ກົດຟັງສຽງ
ໃນກອງປະຊຸມ ຂອງບັນດາ ປະເທດ ລຸ່ມແມ່ນ້ຳຂອງ 4 ປະເທດ ອັນມີ ກຳພູຊາ ລາວ ໄທ ແລະວຽດນາມ ໃນມື້ວານນີ້ ທີ່ນະຄອນຫລວງ ວຽງຈັນ ເພື່ອຫາທາງອອກ ໃນໂຄງການ ສ້າງເຂື່ອນ ໄຊຍະບູຣີ ນັ້ນ ທຸກປະເທດ ໄດ້ຮຽກຮ້ອງ ໃຫ້ ສປປລາວ ເລື່ອນເວລາ ໃນການສ້າງເຂື່ອນ ໄຊຍະບຸຣີ ອອກໄປ ເພາະເປັນຫວ່ງ ໃນຜົລກະທົບ ຕໍ່ສີ່ງແວດລ້ອມ.
ຕົວແທນຈາກ ວຽດນາມ ເວົ້າວ່າ ພວກຕົນ ມີຄວາມກັງວົນ ຍ້ອນຂາດ ຂໍ້ມູນ ທີ່ສຳຄັນ ກ່ຽວກັບ ຜົລກະທົບ ທີ່ຈະເກີດຂື້ນ ກັບປະເທດ ເພື່ອນບ້ານ ໂດຍສະເພາະ ແມ່ນໃນເຂດ ສາມຫລ່ຽມປາກ ແມ່ນ້ຳຂອງ. ວຽດນາມ ແນະນຳ ຢາກໃຫ້ເລື່ອນ ເວລາ ໃນໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແລະ ເຂື່ອນກັ້ນ ນ້ຳຂອງ ແຫ່ງອື່ນໆ ອອກໄປອີກ ຢ່າງນ້ອຍ 10 ປີ.
ຕົວແທນ ຈາກກຳພູຊາ ເວົ້າວ່າ ຍັງຕ້ອງການ ການສຳຣວດ ເພີ້ມເຕີມ ກ່ຽວກັບ ຜົລກະທົບ ຕໍ່ສີ່ງແວດລ້ອມ ໃນປະເທດ ລຸ່ມແມ່ນ້ຳຂອງ ຊື່ງກຳພູຊາ ຕັ້ງຢູ່ ລຸ່ມນ້ຳ ພື້ນທີ່ ທີ່ຈະສ້າງ ເຂື່ອນ.
ຕົວແທນຈາກ ປະເທດໄທ ຊື່ງເປັນ ຜູ້ທີ່ຈະ ຊື້ໄຟຟ້າ ລາຍໃຫຍ່ ຈາກເຂື່ອນ ດັ່ງກ່າວ ສະແດງຄວາມ ເປັນຫວ່ງ ກ່ຽວກັບ ຜົລກະທົບ ຕໍ່ວິຖີຊິດ ຂອງ ປະຊາຊົນ ທີ່ອາສັຍ ແມ່ນ້ຳສາຍນີ້ ໃນການ ດຳຣົງຊີບ.
ທ່ານ ຈະຕຸພົງ ບູຣຸສພັດ ເອກອະທິບໍດີ ກົມຊັພຍາກອນ ນ້ຳ ກ່າວຕອບໂຕ້ ຢ່າງເປັນ ທາງການ ໃນໂຄງການ ເຂື່ອນ ໄຊຍະບຸຣີ ວ່າ ພວກທ່ານ ຕ້ອງການ ຄວາມຄິດຄວາມເຫັນ ແລະ ຄວາມເປັນຫວ່ງ ຂອງ ປະຊາຊົນ ທຸກພາກສ່ວນ ທີ່ກ່ຽວຂ້ອງ ໄດ້ຖືກ ພິຈາຣະນາ ຢ່າງຖີ່ຖ້ວນ ໃນໂຄງການ ດັ່ງກ່າວ.
ໃນທີ່ສຸດ ທ່ານ ວີຣະພົນ ວີຣະວົງ ຫົວຫນ້າ ຕົວແທນ ຄນະກັມມະທິການ ແມ່ນ້ຳຂອງ ຝ່າຍລາວ ກໍ່ເວົ້າວ່າ ທາງການລາວ ຍີນດີ ໃນຂໍ້ແນະນຳ ແລະ ຄວາມຄິດ ຄວາມເຫັນຕ່າງໆ ຈາກປະເທດ ສະມາຊິກ ກ່ຽວກັບ ໂຄງການເຂື່ອນ ໄຊຍະບຸຣີ ພວກເຮົາ ຈະພິຈາຣະນາ ຢ່າງຖີ່ຖ້ວນ ໃນຄວາມເປັນຫວ່ງ ຂອງບັນດາ ປະເທດ ສະມາຊິກ. ກອງປະຊຸມ ກໍ່ສີ້ນສຸດລົງ.
