ກົດຟັງສຽງ
ທາງກາຣ ອິນເດັຽ ຈະຮັບ ເປັນເຈົ້າພາບ ກອງປະຊຸມ ຣະຫວ່າງ ບັນດາ ປະເທສ ເຂຕລຸ່ມ ແມ່ນ້ຳຂອງ ແລະ ແມ່ນ້ຳ ຄົງຄາ Ganga ທີ່ມີກຳໜົດ ຈັດຂຶ້ນ ໃນທ້າຍເດືອນ ທັນວາ ນີ້ ເພື່ອປຶກສາ ຫາຣື ກັນ ໂດຽສະເພາະ ໃນດ້ານ ກາຣຮ່ວມມື ເພື່ອສົ່ງເສີມ ກາຣພັທນາ ເສຖກິຈ ແລະ ແລກປ່ຽນ ວັທນາທັມ ຣະຫວ່າງກັນ ໃນຂັ້ນຕໍ່ໄປ.
ແຜນກາຣ ຣີເຣີ່ມ ຂັ້ນຕົ້ນ ຂອງ ກາຣຈັດ ໃຫ້ມີກາຣ ປະຊຸມ ຮ່ວມກັນ ໄດ້ເຣີ່ມຂັ້ນ ໃນມື້ວັນ ທີ່ 12 ພຶສຈິກາຣ ຜ່ານມາ ເປັນກາຣ ກະຕຣຽມ ຫົວຂໍ້ ຂອງ ກາຣປະຊຸມ ຂອງ ເຈົ້າໜ້າທີ່ ຣະດັບສູງ ໃນຂັ້ນ ຕໍ່ໄປ ຊຶ່ງ ກໍຮວມທັງ ເຈົ້າໜ້າທີ່ ຈາກ ລາວ ກັມພູຊາ ໄທຽ ພະມ້າ ແລະ ວຽຕນາມ ຮ່ວມກັບ ອິນເດັຽ ທີ່ເປັນ ປະເທສ ເຈົ້າພາບ.
ທ່ານ S.M. Krishna ຣັຖມົນຕຣີ ກາຣຕ່າງປະເທສ ຂອງ ອິນເດັຽ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ໃນມື້ ວັນຈັນ ນີ້ວ່າ ນອກຈາກ ກາຣປະຊຸມ ຮ່ວມກັນ ທັງໝົດ ໃນປາຍເດືອນ ທັນວາ ນີ້ແລ້ວ ທາງກາຣ ອິນເດັຽ ກໍຍັງ ຈະມີ ກາຣປະຊຸມ ຣະຫວ່າງ ຝ່າຍ ກັບ ຣັຖມົນຕຣີ ກາຣຕ່າງປະເທສ ຈາກ ແຕ່ລະ 5 ປະເທສ ໃນເຂຕລຸ່ມ ແມ່ນ້ຳຂອງ ອີກຕ່າງຫາກ ເຊັ່ນກັນ.
ທ່ານ S.M. Krishna ໄດ້ແຈ້ງ ເພີ່ມວ່າ ນອກຈາກ ເປັນເຈົ້າພາບ ກອງປະຊຸມ ບັນດາ ປະເທສ ເຂຕລຸ່ມ ແມ່ນ້ຳຂອງ ແລ້ວ ໃນມື້ວັນ ທີ່ 26 ມົກກະຣາ 2012 ທາງກາຣ ອິນເດັຽ ກໍຈະເປັນ ເຈົ້າພາບ ກອງປະຊຸມ ອາຊ໊ຽນ ອິນເດັຽ ຊຶ່ງ ມີກຳໜົດຈັດ ຂຶ້ນຢູ່ ກຸງ New Delhi.
