NGO ຮຽກຮ້ອງບໍ່ໃຫ້ສ້າງ ເຂື່ອນໄຊຍະບູຣີ

ອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລ ກວ່າ 250 ອົງກາຣ ຮຽກຮ້ອງ ໃຫ້ຍຸຕິໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ຢ່າງສີ້ນເຊີງ.

0:00 / 0:00

ກົດຟັງສຽງ

ອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGOs ກວ່າ 250 ອົງກາຣຈາກ 51 ປະເທສ ໃນທົ່ວໂລກ ໄດ້ຮຽກຮ້ອງ ໃຫ້ຣັຖບາລ ສປປລາວ ແລະໄທຽ ຈົ່ງໄດ້ຍຸຕິ ກາຣສ້າງເຂື່ອນ ໄຊຍະບູຣີ ຢ່າງສີ້ນເຊີງ ເພາະຈະສ້າງຜົລ ກະທົບຕໍ່ ສິ່ງແວດລ້ອມ ຢ່າງຫລວງຫລາຍ.

ທາງອົງກາຣ NGOs ໄດ້ເນັ້ນວ່າ ບົດຣາຍງານ ຈາກກາຣສຳຣວຈ ຕາມເຂຕພື້ນທີ່ ໃນບໍຣິເວນ ທີ່ຈະມີກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນເຂຕແຂວງ ໄຊຍະບູຣີ ຖືກດຳເນີນ ໄປແບບບໍ່ຮອບຄອບ ຊື່ງໃນໃນຣາຍງານ ບໍ່ມີກາຣກ່າວ ເຖິງດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແຕ່ຢ່າງໃດ ພ້ອມຍັງຈະເປັນ ກາຣທຳລາຍ ນິເວຕວິທຍາ ແລະວິຖີຊີວີຕ ຂອງປະຊາຊົນ ທີ່ອາສັຍຢູ່ ຕາມແຄມ ແມ່ນ້ຳຂອງ ກ້ອງເຂື່ອນລົງມາ ແຕ່ຢ່າງໃດ.

ກຸ່ມອົງກາຣ NGOs ໄດ້ແຈ້ງເພີ່ມວ່າ ແມ່ນ້ຳຂອງ ເປັນແມ່ນ້ຳສາຍຫລັກ ທີ່ສຳຄັນທີ່ສຸດ ສາຍໜຶ່ງໃນໂລກ ແລະ ມີກາຣສ້າງເຂື່ອນ ໃສ່ແລ້ວຫລາຍແຫ່ງ ຢູ່ໃນເຂຕຊາຍແດນ ຂອງຈີນ ແລະໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ ຈະສາມາຖຜລິຕ ກະແສໄຟຟ້າ ໄດ້ເຖິງ 1,250 ເມກາວັຕ, ເພື່ອຈະໄດ້ສົ່ງຂາຍ ໃຫ້ແກ່ທາງກາຣໄທຽ ເປັນສ່ວນ ໃຫຍ່ເຖິງ 95% ເພື່ອຈະມີຣາຍຮັບ ເຂົ້າງົບປະມານ ແຫ່ງຊາຕ.
ໃນຂນະດຽວກັນນັ້ນ ປະຣິມາຕນ້ຳ ໃນໜ້າເຂື່ອນອັນສູງ ແລະ ກວ້າງໃຫຍ່ ກໍຈະຖ້ວມຕາມ ບໍຣິເວນ ເຂຕທີ່ຢູ່ ແລະ ບ່ອນທຳມາຫາກິນ ຂອງຊາວບ້ານ ພ້ອມກັບຈະຕ້ອງ ໄດ້ໂຍກຍ້າຍ ປະຊາຊົນ ຫລາຍພັນ ຄົນໄປຢູ່ຕາມເຂຕ ຈັດສັນແຫ່ງໃໝ່ ແລະ ຍັງເປັນກາຣສ່ຽງຕໍ່ ກາຣສູນພັນ ຂອງຈຳພວກສັຕນ້ຳ ນາໆຊນິດນຳດ້ວຍ.

ຢ່າງໃດກໍຕາມ ທາງຄນະກັມມາທິກາຣ ແມ່ນ້ຳຂອງ ຫລື MRC ກໍມີກຳໜົດ ທີ່ຈະຮ່ວມປະຊຸມ ກັນຄັ້ງໃໝ່ ໃນໄວໆນີ້ ເພື່ອພິຈາຣະນາ ວ່າຄວນຈະໃຫ້ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ ນີ້ສືບຕໍ່ໄປ ຫລືບໍ ແລະ ກ່ຽວກັບເຣື່ອງນີ້ ທາງກາຣວຽຕນາມ ກໍໄດ້ໃຫ້ທັສນະ ທີ່ບໍ່ເຫັນພ້ອມນຳ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້ນັ້ນ ເຊັ່ນກັນ.