ທາງການລາວຄວນສຶກສາ ຜົນກະທົບຂອງເຂື່ອນ

ອົງການ ສິ່ງແວດລ້ອມ ຮຽກຮ້ອງ ໃຫ້ ຣັຖບານ ສປປລາວ ສຶກສາ ເບິ່ງຜົນ ຂອງ ການສຳຣວດ ຂອງ ອົງການ ປົກປ້ອງ ຮັກສາ ສິ່ງແວດລ້ອມ ແລະ ຂໍໃຫ້ ພິຈາຣະນາ ຄໍາຄິດເຫັນ ຂອງ ຊຸມຊົນ ໃນ ທ້ອງຖິ່ນ ໃຫ້ຄັກແນ່ ກ່ອນການ ລົງມື ສ້າງ ເຂື່ອນ ໄຊຍະບູຣີ.

0:00 / 0:00

ກົດຟັງສຽງ

ເຂື່ອນ ໄຊຍະບູຣີ ຈະເປັນ ເຂື່ອນ ທໍາອິດ ທີ່ ຈະຕັນ ແມ່ນ້ຳຂອງ ໃນພາກລຸ່ມ. ຍານາງ ເປຣມຣຶດີ ດາວຣູ້ງ ຜູ້ ອຳນວຍການຮ່ວມ ມູລນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ຂອງໄທ ກ່າວວ່າ:

"ໃນຂນະນີ້ ບັນຫາໃຫຍ່ ກໍມີ ຢູ່ວ່າ ຣັຖບານລາວ ຈະສາມາດ ນຳເອົາຜົນ ຂອງ ການສຶກສາ ສຳຣວດ ທີ່ມີ ຢູ່ແລ້ວ ນັ້ນ ມາບວກກັບ ການສຶກສາ ເພິ້ມຕື່ມ ມາໃຊ້ ເປັນປໂຍດ ໃນການ ພິຈາຣະນາ ຕັດສິນໃຈ ເຊັ່ນ ຄວນຟັງສຽງ ຂອງ ປະຊາຊົນ ແລະ ໃນການ ຕັດສິນ ຂອງ ຣັຖບານ ທຸກປະເທດໃນເຂດລຸ່ມ ແມ່ນ້ຳຂອງ".

ຍານາງ ເປຣມຣຶດີ ກ່າວອີກວ່າ ຜ່ານມາ ອົງການ ປົກປ້ອງ ຮັກສາ ສິ່ງແວດລ້ອມ ສາກົນ ໄດ້ເຜີຍແຜ່ ຜົນຂອງການ ສຳຣວດ ກ່ຽວກັບ ການສ້າງ ເຂື່ອນ ໄຊຍະບຸຣີ ນັ້ນຫລາຍແລ້ວ ແລະ ປະຊາຊົນ ໄທ ທີ່ ອາໄສ ຢູ່ຕາມຝັ່ງ ແມ່ນ້ຳຂອງ ກໍໄດ້ປະທ້ວງ ຄັດຄ້ານ ການສ້າງເຂື່ອນ ດ່ັງກ່າວ ໂດຍຕລອດ. ທັງອົງການ ສິ່ງແວດລ້ອມ ແລະ ປະຊາຊົນ ໄທ ທ້ອງຖິ່ນ ໃຫ້ເຫດຜົນ ວ່າ ການສ້າງ ເຂື່ອນ ໄຊຍະບຸຣີ ຈະສົ່ງຜົນ ກະທົບ ຕໍ່ ສິ່ງແວດລ້ອມ ຢ່າງແຮງ, ເຊັ່ນ: ຈະທຳຣາຍ ຣະບົບນິເວດ ວິທຍາ ຈະເຮັດໃຫ້ ປາ ແລະ ພັນປາ ຫລາຍຊນິດ ຫາຍສາບສູນ ໄປເລີຍ ແລະ ຈະກະທົບ ການດຳຣົງ ຊີວິດ ແລະ ການເປັນຢູ່ ຂອງ ປະຊາຊົນ ໃນລຸ່ມ ແມ່ນ້ຳຂອງ ຫລາຍ ສິບລ້ານ ຄົນ.

ນອກຈາກນັ້ນ ຍານາງ ເປຣມຣຶດີ ຍັງ ຮຽກຮ້ອງ ໃຫ້ ຣັຖບານ 4 ປະເທດ ທີ່ເປັນ ສະມາຊິກ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ທີ່ ຈະປະຊຸມ ກັນຢູ່ ນະຄອນ ຊຽມຣຽບ ປະເທດ ກຳພູຊາ ໃນວັນທີ 7 ນີ້ ໃຫ້ ພິຈາຣະນາ ຢ່າງຖີ່ຖ້ວນ ກ່ອນ ຈະຕັດສິນໃຈ ໃຫ້ ສປປລາວ ສ້າງເຂື່ອນ ໄຊຍະບຸຣີ.