຸຣີ ທີ່ມູນຄ່າ ໃນການກໍ່ສ້າງ 3 ພັນ 500 ລ້ານໂດລາ ສະຫະຣັຖ ຕັ້ງຢູ່ທາງພາກເໜືອ ຂອງລາວ, ຊຶ່ງກະແສໄຟຟ້າ ເກືອບທັງໝົດ ຈະສົ່ງຂາຍໃຫ້ໄທ. ໂຄງການດັ່ງກ່າວ ໄດ້ກໍ່ໃຫ້ເກີດ ກະແສຕໍ່ຕ້ານ ຢ່າງຮຸນແຮງ ຈາກຊາວບ້ານ, ນັກເຄື່ອນໄຫວ ແລະແຫລ່ງຂ່າວ ວຽດນາມ ຕໍ່ຜົນປໂຍດຂອງໄທ ແລະຣັຖບານລາວ ທີ່ຫວັງວ່າຈະໄດ້ ລາຍຮັບຈາກການຂາຍ ກະແສໄຟຟ້ານີ້.
ການຕັດສິນໃຈວ່າ ໂຄງການສ້າງເຂື່ອນ ຈະໄດ້ຮັບໄຟຂຽວຫລືບໍ່ ໄດ້ຖືກ ຍົກເລີກຫລືຢ່າງໜ້ອຍ ກໍຖືກກີດກັນ ເພື່ອລໍຖ້າການສຶກສາ ຄົ້ນຄວ້າເພີ້ມຕື່ມ ຊຶ່ງຈະມີຂຶ້ນ ໃນກອງປະຊຸມ ລະຫວ່າງ ລາວ, ໄທ, ວຽດນາມ ແລະກຳພູຊາ ໃນມື້ວັນທີ 19 ເມສາ 2011 ນີ້ຢູ່ນະຄອນຫລວງ ວຽງຈັນ.
ຝ່າຍກົງກັນຂ້າມ ເຕືອນວ່າ ຫາກໂຄງການເຂື່ອນໄຟຟ້າ ໄຊຍະບຸຣີ ໄດ້ຮັບການ ອະນຸມັດ ອາດເຮັດໃຫ້ ມີເຂື່ອນໄຟຟ້າ ເກີດຂຶ້ນອີກ 10 ກວ່າແຫ່ງ ໃນແມ່ນໍ້າຂອງ ຕອນລຸ່ມ. ທ່ານ ກະມົນ ກົນປິນ ເຈົ້າຄອງກຳແພງນະຄອນ ຊຽງຄານ ຊຶ່ງຕັ້ງຢູ່ແຄມຝັ່ງ ແມ່ນໍ້າຂອງ ເວົ້າວ່າ ຊີວິດການເປັນຢູ່ຂອງ ຊາວຊຽງຄານ ຂຶ້ນຢູ່ກັບ ການຢູ່ດີມີສຸຂ ຂອງແມ່ນໍ້າຂອງ.
ທ່ານເວົ້າຕໍ່ໄປອີກວ່າ ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນກະທົບຄວາມຍາກລຳບາກ ຈາກເຂື່ອນໄຟຟ້າ ຢູ່ທາງພາກເໜືອ ຕົ້ນນໍ້າໃນ ປະເທດຈີນມາແລ້ວ ຊຶ່ງພວກຂະເຈົ້າ ເຮັດຫຍັງບໍ່ໄດ້ມີແຕ່ ເບິ່ງການປ່ຽນແປງ ເສັຍຫາຍ ຂອງລະບົບວິເວດ, ຈຶ່ງຢ້ານວ່າ ເຂື່ອນໄຟຟ້າ ໄຊຍະບຸຣີ ຈະນຳຄວາມຫາຍນະ ມາໃຫ້ຕື່ມອີກ.
