ກົດຟັງສຽງ
ກອງປະຊຸມ ຄັ້ງທີ 33 ຣະຫວ່າງ 4 ປະເທສ ເຂຕລຸ່ມແມ່ນໍ້າຂອງ ອັນມີ ລາວ ໄທຽ ກັມພູຊາ ແລະວຽຕນາມ ໄດ້ຈັດຂຶ້ນ ຢູ່ກັມພູຊາ ໃນມື້ວັນທີ່ 24-26 ມີນາ ຜ່ານມານີ້, ແຕ່ກາຣ ພິຈາຣະນາ ເພື່ອຕົກລົງກ່ຽວກັບ ໂຄງກາຣສ້າງເຂື່ອນ ໄຟຟ້າ ໄຊຍະບູຣີ ໄດ້ມີກາຣເລື່ອນໄປ ໃສ່ກອບປະຊຸມ ມື້ໃໝ່ ທີ່ວ່າຈະໃຫ້ມີຂຶ້ນ ໃນມື້ວັນທີ່ 21 ເມສາ ທີ່ຈະມາເຖິງນີ້.
ກາຣທີ່ຕ້ອງໄດ້ ເລື່ອນກາຣ ພິຈາຣະນາ ເພື່ອຕົກລົງ ອອກຄວາມເຫັນກັນ ດັ່ງກ່າວ ກໍອາຈເປັນດ້ວຍ ສາເຫຕທີ່ວ່າ ມີອົງກາຣ ທີ່ບໍ່ຂຶ້ນກັບຣັຖບາລ ຫລື NGOs ບໍ່ຕໍ່າກວ່າ 263 ອົງກາຣດ້ວຍກັນ ໄດ້ສົ່ງຂໍ້ຄວາມ ເປັນກາຣຮຽກຮ້ອງ ໃຫ້ມີກາຣ ພິຈາຣະນາ ດ້ານຄວາມເສັຽຫາຍ ຕໍ່ສິ່ງແວດລ້ອມ ຄືນໃໝ່ຢ່າງຖີ່ຖ້ວນ ເສັຽກ່ອນ ພ້ອມກັບບັນຫາອື່ນໆ ອີກຫລາຍໆຢ່າງ ທີ່ຈະສ້າງຜົລ ກະທົບ ຕໍ່ສະພາບແວດລ້ອມ ແລະວິຖີຊີວີຕ ຂອງປະຊາຊົນ ຢ່າງຫລວງຫລາຍ ໃນບັນດາປະເທສ ເຂຕລຸ່ມແມ່ນໍ້າຂອງ ທຸກໆປະເທສ ນໍາດ້ວຍ.
ເຈົ້າໜ້າທີ່ ກັມມາທິກາຣ ແມ່ນໍ້າຂອງ ຫລື MRC ປະຈໍາກຸງພະນົມເປັນ ກໍໃຫ້ກາຣຊີ້ແຈງວ່າ: ທ່ານວ່າ, "ສະມາຊິກ ທຸກໆປະເທສ ເຫັນພ້ອມຮ່ວມກັນ ທີ່ຕ້ອງກາຣເວລາ ພ້ອມກັບຂໍ້ມູລຕ່າງໆ ເພື່ອຈະໄປ ພິຈາຣະນາ ຕື່ມອີກເສັຽກ່ອນ ກ່ອນທີ່ໄດ້ມີກາຣ ປຶກສາຫາຣືກັນ ໃນກອງປະຊຸມ ຮ່ວມກັນອີກຄັ້ງໃໝ່ ທີ່ຈະມີຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ໃນເດືອນເມສາ ທີ່ຈະມາເຖິງນີ້".
ເຖິງຢ່າງໃດກໍຕາມ ໃນຂນະດຽວກັນ ກໍມີຣາຍງານວ່າ ຜົລຂອງກາຣ ສໍາຣວຈບາງຢ່າງ ທີ່ທາງກຸ່ມ ຜູ້ລົງທຶນ ບໍ່ທັນໄດ້ນໍາສເນີ ຕໍ່ທາງກາຣກ່ຽວຂ້ອງ ກໍອາຈມີບາງຢ່າງ ທີ່ເປັນຜົລ ກະທົບຕໍ່ຈໍາພວກ ສັຕນໍ້ານາໆຊນິດ ກໍອາຈເປັນໄດ້ ທີ່ທາງອົງກາຣ ປົກປັກຮັກສາ ສະພາບແວດລ້ອມ ມີຄວາມເປັນຫ່ວງ ນໍານັ້ນ.
