ກົດຟັງສຽງ
ໃນການໃຫ້ ສັມພາດ ຢູ່ທີ່ເກາະ Bali ປະເທດ ອິນໂດເນເຊັຽ ຊຶ່ງ ບັນດາ ຜູ້ນໍາ 18 ປະເທດ ເອເຊັຽ ປາຊີຟິກ ເປີດປະຊຸມ ສຸດຍອດ ໃນສອງວັນ ຜ່ານມານີ້. ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ສປປລາວ ກ່າວວ່າ ລາວ ວຽດນາມ ແລະ ກັມພູຊາ ໄດ້ມີທ່າທີ ອັນດຽວກັນ ໃນເຣື່ອງທີ່ວ່າ ການເຄື່ອນໄຫວ ກໍ່ສ້າງໃດໆ ຈະມີຂຶ້ນໄດ້ ກໍຕໍ່ເມື່ອ ໄດ້ຮັບ ຄວາມເຫັນພ້ອມ ຈາກ ບັນດາ ຜູ້ຊ່ຽວຊານ.
ກຸ່ມປະເທດ ເຂດລຸ່ມ ແມ່ນໍ້າຂອງ ມີກໍານົດ ພົບປະກັນ ໃນວັນທີ 7 ທັນວາ 2011 ເພື່ອ ລົງຄວາມເຫັນ ວ່າຈະ ສນັບສນູນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຫຼືບໍ່? ພາຍຫລັງ ທີ່ ຣັຖບານລາວ ໄດ້ຕົກລົງ ເມື່ອເດືອນ ເມສາ ຜ່ານມາວ່າ ຈະເລື່ອນ ການ ສ້າງເຂື່ອນ ນັ້ນ ຍ້ອນຍັງ ວິຕົກ ກັງວົນ ດ້ານ ສະພາບ ແວດລ້ອມ.
ກ່ອນໜ້ານີ້ ວຽດນາມ ໄດ້ແນະນໍາ ໃຫ້ເລື່ອນ ທຸກໂຄງການ ເຂື່ອນ ໄຟຟ້າ ໃສ່ ແມ່ນໍ້າຂອງ ອອກໄປ ເຖີງ 10 ປີ. ການຮັບຜ່ານ ໂຄງການ ເຂື່ອນ ໄຊຍະບູຣີ ເທື່ອນີ້ ອາຈປູທາງ ໃຫ້ມີການ ກໍ່ສ້າງເຂື່ອນ ອີກ 7 ແຫ່ງ ຊຶ່ງ ສປປລາວ ກໍມີແຜນ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ເພື່ອຂຍາຍ ເສຖກິດ ຂອງລາວ ດ້ວຍການ ຂາຍກະແສ ໄຟຟ້າ ໃຫ້ປະເທດ ໃກ້ຄຽງຕ່າງໆ. ມີປະຊາຊົນ ປະມານ 60 ລ້ານ ຄົນ ໃນເຂດ ແມ່ນໍ້າຂອງ ເພິ່ງພາອາສັຍ ແມ່ນໍ້າຂອງ ແລະ ນໍ້າສາຂາ ແມ່ນໍ້າຂອງ ເປັນແຫລ່ງ ອາຫານ ການກິນ, ເປັນແຫລ່ງນໍ້າ ແລະ ການຄົມນາຄົມ.
ທ່ານ ທອງລຸນ ກ່າວວ່າ ເຖິງແມ່ນວ່າ ໂຄງການ ເຂື່ອນ ນັ້ນຈະຕັ້ງ ຢູ່ໃນເຂດແດນ ຂອງລາວ ແຕ່ ກໍເປັນ ແມ່ນໍ້າ ນາໆຊາດ, ດັ່ງນັ້ນ ລາວ ຈຶ່ງຕ້ອງໃຫ້ ຄວາມສໍາຄັນ ໃນ ຄວາມຄິດເຫັນ ແລະ ທັສນະທ່າທີ ຂອງ ບັນດາ ປະເທດ ທີ່ໃຊ້ແຫລ່ງນໍ້າ ແຫ່ງນີ້ ຮ່ວມກັນ.
Bloomberg ຣາຍງານ ຕື່ມວ່າ ສປປລາວ ມີເປົ້າໝາຍ ເກັ້ຽກ່ອມ ບັນດາ ປະເທດ ເພື່ອນບ້ານ ໂດຍອ້າງເຖິງ ບົດຣາຍງານ ຂອງ ບໍຣິສັດ ພລັງງານ Poyry Energy ຈາກ ປະເທດ Switzerland ທີ່ຖືກຈ້າງ ໃຫ້ທົບທວນ ເບິ່ງ ໂຄງການ ເຂື່ອນ ໄຊຍະບູລີ. ໃນບົດ ຣາຍງານ Poyry ບໍ່ໄດ້ພົບ ຜົລກະທົບ ຣະຍະຍາວ ທີ່ສໍາຄັນໃດໆ ທີ່ຈະມີຕໍ່ ປະເທດ ເຂດລຸ່ມແມ່ນໍ້າຂອງ ຖ້າຫາກ ສປປລາວ ດໍາເນີນການ ປ່ຽນແປງ ອອກແບບ ຕາມທີ່ ແນະນໍາ ເຊັ່ນປັບປຸງ ທາງຜ່ານ ຂອງ ດິນປູກຝັງ ແລະ ໝູ່ປາ. ຕາມການ ສເນີຣາຍງານ ຂອງ ຣັຖບານລາວ ເມື່ຶອເດືອນ ກັນຍາ.
ທາງດ້ານ ອົງການ ແມ່ນໍ້າ ສາກົລ International Rivers ເວົ້າວ່າ ບົດຣາຍງານ ຂອງ Poyry ເປັນຣາຍງານ ເພື່ອໃຫ້ ບັນດາ ປະເທດ ເພື່ອນບ້ານ ຮັບຜ່ານ ໂຄງການ ສ້າງເຂື່ອນ ແຫ່ງທໍາອິດ ໃສ່ ແມ່ນໍ້າຂອງ ຕອນລຸ່ມ ແລະວ່າ ນັ້ນເປັນການ ທົບທວນ ທີ່ປະເມີນ ຜົນກະທົບ ທີ່ໜ້ອຍກວ່າ ຄວາມເປັນຈິງ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ທີ່ຈະມີຕໍ່ ຝຸງປາ ນາໆຊນິດ ແລະ ການໄຫລ ຂອງຫີນ ແລະ ດິນປູກຝັງ.
