ເຂື່ອນໄຊຍະບູຣີ ຄວນມີລາຍລະອຽດ

ໂຄງການສ້າງເຂື່ອນ ໄຟຟ້າ ໄຊຍະບູຣີ ຕ້ອງການ ກອງປະຊຸມ ພິເສດ ເພື່ອລາຍລະອຽດ ແລະ ຄວາມຄິດເຫັນ ຈາກປະເທດ ສະມາຊີກ.

0:00 / 0:00

ກົດຟັງສຽງ

ໃນກອງປະຊຸມ ປະຈຳປີຄັ້ງທີ່ 33 ຂອງຄນະ ກັມມະທິການ ແມ່ນ້ຳຂອງ ທີ່ເມືອງ ສີຫານຸວີນ ໃນອາທີດນີ້ ບໍ່ແມ່ນເຈາະຈົງໃສ່ ການສ້າງເຂື່ອນ ໄຊຍະບູຣີ ເປັນກອງປະຊຸມ ປະຈຳປີ ຂອງອົງການດັ່ງກ່າວ, ແຕ່ໂຄງການ ສ້າງເຂື່ອນໄຊຍະບຸຣີ ຖືກສເນີ ໃນກອງປະຊຸມ ເພື່ອຄວາມຄິດຄວາມເຫັນ ຈາກປະເທດ ສະມາຊີກ. ກຸ່ມປະເທດ ສະມາຊີກ ຫລັງຈາກໄດ້ຮັບ ບົດລາຍງານ ກ່ຽວກັບໂຄງການ ຈື່ງຕົກລົງກັນວ່າ ຄວນຈັດໃຫ້ມີ ກອງປະຊຸມພິເສດ ຕ່າງຫາກ ທີ່ນະຄອນຫລວງ ວຽງຈັນ ເພື່ອໂອ້ລົມກັນ ກ່ຽວກັບການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ນື່ງໃນນັ້ນ ກໍ່ແມ່ນເຂື່ອນ ໄຊຍະບຸຣີ ທີ່ຈະເປັນໂຄງການ ທຳອິດ ດັ່ງເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ:

"ການປະຊຸມທີ່ ວຽງຈັນເທື່ອນີ້ ມີວັດຖຸປະສົງ ທີ່ຫາຂໍ້ສລຸບ ກ່ຽວກັບໂຄງການ ເຂື່ອນໄຊຍະບູຣີ".

ຕາມລາຍງານທີ່ວ່າ ໂຄງການສ້າງເຂື່ອນ ໄຊຍະບຸຣີ ຖືກເລື່ອນເວລາ ໃນການຕົກລົງກັນ ຈາກປະເທດ ສະມາຊິກ ຍ້ອນຕ້ອງການ ສືກສາກ່ຽວກັບ ສະພາບແວດລ້ອມ ເພີ້ມເຕີ່ມ ແລະ ຍ້ອນການປະທ້ວງ ຂອງກຸ່ມ NGO ກວ່າ 260 ອົງການ ນັ້ນບໍ່ເປັນຄວາມຈີງ ເພາະໂຄງການ ສ້າງເຂື່ອນ ໄຊຍະບຸຣີ ຫາກໍ່ສເນີຕໍ່ ປະເທດ ສະມາຊີກ ເພື່ອຄວາມຄິດຄວາມເຫັນ ໃນກອງປະຊຸມ ທີ່ນະຄອນ ສີຫານຸວີນ ເທົ່ານັ້ນ ແລະຕົວແທນ ຂອງປະເທດ ລຸ່ມແມ່ນ້ຳຂອງ ກໍ່ຈະໃຫ້ ຄວາມຄິດຄວາມເຫັນ ຫລັງຈາກ ທົບທວນ ບົດລາຍງານ ການສຳຣວດ ໂຄງການເຂື່ອນ ໄຊຍະບຸຣີ ໃນກອງປະຊຸມ ທີ່ຈະຈັດຂື້ນ ທີ່ນະຄອນຫລວງ ວຽງຈັນ ໃນເດືອນ ເມສາ ວັນທີ 21 ທີ່ຈະມາເຖິງ. ເຈົ້າຫນ້າທີ່ລາວ ກ່າວເພີ້ມວ່າ:

"ຊ່ວງນີ້ປະເທດ ທັງສີ່ປະເທດ ໄດ້ຮັບລາຍງານ ທາງດ້ານເທັກນິກ ຈາກ MRC ເນາະ".

ເຖິງຢ່າງໃດກໍຕາມ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໄຊຍະບຸຣີ ຂອງສປປລາວ ຍັງຈະໄດ້ຜ່ານ ຄວາມຄີດຄວາມເຫັນ ຂອງປະເທດ ສະມາຊິກ ຢູ່ວ່າເຫັນພ້ອມ ຫລືບໍ່? ແຕ່ກໍ່ຂື້ນຢູ່ກັບ ທາງການລາວ ແລະ ກຸ່ມນັກລົງທືນ ທີ່ຈະດຳເນີນການ ກໍ່ສ້າງຫລືບໍ? ຖ້າມີການກໍ່ສ້າງ ຢ່າງແທ້ຈີງ ກຸ່ມນັກລົງທືນ ແລະຣັຖບານລາວ ຕ້ອງໄດ້ຮັບຜິດຊອບ ຕໍ່ຄວາມເສັຽຫາຍ ທີ່ຈະເກີດຂື້ນ ຈາກໂຄງການເຂື່ອນ ດັ່ງກ່າວ.