ກັມມາທິການແມ່ນໍ້າຂອງ ກໍາລັງຖືກທົດສອບ

ກອງປະຊຸມ ທີ່ກໍາພູຊາ ກ່ຽວກັບ ການສ້າງເຂື່ອນ ໄຊຍະບຸຣີ ຈະເປັນການ ທົດສອບ ຈຸດຢືນຂອງ ປະເທດ ສະມາຊິກ MRC.

0:00 / 0:00

ກົດຟັງສຽງ

ຂໍ້ຕົກລົງຕ່າງໆ ໃນກອງປະຊຸມ ຄນະກັມມາທິການ ແມ່ນ້ຳຂອງ ທີ່ກຳພູຊາ ກ່ຽວກັບການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເຊັ່ນເຂື່ອນ ໄຊຍະບູຣີ ຊື່ງເປັນນື່ງໃນ ຈຳນວນ 12 ເຂື່ອນທີ່ີສ້າງ ໃສ່ແມ່ນ້ຳຂອງ ຕອນລຸ່ມ, ຈະເປັນການທົດສອບ ສົນທິສັນຍາ ປະເທດ ລຸ່ມແມ່ນ້ຳຂອງ ທີ່ໄດ້ຕົກລົງກັນ ໃນປີ 1995 ທ່ານ Jeremy Bird ປະທານຄນະ ກັມມາທິການ ແມ່ນ້ຳຂອງ ໃຫ້ສຳພາດຕໍ່ ນັກຂ່າວ ທີ່ກຸງພະນົມເປັນ ກ່ອນກອງປະຊຸມ.

ທ່ານວ່າ 4 ປະເທດສະມາຊິກ ແມ່ນ້ຳຂອງ ເຊັ່ນ: ລາວ ກຳພູຊາ ໄທ ແລະວຽດນາມ ໄດ້ລົງນາມ ໃນສົນທິສັນຍາ ຄວາມຮ່ວມມື ໃນການຈັດການ ບໍຣິຫານນ້ຳ ໃນແມ່ນ້ຳຂອງ ແລະ ສາຍນ້ຳສາຂາ ໃນປີ 1995 ຫລັງຈາກນັ້ນ ຈື່ງໄດ້ຕັ້ງ ຄນະກັມມາການ ແມ່ນ້ຳຂອງ ມາບັງຄັບໃຊ້ ຂໍ້ຕົກລົງດັ່ງກ່າວ. ໃນການໃຫ້ສຳພາດ ຕໍ່ຫນັງສືພິມ ພະນົມເປັນໂປສ ກ່ອນກອງປະຊຸມ ໃນມື້ວານນີ້ ທ່ານ Jermy Bird ເວົ້າວ່າ ຂໍ້ຕົກລົງຕ່າງໆ ໃນກອງປະຊຸມ ຈະເປັນການທົດສອບ ສັນຍາ ທີ່ກຸ່ມດັ່ງກ່າວ ໄດ້ລົງນາມກັນໄວ້ ເມື່ອ 15 ປີກອ່ນ. ແຕ່ຄນະກັມມາທິການ ແມ່ນ້ຳຂອງ ກໍ່ໄດ້ໃຫ້ຄຳ ແນະນຳແກ່ຣັຖບານ ປະເທດທີ່ຈະສ້າງ ໃນເດືອນກັນຍາ ຜ່ານມາວ່າ ໃຫ້ເລື່ອນເວລາ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕອນລຸ່ມອອກໄປກ່ອນ 10 ປີ ເພາະໂຄງການດັ່ງກ່າວ ຈະສົ່ງຜົລ ກະທົບ ຕໍ່ສີ່ງແວດລ້ອມ ການເປັນຢູ່ຂອງ ປະຊາຊົນ ແລະ ຊິວະນານາພັນ ຊນີດຕ່າງໆ. ປະເທດວຽດນາມ ກໍ່ຕ້ານໂຄງການ ສ້າງເຂື່ອນ ໄຊຍະບູຣິ ໄປແລ້ວ ແລະກຳພູຊາ ກໍ່ສະແດງຄວາມເຫັນ ຢາກໃຫ້ມີ ການສຳຣວດ ຜົລກະທົບ ເພີ້ມເຕີ່ມ ກ່ອນຈະສ້າງ.

ຕາມຂໍ້ຕົກລົງ ໃນສົນທິສັນຍາ ປີ 1995 ປະເທດສະມາຊິກ ມີແຕ່ໃຫ້ ຄຳຄິດຄວາມເຫັນ ວ່າເຫັນພ້ອມ ຫລືບໍ່ເຫັນພ້ອມ ໃນໂຄງການ ດັ່ງກ່າວ ເທົ່ານັ້ນ ບໍ່ມີສິດຈະກິດກັ້ນ ການສ້າງເຂື່ອນ ຂອງປະເທດ ສະມາຊີກ ທາງການລາວເວົ້າ ຢ່າງຈະແຈ້ງແລ້ວວ່າ ພ້ອມທີ່ຈະຮັບຟັງ ແລະ ແກ້ໄຂບັນຫາ ທີ່ປະເທດ ສະມາຊິກ ກັງວົນ. ຕາມສັນຍາ ປະເທດ ທີ່ີຈະສ້າງ ຕ້ອງຮັບຜິດຊອບ ຕໍ່ຜົລກະທົບ ທີ່ຈະເກິດຂື້ນ ຕາມພາຍຫລັງ ຕໍ່ປະເທດ ສະມາຊິກ.