ກົດຟັງສຽງ
ນັກວິຊາການ ແນວພັນປາ ແລະ ສັດ ໄດ້ ສອບຖາມ ຊາວບ້ານ ທີ່ອາໄສ ຢູ່ຕາມແຄມ ແມ່ນໍ້າຂອງ ແຂວງ ບໍ່ແກ້ວ ຖແລງວ່າ: ຊາວບ້ານ ສ່ວນຫລາຍ ເວົ້າວ່າ ຈໍານວນ ປາ ທີ່ຈັບໄດ້ ມີ ໜ້ອຍລົງ ໂດຍສະເພາະ ປາບືກ ຊື່ງ ເປັນປາ ທີ່ຫາຍາກ ໃກ້ຈະສູນ ພັນ ແລ້ວ ປັດຈຸບັນນີ້ ເກືອບວ່າ ບໍ່ເຫັນ ອີກແລ້ວ. ທ່ານເວົ້າວ່າ:
"ຂ່າວຄາວ ຈາກຊາວບ້ານ ທີ່ຢູ່ຕາມ ແຄມຂອງ ແຂວງ ບໍ່ແກ້ວ ເນາະ ອິນທາດບໍ່ ແຖວປ່າ ອ້ອຍປ່າ ຫຍັງນີ້ນະ ຂະເຈົ້າ ກໍໃຫ້ ຂໍ້ມູນວ່າ ເອີ້ ປາບືກ ທີ່ວ່າເຄີຽ ຈັບໄດ້ ຫາຍາກ ໃກ້ຈະສຸນພັນ ໄປແລ້ວ ແລ້ວປານີ້ ຫລຸດໜ້ອຍ ຖອຍລົງ ໄປຕິກໆ ແລ້ວ ກໍການ ຫາປາແບບ ໃຊ້ເຄື່ອງມື ດັບສອກ ດັບສູນ ຫັ້ນນະ ເຂື່ອນ ກໍມີສ່ວນ".
ທ່ານວ່າ ທ່ານໄດ້ ລົງໄປ ເກັບກໍາ ຂໍ້ມູນ ໃນ ຫລາຍແຂວງ ເຊັ່ນ ແຂວງ ຈໍາປາສັກ ບໍຣິຄໍາໄຊ ໄຊຍະບູຣີ ແລະ ບໍ່ແກ້ວ ເພື່ອ ສືກສາ ສະພາບ ພັນປາ ໃນ ແມ່ນໍ້າຂອງ ນັບຕັ້ງແຕ່ ຈີນ ໄດ້ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ. ຈາກການ ສອບຖາມ ປະຊາຊົນ ເຫັນວ່າ ກ່ອນການ ສ້າງເຂື່ອນ ນັ້ນ ຂະເຈົ້າ ສາມາດ ຈັບ ປາບືກ ໄດ້ ປີລະ 3-4 ໂຕ, ແຕ່ ປັດຈຸບັນ ເກືອບວ່າ ບໍໍ່ໄດ້ເລີຍ.
ກ່ຽວກັບ ເຣື້ອງນີ້ ນັກວິຊາການ ໃນ ປະເທດໄທ ວິເຄາະ ວ່າ ເຂື່ອນ ຕັນ ແມ່ນໍ້າຂອງ ໃນ ປະເທດຈີນ 3 ແຫ່ງ ກັກນໍ້າໄວ້ ໃນ ປະຣິມານ ທັງໝົດ 2,900 ລ້ານ ແມັດກ້ອນ ສໍາລັບ ໄວ້ ປັ່ນ ຈັກ ຜລິດ ໄຟຟ້າ ແລະ ສົ່ງນໍ້າ ໄປໃຊ້ ໃນການ ກະສິກັມ. ມີພຽງ ສ່ວນໜ້ອຍ ເທົ່ານັ້ນ ທີ່ ຖືກປ່ອຍລົງ ສູ່ນໍ້າຂອງ ຕອນລຸ່ມ ເຮັດໃຫ້ ປາບືກ ບໍ່ສາມາດ ລອຍຂື້ນ ໄປໄຂ່ ຫຼື ປະສົມພັນ ໃນຍາມ ລະດູຮ້ອນ ໄດ້ ເພາະວ່າ ລະຫ່ວາງ ເດືອນ ເມສາ ຫາ ເດືອນ ພຶສພາ ແມ່ນ ລະດູ ທີ່ ປາບືກ ລອຍຂື້ນໄປ ປະສົມພັນ ແລະ ວາງໄຂ່ ຢູ່ບ່ອນ ນໍ້າຂອງເລິກ ທາງ ພາກເໜືອ.
