ກົດຟັງສຽງ
ນັບເປັນໂຄງການ ສ້າງເຂຶ່ອນໄຟຟ້າ ພລັງນ້ຳແຫ່ງ ທີ 2 ໃນສປປລາວ ທີ່ບໍຣິສັດ ປະເທດຝຣັ່ງເສດ ແລະ ຣັຖວິສາຫະກິດ ກໍ່ສ້າງໄຟຟ້າລາວ ໄດ້ຮ່ວມກັນ ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກັບຣັຖບານລາວ ເພຶ່ອພັທນາໂຄງການ ສ້າງເຂຶ່ອນໄຟຟ້າ ໃນບໍຣິເວນ ນ້ຳອ່າງ-ນ້ຳຕາເບັງ ໃນວັນທີ 15 ມີນາ ຜ່ານມາ.
ຈາກບົດບັນທຶກ ຄວາມເຂົ້າໃຈ ດັ່ງກ່າວ ເຮັດໃຫ້ບໍຣິສັດ Velcan ຝຣັ່ງເສດ ແລະ ຣັຖວິສາຫະກິດ ໄຟຟ້າລາວ ໄດ້ຮັບລິກະສິດ ໃນການສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂຶ່ອນໄຟຟ້າ ພລັງງານນ້ຳ ໃນບໍຣິເວນ ນ້ຳອ່າງ ແລະ ນ້ຳຕາເບັງ ຮ່ວມດ້ວຍແມ່ນ້ຳ ສາຂາຕ່າງໆ ທີ່ເມືອງຊານໄຊ ແຂວງອັດຕະປື.
ໃນການສຶກສາ ເບື້ອງຕົ້ນ ພົບວ່າ ບໍຣິເວນດັ່ງກ່າວ ມີສັກກາຍພາບສູງ ໃນການສ້າງເຂຶ່ອນ ຜລິດໄຟຟ້າ ຢ່າງນ້ອຍ 35 ເມກາວັດ ແຕ່ຕ້ອງການ ການສຶກສາ ຄວາມເປັນໄປໄດ້ ເສັຽກ່ອນ ຊື່ງຈະໃຊ້ເວລາ 18 ເດືອນ. ຖ້າຫາກພົບວ່າ ພື້ນທີ່ດັ່ງກ່າວ ມີຄວາມເປັນໄປໄດ້ ກຸ່ມດ່ັງກ່າວ ກໍ່ຈະຂໍ ສັມປະທານ ຈາກຣັຖບານ ໃນການສ້າງເຂຶ່ອນ ໃນທີ່ນັ້ນ.
ສປປລາວ ເປັນປະເທດທີ່ ມີສັກກາຍພາບສູງ ໃນການສ້າງເຂຶ່ອນ ໄຟຟ້າ ທີ່ຈະສົ່ງໄປຂາຍ ໃຫ້ປະເທດ ເພຶ່ອນບ້ານເຊັ່ນ ໄທ ວຽດນາມ ກຳພູຊາ ແລະ ຈິນ ຊຶ່ງ ບໍຣິສັດ ຝຣັ່ງເສດ ໃຫ້ການປະເມີນ ວ່າ ສປປລາວ ສາມາດ ສ້າງເຂຶ່ອນພລັງນ້ຳ ຜລິດໄຟຟ້າ ໄດ້ເຖິງ 20 ພັນເມກາວັດ ໃນທົ່ວປະເທດ.
