ເຂື່ອນໄຊຍະບູຣີ ອາຈຕ້ອງໂຈະໄວ້

ຜູ້ຕາງໜ້າຈາກ ທາງການລາວ, ກໍາພູຊາ, ໄທແລະວຽດນາມ ຈະລົງຄວາມເຫັນ ວ່າຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໃນແຂວງ ໄຊຍະບຸຣີ ຫລືບໍ່?

0:00 / 0:00

ກົດຟັງສຽງ

ຜູ້ຕາງໜ້າຈາກ ສປປລາວ, ກຳພູຊາ, ໄທແລະວຽດນາມ ຈະລົງຄວາມເຫັນ ໃນລະຫວ່າງ ມື້ວັນທີ 25 ຫາ 26 ມີນາ 2011 ນີ້ວ່າຈະປ່ອຍໃຫ້ ມີການສ້າງ ເຂື່ອນໄຟຟ້າ ຢູ່ ໄຊຍະບຸຣີ ຫລືບໍ່? ຍ້ອນວ່າຫລາຍປະເທດ ມີຄວາມເຫັນ ແລະ ມີຜົນປະໂຍດ ແຕກຕ່າງກັນ.

ວຽດນາມຄັດຄ້ານ ການກໍ່ສ້າງເຂື່ອນນີ້, ສ່ວນໄທ ສນັບສນູນ ການກໍ່ສ້າງ, ສ່ວນປະຊາຊົນ ໃນກຳພູຊາ ລໍຖ້າຢ່າງ ກະວົນກະວາຍ ວ່າຜູ້ຕາງໜ້າຂອງຕົນ ທີ່ເຂົ້າຮ່ວມການ ເຈຣະຈາ ຈະຕັດສິນໃຈ ແບບໃດ.

ອີງຕາມອົງການ ແມ່ນ້ຳສາກົນ ການສ້າງເຂື່ອນ ຢູ່ໄຊຍະບຸຣີ ຈະສ້າງຜົນ ກະທົບກະເທືອນ ຕໍ່ອຸດສາຫະກັມ ການປະໂມງນ້ຳຈືດ ຂອງກຳພູຊາ ຊຶ່ງມີມູນຄ່າ 300 ລ້ານ ໂດລາ ສະຫະຣັຖ ຕໍ່ປີ, ຈະເຮັດໃຫ້ ສາຍພັນປາ 41 ສາຍພັນ ຕ້ອງສູນພັນ ແລະ ໃນເວລາດຽວກັນ ການຫາປາ ທີ່ມີໝາກຜົນ ຂອງກຳພູຊາ ກໍຈະຫລຸດລົງ 80 ສ່ວນຮ້ອຍ ແລະ ວິຖີຊີວິດ ກໍຈະຝືດເຄື່ອງ ຍ້ອນຊາວກຳພູຊາ ກິນປາ ເປັນອາຫານຫລັກ.

ອົງການ ທີ່ບໍ່ສັງກັດ ຣັຖບານສາກົນ ຫລື NGOs ສນັບສນູນຂໍ້ສເນີ ເລື່ອນການສ້າງເຂື່ອນ ໃສ່ພາກລຸ່ມ ແມ່ນ້ຳຂອງ ຊື່ງເປັນ ແມ່ນໍ້າສາຍຫລັກ. ຂໍ້ສເນີເນັ້ນໃສ່ ການປະເມີນ ນະໂຍບາຍ ດ້ານສິ່ງແວດລ້ອມ ອິສຣະ ຂອງຄນະກັມມາທິການ ແມ່ນ້ຳຂອງ. ການປະເມີນຜົນ ສລຸບວ່າ ການສ້າງເຂື່ອນ ໃສ່ພາກລຸ່ມຂອງ ແມ່ນ້ຳສາຍຫລັກ ຈະສ້າງຄວາມເສັຍຫາຍ ອັນໃຫຍ່ຫລວງ ທີ່ຫລີກລ້ຽງບໍ່ໄດ້, ທັງໃນດ້ານເສຖກິດ ແລະ ແລະຊີວະນາໆພັນ ໃນລຳນ້ຳ, ພ້ອມທັງຈະ ກະທົບກະເທືອນ ເຖີງຊີວິດ ການເປັນຢູ່ ແລະ ເຮັດໃຫ້ອາຫານ ຂາດແຄນ.

ຄນະກັມມາທິການ ແມ່ນ້ຳຂອງ ສເນີໃຫ້ເຍີ້ນ ການສ້າງເຂື່ອນ ໄຊຍະບຸຣີ ອອກໄປ 10 ປີ ເພື່ອລໍຖ້າການ ສຶກສາຄົ້ນຄວ້າ ແລະ ປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຢ່າງຮອບຄອບ ເສັຍກ່ອນ.