ກົດຟັງສຽງ
ຕົວແທນ ຄນະກັມມະທິການ ແມ່ນ້ຳຂອງ ຈາກປະເທດໄທ ເວົ້າວ່າ ຝ່າຍໄທຈະມອບ ເອກກະສານ ທັງຫມົດ ທີ່ປະຊາຊົນໄທ ຈະໄດ້ຮັບ ຜົລກະທົບ ຈາກການສ້າງເຂື່ອນ ໄຊຍະບູຣີ ໃຫ້ແກ່ ຣັຖບານລາວ ເພື່ອໃຫ້ທາງການລາວ ນຳໄປ ພິຈາຣະນາ ວ່າຈະສ້າງຫລືບໍ ດັ່ງທ່ານກ່າວໃນ ຕອນນື່ງວ່າ:
"ກໍ່ໃຫ້ລາວ ເປັນຄົນ ພິຈາຣະນາ ເພາະວ່າການ ຕັດສີນໃຈ ເປັນຂອງລາວ ເຮົາກໍ່ສົ່ງຂໍ້ມູນ ໄປໃຫ້ເຂົາທັງຫມົດ ແລ້ວກໍ່ໃຫ້ເຂົາ ໄປພິຈາຣະນາ ຕັດສີນໃຈວ່າ ປະຊາຊົນ ໄທ ເຂົາກັງວົນ ໃນເລື້ອງນີ້ຫລາຍ ຕ້ອງສລຸບໃຫ້ໄດ້ ໃນກອງປະຊຸມ ວັນທີ 21 ເມສາ ເພາະມັນຫມົດ ເວລາແລ້ວ".
ນາງກ່າວຕໍ່ໄປວ່າ ເອກກະສານ ທີ່ທາງຝ່າຍໄທ ສົ່ງໄປໃຫ້ ຣັຖບານລາວນັ້ນ ແມ່ນການລວບລວມ ຂໍ້ມູນທັງຫມົດ ກ່ຽວກັບໂຄງການ ສ້າງເຂື່ອນ ໄຊຍະບູຣີ ທີ່ປະຊາຊົນ ໄທ ຈາກແຂວງຕ່າງໆ ສົ່ງມາ. ໃນນັ້ນຮ່ວມດ້ວຍ ຜົລກະທົບ ຕໍ່ສີ່ງແວດລ້ອມ ການປະມົງ ແລະ ວິຖີຊິວິດ ຂອງພວກຂະເຈົ້າ ເພາະຣະດັບນ້ຳ ໃນແມ່ນ້ຳຂອງ ຈະຂື້ນລົງ ແບບຜິດປົກກະຕິ ຖ້າມີການ ສ້າງເຂື່ອນ ໄຊຍະບູຣີ.
ໂຄງການສ້າງເຂື່ອນ ໄຊຍະບູຣີ ຖືກກົດດັນ ຈາກປະຊາຊົນ ຫລາຍປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຮ່ວມດ້ວຍອົງການ ທີ່ບໍ່ຂື້ນກັບຣັຖບານ ຫລາຍອົງການ ເພາະມັນຈະ ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ວີຖີຊີວີດ ຂອງປະຊາຊົນ ໃນຂົງເຂດ ລຸ່ມແມ່ນ້ຳຂອງ ລາຍໃຫຍ່. ທາງການລາວ ຈະເປັນຜູ້ຕັດສີນໃຈ ເອງວ່າ ຈະສ້າງຫລືບໍ່ສ້າງ. ກອງປະຊຸມ ທີ່ນະຄອນຫລວງ ວຽງຈັນ ໃນວັນທີ 21 ເມສາ ນີ້ ຈະເປັນການ ຕັດສີນໃຈ ຂອງຣັຖບານລາວ.
